ວິທີເຮັດເມນູ “ໜ່ອງໄກ່ຈືນຊີສ” ໄກ່ຈືນແບບເກົາຫຼີ

113

ຈືນໄກ່ທຳມະດາວ່າແຊບຢູ່ແລ້ວຈັດ “ໜ່ອງໄກ່ຈືນໃສ່ຊີສ” ຮັບຮອງຄວາມແຊບຍົກກຳລັງສອງ ໄກ່ຈືນຄຸກເຄົ້າຊອດເກົາຫຼີລົດເຂັ້ມຂຸ້ນ ຕັດດ້ວຍຊີສລົດຊາດຫອມມັນ ຮັບຮອງຄວາມແຊບ ແລະເຮັດບໍ່ຍາກ.

ໝູ່ເພື່ອນຄົນໃດທີ່ເປັນແຟນອາຫານເກົາຫຼີ ຕ້ອງເຄີຍກິນໄກ່ຈືນຊອດເກົາຫຼີກັນມາແລ້ວຢ່າງແນ່ນອນ ໄກ່ຈືນກອບໆ ຄຸກເຄົ້າຊອດເກົາຫຼີລົດເຂັ້ມຂຸ້ນ ເອີ້ນໄດ້ວ່າເປັນຂວັນໃຈຂອງນັກກິນອາຫານເກົາຫຼີກັນແນ່ນອນ ແຕ່ຈະເປັນແນວໃດ ຖ້າໄກ່ຈືນເກົາຫຼີແບບເກົ່າ ເພີ່ມຕື່ມຊີສຢືດໆ ກັບເມນູ ໜ່ອງໄກ່ຈືນຊີສ ປົກກະຕິວ່າແຊບແລ້ວ ຍິ່ງເພີ່ມຄວາມພິເສດດ້ວຍຊີສແບບນີ້ ຮັບຮອງຖືກໃຈໝູ່ເພື່ອນກັນແນ່ນອນ ຖ້າຢາກຮູ້ວິທີເຮັດແລ້ວນຳມາເບິ່ງກັນເລີຍ.
ວັດຖຸດິບໄກ່ຈືນປະກອບມີ ໜ່ອງໄກ່ 1 ກິໂລກຼາມ; ແປ້ງກອບ 150 ກຼາມ; ແປ້ງສາລີ 3 ບ່ວງແກງ; ຜົງຟູ 1 ບ່ວງຊາ; ພິກໄທບົດ 1 ບ່ວງຊາ; ສະອິ໊ວຂາວ 1 ບ່ວງແກງ; ງາຂາວຂົ້ວ ສຳລັບໂຮຍຕົກແຕ່ງ.


ວັດຖຸດິບຊອດເກົາຫຼີປະກອບມີ ຊັອດໂຄຊູຈັງ 3 ບ່ວງແກງ; ຊັອດໝາກເລັ່ນ 1 ບ່ວງແກງ; ນ້ຳເຜິ້ງ 1 ບ່ວງແກງ; ນ້ຳມັນຫອຍ ½ ບ່ວງແກງ; ນ້ຳດື່ມ 3 ບ່ວງແກງ; ກະທຽມສັບ 1 ບ່ວງແກງ.

ວັດຖຸດິບຊີສປະກອບມີ ຊີສເຊດດ້າ (Cheddar cheese) ຂູດ 3 ຂີດ; ຊີສມອສຊາເລລ້າ (Mozzarella cheese) ຂູດ 3 ຂີດ; ແປ້ງສາລີ 1 ບ່ວງແກງ; ນົມຂຸ້ນຈືດ 1 ກະປ໋ອງ.


ວິທີເຮັດ
ເອື້ອບໜ່ອງໄກ່ກັບສະອິ໊ວຂາວ ແລະພິກໄທບົດ ປະໄວ້ປະມານ 15-30 ນາທີ ໃຫ້ຊອດຊຶມເຂົ້າຊີ້ນໄກ່ ຕໍ່ມາປະສົມແປ້ງທອດກອບ ແປ້ງສາລີ ແລະຜົງຟູໃຫ້ເຂົ້າກັນ ນຳເອົາໄກ່ທີ່ເອື້ອບໄວ້ແລ້ວມາຄຸກກັບແປ້ວໃຫ້ທົ່ວ ຈາກນັ້ນຕັ້ງໝໍ້ແລ້ວໃສ່ນ້ຳມັນລົງໄປ ໃຊ້ໄຟກາງ ຖ້າຈົນນ້ຳມັນຮ້ອນ ນຳເອົາໄກ່ລົງໄປທອດໃຫ້ສຸກເຫຼືອງແລ້ວຕັກຂຶ້ນສະເດັດນ້ຳມັນ ພັກໄວ້ ຕໍ່ດ້ວຍຕັ້ງໝໍ້ເຮັດຊອດ ເລີ່ມຈາກໃສ່ຊັອດໂຄຊູຈັງ ຊັອດໝາກເລັນ ນ້ຳເຜິ້ງ ນ້ຳມັນຫອຍ ກະທຽມສັບ ແລະນ້ຳດື່ມ ຄົນໃຫ້ເຂົ້າກັນ ຕັ້ງໄຟອ່ອນຈົນພໍມັນຟົດ ພໍໄດ້ທີ່ແລ້ວ ປິດໄຟ ນຳເອົາໜ່ອງໄກ່ທີ່ທອດໄວ້ມາຄຸກເຄົ້າກັບຊອດຈົນເຂົ້າກັນ ຂັ້ນຕອນສຸດທ້າຍແມ່ນເຮັດຊີສ ໂດຍເລີ່ມຈາກການຕັ້ງໝໍ້ໜ່ວຍໃໝ່ ໃຊ້ໄຟອ່ອນ ໃສ່ຊີສເຊດດ້າ (Cheddar cheese) ຊີສມອສຊາເລລ້າ (Mozzarella cheese) ແປ້ງສາລີ ແລະ ນົມຂຸ້ນຈືດລົງໄປ ຄົນສ່ວນປະສົມທັ້ງໝົດໃຫ້ລະລາຍເຂົ້າກັນດີ ແລ້ວນຳເອົາໄກ່ຈືນມາວາງຈັດເສີບໃນໝໍ້ຊີສ ໂຮຍດ້ວຍງາຂາວຂົ້ວ ພ້ອມຮັບປະທານ.


ພຽງແຕ່ອ່ານສູດເທົ່ານີ້ກໍຮູ້ສິກຫິວຂຶ້ນມາແລ້ວກັບເມນູ “ໜ່ອງໄກຈືນຊີສ” ຢາກໃຫ້ໜູ່ເພື່ອນທຸກຄົນລອງໄປເຮັດເບິ່ງ ຮັບຮອງວ່າຖືກໃຈສາຍເກົາຫຼີ ແລະ ສາຍຊີສຢ່າງແນ່ນອນ ແຖມເຮັດກິນກໍແຊບ ເຮັດຂາຍກໍດີ.