Monthly Archives: February, 2020

ແຂວງຫົວພັນ ເກັບລາຍຮັບໄດ້ລື່ນແຜນ 21,74%

ໃນປີ 2019 ຜ່ານມາ ແຂວງຫົວພັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 139,6 ຕື້ກວ່າກີບ ເທົ່າກັບ 121,74% ຂອງແຜນການປີເຫັນວ່າລື່ນແຜນການ 21,74%, ຂະນະທີ່ແຜນການປີ 2020 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 140,89 ຕື້ກີບ ເທົ່າກັບ 4,34% ຂອງ GDP ຫາກທຽບໃສ່ປີ 2019 ແມ່ນໃຫ້ເພີ່ມຂຶ້ນ 22,87%. ທ່ານ...

ລັດໃຫ້ 3 ບໍລິສັດ ຕິດຕັ້ງຄືນລະບົບເຄືອຂ່າຍໂທລະສັບ

ສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງນາມຮ່ວມກັບ ບໍລິສັດ ອີທີແອລ ຈຳກັດ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ສະຕາໂທລະຄົມມະນາຄົມ ຈຳກັດ ເພື່ອຮັບເໝົາວຽກຍົກຍ້າຍ ແລະ ຕິດຕັ້ງຄືນລະບົບເຄືອຂ່າຍໂທລະສັບ ໃນໂຄງການປັບປຸງ ແລະ ສ້ອມແປງທາງເລກ 13...

ລາຍຮັບຈາກການທ່ອງທ່ຽວຫຼຸດລົງ 70% ຫຼັງໂຄໂຣນາລະບາດ ນະຄອນຫຼວງຕັ້ງຈຸດປະສານ 9 ຕົວເມືອງໃຫ້ຂໍ້ມູນ-ຂ່າວສານປະຊາຊົນ

ນັບແຕ່ທ້າຍເດືອນມັງກອນ ເປັນຕົ້ນມາກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ສປ ຈີນ ໄດ້ອອກແຈ້ງການຍົກເລີກບັນດາກຸ່ມນັກທ່ອງທ່ຽວຕ່າງໆທັງພາຍໃນປະເທດ ແລະ ຫ້າມປະຊາຊົນຈີນໄປທ່ຽວຕ່າງປະເທດ ເຮັດໃຫ້ຈຳນວນນັກທ່ອງທ່ຽວຫຼຸດລົງເປັນຈຳນວນຫຼາຍ, ເຮັດໃຫ້ລາຍ ຮັບໂດຍສະເພາະແມ່ນທີ່ພັກ ແລະ ບໍລິສັດທ່ອງທ່ຽວລາຍຮັບຫຼຸດລົງ 70%. ສະຖານະການຫຼ້າສຸດຍອດຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດຍັງຄົງເພີ່ມຂຶ້ນຕໍ່ເນື່ອງ, ສ່ວນຢູ່ນະຄອນຫຼວງວຽງຈັນ ໄດ້ຕັ້ງຈຸດປະສານງານຢູ່ 9 ຕົວເມືອງ ເພື່ອກະຈາຍຂໍ້ມູນ -...

ລາຄາຊີ້ນໝູຍັງສູງກວ່າລັດກໍານົດ

ລາຄາຂາຍຊີ້ນໝູໃນທ້ອງຕະຫຼາດວັນທີ 3 ກຸມພາ 2020 ຍັງສູງກວ່າລັດກໍານົດບາງຕະຫຼາດ ແຕະລະດັບ 48 ພັນກີບຕໍ່ກິໂລ ສາເຫດເກີດຈາກຫຼາຍປັດໄຈ ດ້ານເຈົ້າຂອງຟາມຊີ້ການສະໜອງຊີ້ນໝູໃນຕະຫຼາດຫຼຸດລົງ20%. ນາງ ນົກ ແມ່ຄ້າຂາຍໝູທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ກ່າວຕໍ່ທີມຂ່າວພວກເຮົາໃນວັນທີ 3 ກຸມພາ 2020 ວ່າ: ສາເຫດທີ່ພາໃຫ້ຂາຍຊີ້ນໝູສູງກວ່າ 40 ພັນກີບຕໍ່ກິໂລ ກໍເນື່ອງຈາກວ່າຮັບມາຈາກນາຍຮ້ອຍທີ່ມາສົ່ງໃນລາຄາ 32.000 ກີບຕໍ່ກິໂລ...

ແຂ່ງຂັນສະມາດເບຣນ ຈິນຕະຄະນິດ ແລະ ສິລະປະຄະນິດ ຊີງຂັນຫົວໜ້າຫ້ອງການ ສສກ ເມືອງໄຊ

ການແຂ່ງຂັນສະມາດເບຣນ ຈິນຕະຄະນິດ ແລະ ສິລະປະຄະນິດ ຊີງຂັນຫົວໜ້າ ຫ້ອງການສຶກສາທິການ ແລະ ກີລາເມືອງໄຊ ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ກຸມພາ 2020 ຢູ່ທີ່ສູນສະມາດເບຣນ ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ. ການແຂ່ງຂັນໃນຄັ້ງນີ້ກໍເພື່ອປະເມີນຜົນການຮຽນຂອງນັກຮຽນ ແລະ ການສອນຂອງຄູ ທັງເປັນການທົດສອບທັກສະ ແລະ ພັດທະນາການດ້ານສະໝອງຂອງນ້ອງນັກຮຽນ...

