ອາກອນແຂວງອັດຕະປື ສຸມໃສ່ປະຕິບັດ 16 ໜ້າວຽກຈຸດສຸມເພື່ອໃຫ້ບັນລຸແຜນການ

63

ແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນປີ 2020 ຂອງສ່ວຍສາອາກອນແຂວງອັດຕະປື ໄດ້ວາງທິດທາງລວມ 7 ຄາດໝາຍ ແລະ 16 ວຽກຈຸດສຸມ ໂດຍການແບ່ງຄວາມຮັບຜິດຊອບໃຫ້ບຸກຄົນບົນຈິດໃຈບຸກທະລຸ, ເພີ່ມທະວີຍົກສູງບົດບາດໃຫ້ຫຼາຍຂຶ້ນ ເພື່ອເຮັດໃຫ້ລາຍຮັບບັນລຸຕາມຄາດໝາຍຈຳນວນ 108 ຕື້ກີບ. ໃນນີ້, ຕົວເລກກົມສ່ວຍສາອາກອນມອບໃຫ້ 95 ຕື້ກີບ ແລະ ແຂວງມອບໃຫ້ສູ້ຊົນເພີ່ມຕື່ມ 13 ຕື້ກີບ.

ທ່ານ ສຸລິພອນ ຟອງສະໝຸດ ຮອງຫົວໜ້າສ່ວຍສາອາກອນປະຈໍາແຂວງອັດຕະປື ໃຫ້ສໍາພາດວ່າ: ປັດຈຸບັນສ່ວຍສາອາກອນປະຈຳແຂວງອັດຕະປື ມີຫົວໜ່ວຍທຸລະກິດທີ່ຢູ່ໃນການຄຸ້ມຄອງທັງໝົດ 1.347 ຫົວໜ່ວຍ ( ຕົວເລກສະຖິຕິ 2019 ) ເຂົ້າລະບົບອາກອນມູນຄ່າເພີ່ມມີ 221 ຫົວໜ່ວຍ. ນອກຈາກນັ້ນ, ແມ່ນຂຶ້ນກັບການຄຸ້ມຄອງຂອງສ່ວຍສາອາກອນປະຈໍາເມືອງ.

ສຳລັບໃນປີ 2020 ນີ້ ໄດ້ຮັບຕົວເລກແຜນການທັງໝົດ 108 ຕື້ກີບ ຫຼື ເທົ່າກັບ116,43% ຂອງແຜນການປີ 2019 ຜ່ານມາ ( ເພີ່ມຂຶ້ນ 53,87% ຂອງຂໍ້ມູນເດີນສໍາຫຼວດປີ 2019 ຫຼື ເທົ່າກັບ 3,78% ຂອງ GDP. ໃນນີ້, ຕົວເລກກະຊວງການເງິນ    ( ກົມສ່ວຍສາອາກອນ ) ມອບໝາຍໃຫ້ຈັດເກັບໃນປີ 2020 ຈໍານວນ 95 ຕື້ກີບ ແລະ    ແຂວງອັດຕະປື ມອບໝາຍສູ້ຊົນເພີ່ມຕື່ມ 13 ຕື້ກີບ. ໃນນີ້, ຂັ້ນແຂວງຮັບຜິດຊອບ 96,83 ຕື້ກີບ, ຂັ້ນເມືອງຮັບຜິດຊອບ 11,16 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນງວດ 1 ສາມາດປະຕິບັດລາຍຮັບໄດ້ 9 ຕື້ກວ່າກີບ ເທົ່າກັບ 9,96% ຂອງແຜນການປີ ຫຼື ເທົ່າກັບ 55% ຂອງແຜນການງວດ.

ທ່ານກ່າວຕື່ມວ່າ: ເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການ, ຄະນະນຳຂອງສ່ວຍສາອາກອນປະຈຳແຂວງໄດ້ວາງທິດທາງລວມ 7 ຄາດໝາຍ ແລະ 16 ວຽກຈຸດສຸມ ໂດຍການແບ່ງງານ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນບົນຈິດໃຈບຸກທະລຸເພີ່ມທະວີຍົກສູງບົດບາດໃຫ້ຫຼາຍຂຶ້ນ, ຮັບປະກັນການເກັບລາຍຮັບໃຫ້ມີຜົນສຳເລັດຕາມຕົວເລກຄາດໝາຍກຳນົດໄວ້ໃນແຕ່ລະດ້ານ. ຄຽງຄູ່ກັນນັ້ນ, ກໍສືບຕໍ່ທີ່ຈະດຳເນີນການປັບປຸງກົນໄກຄຸ້ມຄອງຜູ້ເສຍອາກອນຂະໜາດນ້ອຍ ( ຈຸນລະວິສາຫະກິດ ) ໃຫ້ຮັດກຸມ, ຮັບປະກັນໄດ້ຄວາມຖືກຕ້ອງ, ທັນສະໄໝ ແລະ ທັນເວລາບົນພື້ນຖານລະບຽບກົດໝາຍກຳນົດໄວ້.

ຫັນການຄຸ້ມຄອງວຽກງານເກັບລາຍຮັບສ່ວຍສາອາກອນໄປສູ່ລະບົບທີ່ທັນສະໄໝ ດ້ວຍການປະຕິບັດນະໂຍບາຍລວມຂອງກົມສ່ວຍສາອາກອນເພື່ອຊຸກຍູ້, ສົ່ງເສີມໃຫ້ບັນດາຫົວໜ່ວຍທຸລະກິດ ຫຼື ຜູ້ປະກອບການໄດ້ຊໍາລະອາກອນຜ່ານລະບົບທະນາຄານໃຫ້ຫຼາຍຂຶ້ນ, ເພີ່ມທະວີການໂຄສະນາ, ເຜີຍແຜ່ບັນດານິຕິກໍາກ່ຽວກັບວຽກງານສ່ວຍສາອາກອນໃຫ້ກວ້າງຂວາງທົ່ວສັງຄົມ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານຮອບດ້ານ, ເພີ່ມທະວີການແລກປ່ຽນຖອດຖອນບົດຮຽນກັບບັນດາແຂວງພາຍໃນປະເທດ ແລະ ຕ່າງປະເທດທີ່ໃກ້ຄຽງ ( ຕາມບົດບັນທຶກຊ່ວຍຈໍາຂອງແຂວງ ) ເພື່ອຍາດແຍ່ງແຫຼ່ງທຶນຊ່ວຍໜູນ ແລະ ປັບປຸງວຽກງານຄຸ້ມຄອງສ່ວຍສາອາກອນໃຫ້ປະສິດທິຜົນ.

ເນື້ອໃນ – ຮູບ: ສ່ວຍສາອາກອນອັດຕະປື, ຂ່າວ: ສົມສະຫວິນ