ເຮັດການຕະຫຼາດອອນລາຍໃຫ້ປະສົບຄວາມສຳເລັດ

66

ຕະຫຼາດອອນລາຍ ຫຼື ເອີ້ນວ່າ Digital marketing ກັບກົນລະຍຸດການຕະຫຼາດອອນລາຍທີ່ຫຼາຍທຸລະກິດໃຫ້ຄວາມສົນໃຈ ແລະ ຫັນມາເຮັດການຕະຫຼາດກັນຫຼາຍຂຶ້ນ, ສົ່ງຜົນໃນການເຂົ້າເຖິງຂອງຜູ້ບໍລິໂພກໃຫ້ມີທ່າອ່ຽງການຊື້ – ຂາຍໃນສື່ອອນລາຍເພີ່ມຫຼາຍຂຶ້ນ. ສະນັ້ນ, ການສຳຫຼວດຕະຫຼາດ ແລະ ຄວາມຕ້ອງການຂອງກຸ່ມເປົ້າໝາຍ ຈຶ່ງເປັນສິ່ງສຳຄັນໃນການເປີດໂອກາດໃຫ້ກັບທຸລະກິດຂອງທ່ານປະສົບຄວາມສຳເລັດ ແລະ ມາເບິ່ງ 3 ເຕັກນິກໃນການສ້າງການຕະຫຼາດໃນສື່ອອນລາຍ ດັ່ງນີ້:

1 ສໍາຫຼວດຕະຫຼາດ ( Marketing Research ): ການສຳຫຼວດພຶດຕິກຳຜູ້ບໍລິໂພກໃນຍຸກດິຈິຕອລນັ້ນເປັນສິ່ງສຳຄັນວ່າມີຄວາມສົນໃຈໃນສິ່ງທີ່ກຳລັງເປັນທີ່ນິຍົມ ແລະ ຕອບໂຈດໃນໄລຍະເວລານັ້ນ ຫາກສິນຄ້າຂອງທ່ານເຂົ້າໃຈ ແລະ ເຮັດການສຳຫຼວດວິເຄາະຜູ້ບໍລິໂພກໃຫ້ຕອບສະໜອງໃນສິ່ງທີ່ພວກເຂົາຕ້ອງການໄດ້ແບບກົງເປົ້າໝາຍ, ທຸລະກິດຂອງທ່ານຈະຕ້ອງມີການຕັ້ງເປົ້າໝາຍໄວ້ກ່ອນວ່າ ຢາກໃຫ້ລູກຄ້າໄດ້ເຫັນຫຍັງໃນສິນຄ້າຂອງທ່ານ. ທັງນີ້, ຄວນຈະຕ້ອງມີໜ້າຫຼັກຂອງເວັບໄຊ ແລະ ແຟນເພຈ໌ເຟສບຸ໊ກເປັນຂອງຕົນເອງກ່ອນ ເພື່ອໃຫ້ຄວບຄຸມ ແລະ ເຂົ້າເຖິງກຸ່ມລູກຄ້າ ລວມທັງເຮັດການວາງແຜນເພື່ອໃຫ້ກຸ້ມຄ່າກັບການລົງທຶນ ພຽງເທົ່ານີ້ການເຮັດການຕະຫຼາດອອນລາຍກໍບໍ່ແມ່ນເລື່ອງຍາກອີກຕໍ່ໄປ.

