ໄຟຟ້າ ຫົງສາ ຈໍາລອງການເຮັດວຽກແບບປິດພື້ນທີ່ບໍ່ແຮ່ຖ່ານຫີນ ແລະ ພື້ນທີ່ບໍ່ແຮ່ຫີນປູນ

161

ບໍລິສັດ ໄຟຟ້າ ຫົງສາ ຈໍາກັດ ໄດ້ຈັດຝຶກຊ້ອມແຜນຕອບໂຕ້ສະຖານະການ ໂຄວິດ – 19 ກໍລະນີທີ່ພົບຜູ້ຕິດເຊື້ອໃນເຂດພື້ນທີ່ອ້ອມຂ້າງເມືອງຫົງສາ.

ພິທີດັ່ງກ່າວໄດ້ຈັດຂຶ້ນໃນລະຫວ່າງວັນທີ 2 – 3 ພຶດສະພາ 2020 ຜ່ານມານີ້ ໂດຍຈໍາລອງການເຮັດວຽກແບບປິດພື້ນທີ່ບໍ່ແຮ່ຖ່ານຫີນ ເມືອງຫົງສາ ແລະ ພື້ນທີ່ບໍ່ແຮ່ຫີນປູນ ເມືອງເງິນ ແຂວງໄຊຍະບູລີ ( Lock Down Mining Operation Area ).

ການຝຶກຊ້ອມແຜນດັ່ງກ່າວຈະມີການໃຊ້ມາດຕະການກວດສອບຄັດກອງບຸກຄົນຢ່າງເຂັ້ມງວດ ທັງພະນັກງານໄຟຟ້າຫົງສາ ແລະ ຜູ້ຮັບເໝົາ ເພື່ອເປັນການຮັບປະກັນວ່າຈະບໍ່ມີບຸກຄົນທີ່ມາຈາກພື້ນທີ່ສ່ຽງເຂົ້າໄປຮ່ວມປະປົນກັບພະນັກງານປົກກະຕິ ເຊິ່ງເປັນໄປຕາມມາດຕະການສະກັດກັ້ນ ແລະ ປ້ອງກັນການລະບາດຂອງໄວຣັສ Covid – 19 ຂັ້ນສູງ.

ບໍລິສັດມີຄວາມໝັ້ນໃຈວ່າຜົນຈາກການຝຶກຊ້ອມໃນຄັ້ງນີ້ ຈະເຮັດໃຫ້ພະນັກງານມີຄວາມເຂົ້າໃຈໃນມາດຕະການຕ່າງໆ ແລະ ສາມາດປະຕິບັດໄດ້ເມື່ອພົບກັບເຫດການຈິງ.

ໂດຍ: ສົມລົດ