ລາຄາຄໍາຕົກຫຼັງນັກລົງທຶນເພີ່ມການຖືຄອງຊັບສິນສ່ຽງ

99
3D illustration of gold ingots over black background with a chart. Financial concept, horizontal image.

ລາຄາຄໍາຟິວເຈີປິດຕະຫຼາດເມື່ອບໍ່ດົນມານີ້ປັບຕົວຫຼຸດລົງ,ຂະນະທີ່ນັກລົງທຶນພາກັນຖືຄອງຊັບສິນສ່ຽງເນື່ອງຈາກຫຼາຍປະເທດເລີ່ມຜ່ອນຄາຍມາດຕະການປິດເມືອງເປັນຕົ້ນໃນອາເມຣິກາ ແລະ ເອີຣົບ.

ທັງນີ້ອາເມຣິກາ ແລະ ເອີຣົບຕະຫຼອດຮອດນູແວນເຊລັງໄດ້ເລີ່ມຜ່ອນຄາຍມາດຕະການປິດເມືອງເຊິ່ງຄາດຄະເນວ່າຈະຊ່ວຍຊູຍູ້ໜູນຜົນການດໍາເນີນທຸລະກິດຂອງບໍລິສັດຕ່າງໆ ແລະ ຄວາມເຊື່ອໝັ້ນທາງເສດຖະກິິດຫຼັງຈາກທີ່ກິດຈະກໍາຕ່າງໆໄດ້ຢຸດເຊົາໃນໄລຍະທີ່ປະກາດໃຊ້ມາດຕະການດັ່ງກ່າວເພື່ອສະກັດການລະບາດຂອງໂຄວິດ-19.

ນອກຈາກນີ້,ນັກລົງທຶນຕິດຕາມກອງປະຊຸມຂອງທະນາຄານກາງອາເມຣິກາຫຼືເຟດໃນອາທິດນີ້ໂດຍຄາດຄະເນວ່າເຟດຈະຍັງຮັກສາອັດຕາດອກເບ້ຍທີ່ລະດັບ0,00-0,25%ຫຼັງຈາກທີ່ເຟດໄດ້ປະກາດມາດຕະການຊຸກຍູ້ເສດຖະກິດຄັ້ງໃຫຍ່ເມື່ອວັນທີ23ເດືອນ ມີນາທີ່ຜ່ານມາເພື່ອຮັບມືການລະບາດຂອງພະຍາດ.

ໂດຍມາດຕະການດັ່ງກ່າວລວມເຖິງການຊື້ພັນທະບັດຕາມມາດຕະການຜ່ອນຄາຍເຊີງປະລິມານຫຼືຄິວອີໃນຈໍານວນບໍ່ຈໍາກັດເຊິ່ງຖືເປັນການດໍາເນີນການແຊກແຊງຕະຫຼາດຄັ້ງໃຫຍ່ຍທີ່ສຸດເທົ່າທີ່ເຟດເຄີຍເຮັດມາ.