ທຄຕລ ເຊກອງ ມອບເຄື່ອງຊ່ວຍເຫຼືອໃຫ້ເຈົ້າໜ້າທີ່ປະຕິບັດງານປ້ອງກັນໂຄວິດ – 19

72

ໃນອາທິດຜ່ານມາ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ( ທຄຕລ ) ສາຂາແຂວງເຊກອງ ໄດ້ນໍາເອົາເຄື່ອງຊ່ວຍເຫຼືອມອບໃຫ້ເຈົ້າໜ້າທີ່ຢູ່ຈຸດກັ່ນກອງຄົນເຂົ້າ – ອອກເມືອງ ເພື່ອປ້ອງກັນພະຍາດໂຄວິດ – 19 ຢູ່ຈຸດບ້ານເຊນໍ້ານ້ອຍ ( ຂົວມິດຕະພາບ ລາວ – ຍີ່ປຸ່ນ ) ແລະ ຈຸດບ້ານຮ່ອງໄລ່ ເຊິ່ງໃຫ້ກຽດມອບໂດຍ ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ຫົວໜ້າ ທຄຕລ ສາຂາແຂວງເຊກອງ ແລະ ກ່າວຮັບຂອງ ທ່ານ ຮ້ອຍເອກ ເພັດສະໄໝ ຖິ່ນຫາດສາຍຄໍາ ຕາງໜ້າໃຫ້ແກ່ເຈົ້າໜ້າທີ່ປ້ອງກັນຈຸດກວດກາ.

ທ່ານ ຄອນປະເສີດ ຫຼວງສຸວັນນະວົງ ກ່າວວ່າ: ການມອບເຄື່ອງຊ່ວຍເຫຼືອຄັ້ງນີ້ເປັນການປະກອບສ່ວນອັນສໍາຄັນເພື່ອຊ່ວຍເຫຼືອສັງຄົມດ້ວຍກັນ ໂດຍປະກອບມີນໍ້າດື່ມ 30 ແກັດ, ຜ້າອັດປາກ 3 ກັບ, ຄັນຮົ່ມໃຫຍ່ 3 ອັນ ແລະ ເສື້ອຢືດຄໍມົນ 14 ຜືນ ລວມມູນຄ່າ 3,5 ລ້ານກີບ. ເຖິງວ່າເຄື່ອງຊ່ວຍເຫຼືອດັ່ງກ່າວຈະມີມູນຄ່າບໍ່ຫຼາຍ ແຕ່ມັນສະແດງໃຫ້ເຫັນເຖິງນ້ຳໃຈຄວາມສາມັກຄີຮັກແພງແບ່ງປັນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຍາມຫຍຸ້ງຍາກ, ທັງເປັນການໃຫ້ກຳລັງໃຈແກ່ເຈົ້າໜ້າທີ່ຜູ້ເສຍສະຫຼະເຫື່ອແຮງ ເພື່ອປ້ອງກັນ, ຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ – 19.

ໂອກາດນີ້, ທ່ານ ຮ້ອຍເອກ ເພັດສະໄໝ ຖິ່ນຫາດສາຍຄໍາ ໄດ້ກ່າວສະແດງຄວາມຂອບໃຈມາຍັງ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ ທີ່ໃຫ້ການສະໜັບສະໜູນຊ່ວຍເຫຼືອໃນຄັ້ງນີ້ ແລະ ຂໍຢືນຢັນວ່າພວກເຮົາຈະນຳເອົາວັດຖຸດັ່ງກ່າວນຳໃຊ້ໃຫ້ເປັນປະໂຫຍດ, ມີຜົນສຳເລັດ ແລະນຳໃຊ້ໃຫ້ຖືກເປົ້າໝາຍ.

ຂ່າວ: ສົມສະຫວິນ