2 ເຂົ້າໃຈຜູ້ບໍລິໂພກຢ່າງເລິກເຊິ່ງ ( Customer Insights ): ການເຂົ້າໃຈຜູ້ບໍລິໂພກ ແລະ ຮຽນຮູ້ພຶດຕິກຳຜູ້ບໍລິໂພກຢ່າງເລິກເຊິ່ງ ເພື່ອໃຫ້ຮູ້ໃນສິ່ງທີ່ພວກເຂົາສົນໃຈ ດ້ວຍການວິເຄາະການຕະຫຼາດຜ່ານ Google Analytic ໃນການຊອກຂໍ້ມູນເຊີງເລິກ ເພື່ອສຶກສາພຶດຕິກຳ ແລະ ຂໍ້ມູນສະຖິຕິຂອງຜູ້ບໍລິໂພກ ໂດຍເຊື່ອມໂຍງທຸລະກິດຂອງທ່ານຜ່ານຊ່ອງທາງການສື່ສານຕ່າງໆ ເຊັ່ນ: ເຟສບຸ໊ກ, ອິນສະຕາ ແກຣມເຂົ້າດ້ວຍກັນ ໂດຍມີການເຮັດໃຫ້ເວັບໄຊໃຫ້ຕິດອັນດັບຕົ້ນໆໃນການສ້າງສັນສື່ລົງໂຊຊຽວມີເດຍຕ່າງໆ ເພື່ອໃຫ້ການຄົ້ນຫາເວັບຂອງທ່ານຕິດອັນດັບໜ້າທຳອິດຂອງເວັບໄຊໃນການຄົ້ນຫາ ແລະ ສາມາດສ້າງກຣາຟຟິກໄດ້ເພີ່ມຫຼາຍຍິ່ງຂຶ້ນ, ການທີ່ທ່ານສາມາດທີ່ຈະຈັດການເລື່ອງຂອງການສື່ສານໃຫ້ມີປະສິດທິພາບ ເພື່ອໃຫ້ບັນລຸຈຸດປະສົງການຕະຫຼາດອອນລາຍທີ່ຕັ້ງໄວ້ ແລະ ດຶງດູດ ຄວາມສົນໃຈຂອງຜູ້ບໍລິໂພກຜົນທີ່ຕາມມາກໍຄືມີການເຂົ້າເຖິງຜູ້ຄົນໄດ້ຫຼາຍຂຶ້ນ ເຮັດໃຫ້ທຸລະກິດຂອງທ່ານຈຶ່ງຕອບໂຈດຕໍ່ຜູ້ບໍລິໂພກໄດ້ຫຼາຍຂຶ້ນຕາມມາເອງ.ສ້າງສັນແຄມເປັນ ( Creative Campaign )

3 ການສ້າງແຄມເປັນ ຫຼື ກິດຈະກໍາ ອາດຈະມີການໂຄສະນາທີ່ດຶງດູດຄວາມສົນໃຈ ໃນການສ້າງສັນກິດຈະກຳຕ່າງໆເພື່ອໃຫ້ຜູ້ບໍລິໂພກໄດ້ເຫັນຍີ່ຫໍ້ຂອງທ່ານຫຼາຍຂຶ້ນ ຈົນເກີດຄວາມສົນໃຈໃນທີ່ສຸດ. ທັງນີ້, ຍັງລວມໄປເຖິງເລື່ອງຂອງການສື່ສານຕົວຂອງເນື້ອຫາໃຫ້ມີຄວາມແປກໃໝ່ ແລະ ມີ Keyword ທີ່ກົງໃຈ ແລະ ໜ້າຈື່ຈຳ ຈົນເກີດຄວາມໜ້າເຊື່ອຖື ເຊິ່ງກິດຈະກຳຕ່າງໆອາດຈະມີການປັບກົນລະຍຸດເພື່ອສ້າງຈຸດຂາຍໃຫ້ສິນຄ້າ ໃນການສົ່ງສິ່ງທີ່ທຸລະກິດທ່ານຕ້ອງການໃຫ້ເຖິງຜູ້ບໍລິໂພກເຂົ້າໃຈ ແລະ ຕອບໂຈດສຳລັບຜູ້ຄົນເຫຼົ່ານັ້ນໄດ້ໃນທັນທີ ໃນປັດຈຸບັນການເຈາະກຸ່ມຕະຫຼາດອອນລາຍໃຫ້ເກີດຄວາມສຳເລັດນັ້ນ ຖືວ່າມີ ຄວາມຈຳເປັນໃນເກືອບທຸກປະເພດທຸລະກິດ ຫາກເລີ່ມຕົ້ນໄວທ່ານກໍຈະປະສົບຄວາມສຳເລັດໄດ້ຢ່າງວ່ອງໄວ ໂດຍອາໄສການປັບຕົວ ແລະ ເຮັດໃຫ້ໄດ້ຕາມສິ່ງທີ່ຄາດຫວັງ.

ທີ່ມາ: digitalmarketingwow.com, ຮຽບຮຽງ: ສັນຕິ