ຄ້າຍເພງ ເອເອ ມິວສິກ ເປີດຮັບສະໝັກຜູ້ເຂົ້າປະກວດ ໂຄເວີ້ເພງ ທາງອອນລາຍ

175

ຄ້າຍເພງ ເອເອ ມິວສິກ ( AA Music ) ເປີດຮັບສະໝັກປະກວດຮ້ອງເພງຜ່ານລະບົບອອນລາຍ ໃນໂຄງການໂຄເວີ້ເພງ. ສໍາລັບຜູ້ທີ່ມີຄວາມສົນໃຈ ໂດຍສະເພາະແມ່ນຜູ້ທີ່ມີໃຈມັກຮັກທາງດ້ານການຮ້ອງເພງ ແລະ ຢາກມີໂອກາດໄດ້ສະແດງ ຄວາມສາມາດກໍສາມາດເຂົ້າມາສະໝັກໄດ້ໂດຍບໍ່ຈຳກັດເພດໄວ ເຊິ່ງຈະເລີ່ມເປີດສະໝັກແຕ່ວັນທີ 5 ພຶດສະພາ ເປັນຕົ້ນໄປທຸກແຂວງທົ່ວປະເທດ.

ທ່ານ ແອງສອນ ວິໄລທອງ ເປັນເຈົ້າຂອງ ຄ້າຍເພງ ເອເອ ມິວສິກ ໃຫ້ສຳພາດວ່າ: ຈຸດປະສົງການຈັດໂຄງການປະກວດ ໂຄເວີ້ເພງ ແມ່ນເພື່ອເປີດໂອກາດ ແລະ ຄົ້ນຫານ້ອງໃໝ່ທີ່ມີ ຄວາມຝັນຢາກອອກຜົນງານເພງໄດ້ມາຮ່ວມງານກັບທີມງານ ເອເອ ມິວສິກ ໃນປີ 2020.

ສ່ວນເງື່ອນໄຂຜູ້ທີ່ຈະມາສະໝັກຕ້ອງແມ່ນບຸກຄົນທີ່ບໍ່ເຄີຍມີຜົນງານມາກ່ອນ ແລະ ອາໄສຢູ່ໃນປະເທດລາວ ຖ້າຊະນະເລີດຕ້ອງສະດວກໃນການຜະລິດຜົນງານກັບ ຄ້າຍເພງ ເອເອ ມິວສິກ ( ນະຄອນຫຼວງວຽງຈັນ ) ແລະ ເພງທີ່ເຂົ້າປະກວດຮອບທຳອິດທຸກຄົນຕ້ອງເລືອກສະເພາະເພງໃນສັງກັດຂອງຄ້າຍເພງ ເອເອ ມິວສິກ ເທົ່ານັ້ນ ( ແລ້ວຮ້ອງອັດເປັນຄຣິບຂະໜາດຄວາມຍາວບໍ່ເກີນ 3:30 ນາທີ ສົ່ງເຂົ້າມາທີ່ເບີ 020 5555 2709. ໂດຍພວກເຮົາຈະໄດ້ຄັດເລືອກເອົາ 5 ຄົນສຸດທ້າຍ ເພື່ອເຂົ້າຮອບຊີງຊະນະເລີດ. ສຳລັບຜູ້ທີ່ຜ່ານເຂົ້າຮອບ 5 ຄົນສຸດທ້າຍ ຈະສາມາດນຳເອົາເພງຫຍັງກໍໄດ້ທີ່ຕົນເອງມັກ ແລະ ຖະໜັດມາແຂ່ງຂັນກັນໃນຮອບຊີງຊະນະເລີດ ເພື່ອຊີງເອົາຂັນລາງວັນ ແລະ ອອກຜົນງານເພງໃໝ່.

ສຳລັບຜູ້ທີ່ໄດ້ຮັບລາງວັນຊະນະເລີດຈະໄດ້ຮັບຂັນລາງວັນມູນຄ່າ 5 ແສນກີບ ແລະ ອອກເພງໃໝ່ 1 ເພງ, ຮອງຊະນະເລີດຈະໄດ້ຮັບລາງວັນຊົມເຊີຍມູນຄ່າ 5 ແສນກີບ ແລະ ລາງວັນຊະນະຍອດວິວ ຂວັນໃຈປະຊາຊົນ ຈະໄດ້ຮັບລາງວັນຊົມເຊີຍມູນຄ່າ 3 ແສນກີບ.

ໂດຍຈະເປີດຮັບຄຣິບໃນວັນທີ 5 ພຶດສະພາ ຈົນຮອດວັນທີ 6 ມິຖຸນາ 2020 ປະກາດຜົນຮອບ 5 ຄົນສຸດທ້າຍ ຜ່ານທາງອອນລາຍໃນວັນທີ 8 ມິຖຸນາ 2020 ແລະ ປະກາດຜູ້ຊະນະເລີດໃນວັນທີ 20 ມິຖຸນາ 2020. ສຳລັບຜູ້ທີ່ມີຄວາມສົນໃຈຢາກເຂົ້າຮ່ວມກິດຈະກໍາປະກວດຮ້ອງເພງ ກັບຄ້າຍເພງ ເອເອ ມິວສິກ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທາງແຟນເພຈ໌: AA MUSIC.

ຂ່າວ: ແກ້ວ; ຮູບ: ເອເອ ມິວສິກ