ໂຄງການກໍ່ສ້າງຕ້ານເຈື່ອນແຄມຂອງ ສະຫວັນນະເຂດຄືບໜ້າກວ່າ 60%

146

ປັດຈຸບັນໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງທີ່ຂຶ້ນກັບນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ມີຄວາມຄືບໜ້າຫຼາຍພໍສົມຄວນ ເຊິ່ງປະຕິບັດໄດ້ແລ້ວ 64,5% ຂອງແຜນການ ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນປີ 2021.

ໃນອາທິດຜ່ານມານີ້, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງທັງເປັນປະທານຊີ້ນຳໂຄງການພັດທະນາຕົວເມືອງຕາມແລວເສດຖະກິດຕາເວັນອອກ – ຕາເວັນຕົກອະນຸພາກພື້ນແມ່ນ້ຳຂອງ ( ໂຄງການ GMS: Greater Mekong Sub region ) ພ້ອມຄະນະນຳໂຄງການ ແລະ ທີ່ປຶກສາໂຄງການ GMS ພ້ອມດ້ວຍພາກສ່ວນກ່ຽວຂ້ອງໄດ້ລົງຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ.

ທ່ານ ຄຳຟອງ ວໍລະບຸດ ຮອງຜູ້ອຳນວຍການ ບໍລິສັດ ລາວມີໄຊກໍ່ສ້າງ ລາຍງານວ່າ: ໂຄງການຕ້ານເຈື່ອນແຄມແມ່ນ້ຳຂອງ ແມ່ນ 1 ໃນ 7 ກິດຈະກຳຂອງໂຄງການ GMS ທີ່ໄດ້ເລີ່ມລົງມືກໍ່ສ້າງແຕ່ເດືອນກໍລະກົດ 2019 ເປັນຕົ້ນມາ, ມີມູນຄ່າການກໍ່ສ້າງທັງໝົດ 4,5 ລ້ານກວ່າໂດລາສະຫະລັດ ໂດຍແມ່ນ ບໍລິສັດ ລາວມີໄຊກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາ, ປະກອບມີ 2 ວຽກໃຫຍ່ ຄື: ວຽກກໍ່ສ້າງກັນເຈື່ອນແຄມຂອງ ໃນລວງຍາວທັງໝົດ 980 ແມັດ ເລີ່ມຈາກທ່າບັກເກົ່າລຽບລົງໄປຕາມລຳແມ່ນ້ຳຂອງ ໂດຍຈະໄດ້ມີການຖົມດິນຊາຍອອກຈາກຂອບທາງອອກໄປ 50 ແມັດ ແລະ ລຽງຫີນລຽບຕາມແມ່ນ້ຳຂອງ ເຊິ່ງມີບໍລິມາດຊາຍຖົມທັງໝົດ 246.717 ແມັດກ້ອນ ພ້ອມວຽກຕົກແຕ່ງຄວາມງາມໜ້າເດີ່ນດ້ວຍເບຕົງລວດລາຍ ແລະ ສວນດອກໄມ້ຈຳນວນໜຶ່ງ. ນອກນີ້, ກໍມີບ່ອນຫັດກາຍ, ມີຈຸດນັ່ງຊົມວິວ – ນັ່ງເບິ່ງເຮືອຊ່ວງ ແລະ ຮ້ານຄ້າ ເຊິ່ງໜ້າວຽກນີ້ ແມ່ນໄດ້ສຳເລັດໄປແລ້ວ 64,55%.

ສ່ວນໜ້າວຽກທີ 2 ແມ່ນການກໍ່ສ້າງເສັ້ນທາງເບຕົງເສີມເຫຼັກຄວາມຍາວ 980 ແມັດ ຕາມຄວາມຍາວຂອງກັນເຈື່ອນ, ມີໜ້າທາງກວ້າງ 7 ແມັດ, ມີທາງຍ່າງສອງ  ຂ້າງທາງ ແລະ ມີບ່ອນຈອດລົດສະເພາະ ປັດຈຸບັນໄດ້  ສຳເລັດການກໍ່ສ້າງແລ້ວ 92,49% ສຳລັບວຽກທີ່ຍັງຄ້າງຄາແມ່ນການຕົກແຕ່ງປະດັບປະດາ, ປູກຫຍ້າ ແລະ ລະບົບໄຟຟ້າຕ່າງໆ ຄາດວ່າຈະສຳເລັດຕາມແຜນທີ່ວາງໄວ້ຄືປີ 2021.

ໂອກາດນີ້, ທ່ານຮອງເຈົ້າແຂວງ ກໍໄດ້ລົງສຳຫຼວດເບິ່ງຄວາມຄືບໜ້າຕົວຈິງຂອງການກໍ່ສ້າງໃນແຕ່ລະໜ້າວຽກຫຼັກ ເຊິ່ງເຫັນວ່າທາງໂຄງການໄດ້ມີຄວາມເອົາໃຈໃສ່ໃນການຈັດຕັ້ງປະຕິບັດການກໍ່ສ້າງຕາມແຜນການ ເຊິ່ງມີພຽງຂໍ້ຫຍຸ້ງຍາກບາງດ້ານເທົ່ານັ້ນທີ່ກຳລັງແກ້ໄຂ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ ສຳເລັດຕາມແຜນການທີ່ວາງໄວ້. ທັງນີ້, ກໍເພື່ອເຮັດໃຫ້ສະຖານທີ່ແຫ່ງນີ້ເປັນບ່ອນພັກຜ່ອນຢ່ອນອາລົມ, ເປັນບ່ອນອອກກຳລັງກາຍຂອງປະຊາຊົນ ແລະ ກາຍເປັນແຫຼ່ງ ທ່ອງທ່ຽວອີກຈຸດໜຶ່ງຂອງ  ນະຄອນໄກສອນ ພົມວິຫານ ກໍຄືແຂວງສະຫວັນນະເຂດ.

ໂດຍ: ສົມລົດ, ທີ່ມາ: ສະຫວັນພັດທະນາ ຂ່າວ