3 ພືດສະໝຸນໄພ ກຳຈັດແມງໄມ້ໄດ້ທຸກຊະນິດ

271

ແມງໄມ້ເປັນບັນຫາສຳຄັນຂອງຫຼາຍຄົວເຮືອນທີ່ເຮັດກະສິກຳ ຫຼື ບໍ່ເວັ້ນແຕ່ເຮືອນທີ່ຕັ້ງຢູ່ໃກ້ເຂດຕົ້ນໄມ້ຫຼາຍ ແອັດມິນກໍເລີຍໄປຫາພືດທີ່ສາມາດກຳຈັດ ຫຼື ໄລ່ຍຸງ ແມງໄມ້ດ້ວຍວິທີທີ່ງ່າຍໆ ແລະສະດວກມາຝາກແຟນຂ່າວ ເພາະທີ່ຜ່ານມາຫຼາຍເຮືອນກໍຄົງຈະເລືອກໃຊ້ສານເຄມີ ໂດຍສະເພາະແມ່ນຢາສີດຍຸງ ຢາຂ້າແມງໄມ້ຕ່າງໆ ທັ້ງທີຮູ້ວ່າມັນມີຜົນຂ້າງຄຽງ ແລະໄພອັນຕະລາຍຈາກສານເຄມີເຫຼົ່ານັ້ນ ແຕ່ກໍບໍ່ແມ່ນຈະບໍ່ມີທາງເລືອກ ເພາະວ່າມັນເປັນວິທີດຽວທີ່ເຮັດໃຫ້ແມງໄມ້ເຫຼົ່ານີ້ໜີໄວ ແຕ່ມັນຈະດີກວ່ານີ້ຖ້າເປັນວິທີທີ່ບໍ່ມີຜົນຂ້າງຄຽງຕໍ່ເຮົາເອງແຖມຍັງມີປະສິດທິຜົນ ແລະປອດໄພ.

ຜັກບົວລະພາ

ບໍ່ພຽງແຕ່ເປັນຜັກທີ່ມີກິ່ນຫອມທີ່ໃຊ້ໃນການປຸງແຕ່ງອາຫານ ແຕ່ສຳລັບແມງໄມ້ແລ້ວກິ່ນຂອງບົວລະພາອາດຈະບໍ່ເປັນທີ່ຖືກໃຈ ວິທີໃຊ້ກຳຈັດແມ່ນເຮົາສາມາດນຳເອົາໃບບົວລະພາໃສ່ກ່ອງແລ້ວນຳໄປວາງໄວ້ໃນບໍລິເວນທາງເຂົ້າ ທາງອອກຂອງເຮືອນ ຫຼື ເຮັດເປັນສະເປສີດພົ່ນເພື່ອໄລ່ແມງໄມ້ແບບທຳມະຊາດໄດ້.

ຫົວສີໄຄຫອມ

ຫຼາຍຄົນກໍຈະມີຄວາມຄຸ້ນເຄີຍກັບຫົວສີໄຄຫອມທີ່ໃຊ້ເພື່ອໄລ່ຍຸງ ແຕ່ການປູກຫົວສີໄຄຫອມໄວ້ໃນບໍລິເວນບ້ານ ທັງໃນດິນ ຫຼື ກະຖາງ ໂດຍສະເພາະໃນບໍລິເວນທີ່ມີແດດ ແລະມີການລະບາຍນໍ້າທີ່ດີຈະເຮັດໃຫ້ຂະຫຍາຍໂຕໄດ້ດີ ສາມາດເຮັດໃຫ້ເຮືອນຂອງທ່ານບໍ່ມີຍຸງມາກວນໃຈແນ່ນອນ.

ຫອມລາບ

ເປັນອີກທາງເລືອກໜຶ່ງທີ່ສຳຄັນໃນການຄວບຄຸມສັດຕູພືດທີ່ດີ ແລະມີປະສິດຕິພາບ ໂດຍສະເພາະການກຳຈັດແມງໄມ້ຕ່າງໆຈຳພວກ ຍຸງ ມົດ ແມງວັນ ສະນັ້ນ ຫອມລາບຈຶ່ງເປັນພືດສະໝຸນໄພທີ່ມີຄວາມປອດໄພເມື່ອນຳເອົາມາໃຊ້ໃນການໄລ່ແມງໄມ້ ແລະກໍ່ເປັນ ພືດທີ່ເຕີບໃຫຍ່ ຂະຫຍາຍໂຕໄວ.