ໄກ່ຕົ້ມນ້ຳປາ

204

ໄກ່ຕົ້ມນ້ຳປາ ເປັນເມນູໜຶ່ງທີ່ຫຼາຍຄົນນິຍົມກິນ ແລະ ຍົກໃຫ້ເປັນເມນູສຸດຍອດດ້ວຍຊີ້ນໄກ່ຄຸກເຂົ້າກັບເຄື່ອງເທດ ພ້ອມດ້ວຍກິ່ນຫອມຈາກນ້ຳປາ ແລະ ມີລົດຊາດແຊບ ເຮົາມາເບິ່ງສ່ວນປະສົມ ແລະ ວິທີເຮັດງ່າຍໆ ດັ່ງນີ້:

ສ່ວນປະສົມ: ໄກ່ 1 ໂຕ ( ເອົາໄກ່ສ່ວນຕ່າງໆໄດ້ຕາມມັກ ), ຮາກຜັກຫອມປ້ອມ ທຸບ 2 ຮາກ, ຂ່າຊອຍ 3 ປ່ຽງ, ຫົວສີໃຄ ທຸບ 2 ຕົ້ນ, ໃບຂີ້ຫູດ 3 ໃບ, ນ້ຳຕານປີ໊ບ 1 ບ່ວງແກງ, ນ້ຳປາ 1 ຖ້ວຍນ້ອຍ, ສະອິວດຳ 1 ບ່ວງແກງ, ນ້ຳສະອາດສຳລັບຕົ້ມ.

ວິທີເຮັດ: ລ້າງໄກ່ໃຫ້ສະອາດກຽມໄວ້, ໃສ່ນ້ຳສະອາດລົງໃນໝໍ້ ຕັ້ງໄຟໃຫ້ຟົດແລ້ວນຳໄກ່ລົງໄປລວກໃຫ້ພໍສຸກແລ້ວຕັກຂຶ້ນປະໄວ້, ໃສ່ຮາກຜັກຫອມປ້ອມ, ຂ່າ, ຫົວສີໃຄ, ໃບຂີ້ຫູດ ແລະ ນ້ຳຕານປີ໊ບລົງໝໍ້ແລ້ວເອົາໄກ່ລົງໄປ ຕາມດ້ວຍນ້ຳປາ ແລະ ສະອິວດຳ ແລ້ວໃສ່ນ້ຳສະອາດລົງໄປພໍໃຫ້ຖ້ວມໄກ່ ປິດຝາ ຕົ້ມດ້ວຍໄຟປານກາງ ປະມານ 30 ນາທີ ຫາ 1 ຊົ່ວໂມງ ( ຕາມຂະໜາດຂອງໄກ່ ) ຈົນສຸກດີ. ແລ້ວຕັກຂຶ້ນສະເດັດນ້ຳ ຕັດເປັນຕ່ອນໃສ່ຈານພ້ອມເສີບກັບນ້ຳແຈ່ວ.

ຮຽບຮຽງໂດຍ: ແກ້ວ; ຂໍ້ມູນຈາກ :kapook