ແຂວງໄຊຍະບູລີ ປືກສາຫາລື ຕ້ານໂຄວິດ-19

218

ໃນຕອນເຊົ້າຂອງວັນທີ 4 ພຶດສະພາ ທີ່ສະໂມສອນຫ້ອງວ່າການແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມປືກສາຫາລື ກ່ຽວກັບ ການສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020, ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ໄຊຍະບູລີ, ມີບັນດາຄະນະສະເພາະກິດຕ້ານ ແລະ ສະກັດກັ້ນພະບາດ ໂຄວິດ-19 ຂັ້ນແຂວງ ແລະ ຂັ້ນເມືອງ 2 ເມືອງເຂົ້າຮ່ວມ.

ໃນກອງປະຊຸມພາຍຫຼັງ ທ່ານ ເພັດພິໄຊ ສູນວິໄລ ຫົວໜ້າຫ້ອງວ່າການແຂວງ ໄຊຍະບູລີ ຜ່ານແຈ້ງການສະບັບເລກທີ 524/ຫສນຍ ລົງວັນທີ 1 ພຶດສະພາ 2020, ວ່າດ້ວຍການສືບຕໍ່ປະຕິບັດບັນດາມາດຕະການ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ -19ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020,ທ່ານ ນາງ ບຸນພັກ ອິນທະປັນ ຮອງເຈົ້າແຂວງ ໄຊຍະບູລີ ກໍໄດ້ຂຶ້ນຜ່ານບົດລາຍງານຄວາມຄືບໜ້າໃນການຈັດຕັ້ງປະຕິບັດສະກັດກັ້ນພະຍາດໂຄວິດ-19 ແຕ່ວັນທີ 17ມີນາ ຫາ 3 ພຶດສະພາ 2020ວ່າ: ໃນໄລຍະດັ່ງກ່າວ ແຂວງ ໄຊຍະບູລີ ມີຈໍານວນຄົນເຂົ້າດ່ານສາກົນທັງໝົດ 10.262 ຄົນ, ໃນນີ້ເຂົ້າດ່ານສາກົນ ນໍ້າເຫືອງ ເມືອງ ແກ່ນທ້າວ 5.817 ຄົນ, ດ່ານສາກົນພູດູ່ ເມືອງ ປາກລາຍ 708 ຄົນ, ດ່ານສາກົນ ນໍ້າເງິນ ເມືອງ ເງິນ 2.546 ຄົນ, ດ່ານສາກົນປາງມອນ ເມືອງ ຄອບ 715 ຄົນ ແລະ ເຂົ້າດ່ານປະເພນີ 428 ຄົນ, ໃນຈໍານວນຄົນດັ່ງກ່າວມີຄົນຕ່າງແຂວງ 446 ຄົນ.

ຈໍານວນສູນກັກກັນບໍລິເວນໃນທົ່ວແຂວງທັງໝົດມີ 125 ສູນ, ຈໍານວນຜູ້ກັກບໍລິເວນສະສົມຮອດວັນທີ 3 ພຶດສະພາ ມີທັງໝົດ 9.452 ຄົນ(ກັກກັນຢູ່ສູນ 8.258 ຄົນ, ກັກກັນຢູ່ບ້ານ 1.194 ຄົນ). ຮອດປະຈຸບັນຍັງມີຜູ້ກັກບໍລິເວນ 60 ຄົນ, ມີ 10 ສູນ, ໄດ້ສໍາເລັດຈຸດຂ້າເຊື້ອມີທັງໝົດ 119 ຈຸດ.

ທົ່ວແຂວງໄດ້ເກັບຕົວຢ່າງທັງໝົດສົ່ງໄປກວດ 77 ຄົນ, ໃນນີ້ນອນໂຮງໝໍ 24 ຄົນ, ຜູ້ສໍາພັດ 3 ຄົນ, ເຂົ້າຜ່ານດ່ານ 50 ຄົນ, ຜົນກວດບໍ່ພົບເຊື້ອ.

ຈາກນັ້ນບັນດາຜູ້ເຂົ້າຮ່ວມໄດ້ປືກສາຫາລືກັນໃນການສືບຕໍ່ເຝົ້າວະວັງ, ປ້ອງກັນ, ຄວບຄຸມ, ສະກັດກັນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19ໃນໄລຍະແຕ່ວັນທີ 4-17 ພຶດສະພາ 2020 ຕື່ມອີກ.

ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