ເຕົາລີດ ໄໝ້ ມີຄາບດຳ ບໍ່​ຕ້ອງ​ກັງ​ວົນ​ ພຽງ​ໃຊ້​ທຽນ​ໄຂ ກັບ​ຢາ​ຖູ​ແຂ້ວ

108

ຫຼາຍ​ຄົນ​ອາດ​ເຄີຍ​ພົບ​ບັນ​ຫາ​ນີ້, ສຳ​ລັບ​ຜູ້​ທີ່​ມັກ​ລີດ​ເຄື່ອງ ລຽນ​ຜ້າ ບັນ​ຫາ​ທີ່​ມັກ​ພົບ​ພໍ້​ແມ່ນ​ເຕົາ​ລີດ​ໄໝ້ ມີ​ຮອຍ​ດຳ ຈາກ​ນັ້ນ​ອາດ​ຈະ​ໃຊ້​ລີດ​ຕໍ່​ບໍ່​ໄດ້ ເພາະ​ມັນ​ຈະ​ເປື້ອນ ເຄື່ອງ
ແຕ່​ບໍ່​ຕ້ອງ​ກັງ​ວົນ​ອີດກ​ຕໍ່​ໄປ ມື້​ນີ້​ຈະ​ມາ​ແນະ​ນຳ​ວິ​ທີ​ກຳ​ຈັດ​ຄາບ​ໄໝ້, ຄາບ​ດຳ​ດັ່ງ​ກ່າວ ໃຫ້​ເຮົາ​ສາ​ມາດ​ໃຊ້​ເຕົາ​ລີດ​ໄດ້​ອີກ​ຄັ້ງ

ພຽງ​ແຕ່​ມີ​ທຽນ​ໄຂ, ຢາ​ສີ​ຝັນ (ຢີ່​ຫໍ້​ໃດ​ກໍ​ໄດ້) ຜ້າ​ໄວ້​ເຊັດ ແລະ ຫໍ່​ມື​ກັນ​ຮ້ອນ, ​ເມື່ອກຽມ​ທຽນ​ໄຂ​ໄດ້​ແລ້ວ​ກໍ​ນຳ​ທຽນໄຂມາຖູເຕົາລີດໃນຂະນະທີ່ເຕົາລີດຮ້ອນ (ລະ​ວັງ​ມື​ນຳ​ເດີ້)
ຖູຈົນທຽນໄຂລະລາຍ ຫຼັງຈາກນັ້ນໃຊ້ຜ້າເຊັດທຽນໄຂອອກຈະເຮັດໃຫ້ຮອຍດໍາທີ່ຕິດຢູ່ໜ້າເຕົາລີດຕິດອອກມານໍາ.

ໃຊ້ຢາຖູແຂ້ວທາໜ້າເຕົາລີດທີ່ມີຮອຍດໍາ ພ້ອມທັງສຽບປັກໄຟເຕົາລີດຈົນເຮັດໃຫ້ຢາຖູແຂ້ວໄໝ້ຈຶ່ງຖອດປັກໄຟ

ເມື່ອເຕົາລີດເຢັນແລ້ວໃຊ້ຜ້າຈຸ່ມນໍ້າເຊັດໜ້າເຕົາລີດພຽງເທົ່ານີ້ເຕົາລີດກໍ່ຈະສະອາດທັນທີ.

ຈາກ​ນັ້ນເອົາເຕົາລີດໄປລີດໃບຕອງຈະເຮັດໃຫ້ຮອຍໄໝ້ ດໍາ ທີ່ຕິດຢູ່ໜ້າເຕົາລີດລອກອອກຢ່າງງ່າຍດາຍ.