ກັກຕົວຜູ້ຖືກຫາຄ້າຂາຍຢາເສບຕິດ ພ້ອມຂອງກາງ 2.000 ກວ່າເມັດ

ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ວ່າມີກຸ່ມຄົນບໍ່ດີໄດ້ນຳເອົາຢາເສບຕິດມາເຄື່ອນໄຫວຄ້າ - ຂາຍ ຢູ່ເທສະບານແຂວງໄຊຍະບູລີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ຈຶ່ງໄດ້ນຳໜ່ວຍງານວິຊາສະເພາະເຂົ້າກັກຕົວເປົ້າໝາຍທີ່ຕ້ອງສົງໄສ ວ່າມີການພົວພັນເຄື່ອນໄຫວຄ້າ - ຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງເຂດເທສະບານ ແຂວງໄຊຍະບູລີ. ເວລາປະມານ 09:00 ໂມງ ຂອງວັນທີ 30 ມັງກອນ 2020 ສາມາດກັກຕົວຜູ້ຖືກຫາໄດ້...

ແຂວງຫຼວງນໍ້າທາ ຝຶກອົບຮົມຄູຝຶກວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

ວັນທີ 4 ກຸມພາ 2020 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ກະຊວງຍຸຕິທຳ ໄດ້ຝຶກອົບຮົມຄູ, ຝຶກວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງຫຼວງນໍ້າທາ ໂດຍການເປັນປະທານ ຂອງ ທ່ານ ນາງ ມະລີພອນ ນາບຸນແພງ ຫົວໜ້າພະແນກຍຸຕິທຳ ແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານຈາກກະຊວງຍຸຕິທຳ,...

ເພື່ອຄວາມໂປ່ງໃສ! ການມອບພັນທະເຂົ້າງົບປະມານແຫ່ງລັດ ຕ້ອງຜ່ານລະບົບທະນາຄານເທົ່ານັ້ນ

ກະຊວງການເງິນອອກແຈ້ງການ ການນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ໂດຍໃຫ້ເອກະພາບກັນທົ່ວປະເທດ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້. ເພື່ອຮັບປະກັນການມອບລາຍຮັບເຂົ້າງົບປະມານ ໃຫ້ລວມສູນຜ່ານລະບົບທະນາຄານ ດ້ວຍການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການກະຊວງການເງິນ ອອກແຈ້ງການ ສະບັບເລກທີ 0013/ຫກງ, ລົງວັນທີ 03 ມັງກອນ 2020 ເຖິງບັນດາຂະແໜງການລາຍຮັບ, ຄັງເງິນແຫ່ງຊາດ, ຫົວໜ່ວຍງົບປະມານຂັ້ນສູນກາງ-ທ້ອງຖິ່ນ, ພະແນກການເງິນແຂວງ-ນະຄອນຫຼວງ, ຫ້ອງການເງິນເມືອງ-ນະຄອນ, ບັນດາທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດຕ່າງໆ,...

ຫຼາຍພາກສ່ວນຫາລືການຝຶກວິຊາຊີບກ້າວສູ່ການມີວຽກເຮັດໃຫ້ແຮງງານລາວ

ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະວິດເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ແລະ  ອົງການເຊີວິດຄອນແທັກ ຮ່ວມກັນຈັດກອງປະຊຸມ ວາງແຜນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ເຮັດໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ໄດ້ເຂົ້າຝຶກອົບຮົມວິຊາຊີບ ແລະ ເຂົ້າສູ່ຕະຫຼາດແຮງງານ ຫຼື ກັບເຂົ້າສູ່ລະບົບການສຶກສາ. ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 5...

ໄຊບູລີເປີດງານບຸນປະເພນີເດືອນສາມເພັງ ທີ່ບ້ານດ່ານປາກເຊບັ້ງໄຟຢ່າງຄືກຄືນ

ເພື່ອເປັນການສືບຕໍ່ອະນຸລັກຮັກສາຮີດຄອງມາແຕ່ບູຮານນະການ, ເມືອງໄຊບູລີ ໄດ້ຈັດງານບຸນປະເພນີຂຶ້ນພ້ອມກັນ 4 ແຫ່ງ ຄື: ບຸນປະເພນີ ໃບເສມາວັດນິມິດ ກະຕຶບບ້ານກາງ ບຸນປະເພນີ ໃບເສມາບ້ານສີໄຄ , ບຸນປະເພນີໃບເສມາບ້ານນາມ່ວງ ແລະ ບຸນປະເພນີເດືອນສາມເພັງທີ່ບ້ານປາກເຊບັ້ງໄຟເມືອງໄຊບູລີ ແຂວງສະຫວັນນະເຂດ . ພິທີ ເປີດງານບຸນປະເພນີ ເດືອນສາມເພັງ ຈັດຂຶ້ນວັນທີ 3 ກຸມພາ 2020,ນີ້ ຢູ່ທີ່...
- Advertisment -
Slide
Slide

Most Read

error: Content is protected !!