ລັດໃຫ້ 3 ບໍລິສັດ ຕິດຕັ້ງຄືນລະບົບເຄືອຂ່າຍໂທລະສັບ

252

ສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ ລົງນາມຮ່ວມກັບ ບໍລິສັດ ອີທີແອລ ຈຳກັດ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ສະຕາໂທລະຄົມມະນາຄົມ ຈຳກັດ ເພື່ອຮັບເໝົາວຽກຍົກຍ້າຍ ແລະ ຕິດຕັ້ງຄືນລະບົບເຄືອຂ່າຍໂທລະສັບ ໃນໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ໄລຍະສີເກີດ ຫາ ໂພນໂຮງ ( ຍາວ 58 ກິໂລແມັດ ).

ພາບປະກອບຂ່າວ

ພິທີລົງນາມດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 4 ກຸມພາ 2020 ທີ່ສຳນັກງານໃຫຍ່ບໍລິສັດ ອີທີແອລ ຈຳກັດ ນະຄອນຫຼວງວຽງຈັນ ລະຫວ່າງ ທ່ານ ນາງ ພອນສະຫວັນ ແພງສີດາ ຫົວໜ້າສະຖາບັນຄົ້ນຄວ້າໂຍທາທິການ ແລະ ຂົນສົ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ຮວງ ສຸຢູນ ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈຳກັດ, ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງຜູ້ອຳນວຍການໃຫຍ່ດ້ານເຕັກນິກ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ທ່ານ ຫງຽນຊວນວີງ ຮອງຜູ້ອຳນວຍການໃຫຍ່ດ້ານເຕັກນິກ ບໍລິສັດ ສະຕາໂທລະຄົມມະນາຄົມ ຈຳກັດ.

ທ່ານ ນາງ ພອນສະຫວັນ ແພງສີດາ ກ່າວວ່າ: ອີງຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 1536/ຍທຂ ລົງວັນທີ 23 ມັງກອນ 2020 ວ່າດ້ວຍການຮັບຮອງເອົາຜົນການຈັດຊື້ໂດຍກົງກັບ ບໍລິສັດ ອີທີແອລ ຈຳກັດ, ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ແລະ ບໍລິສັດ ສະຕາໂທລະຄົມມະນາຄົມ ຈຳກັດ ເພື່ອຍົກຍ້າຍ ແລະ ຕິດຕັ້ງຄືນລະບົບເຄືອຂ່າຍໂທລະສັບ ໂຄງການປັບປຸງ ແລະ ສ້ອມແປງທາງ ເລກທີ 13 ເໜືອ ແຕ່ 3 ແຍກສີເກີດ ຫາໂພນໂຮງ.

ສຳລັບຄວາມເປັນມາຂອງໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ເປັນໂຄງການທີ່ລັດຖະບານລາວ ໄດ້ຮັບເງິນກູ້ຢືມດອກເບ້ຍຕ່ຳຈາກ 3 ແຫຼ່ງທຶນ ເຊັ່ນ: ທະນາຄານໂລກ 40 ລ້ານໂດລາສະຫະລັດ, ທະນາຄານພັດທະນາພື້ນຖານໂຄງລ່າງອາຊີ 40 ລ້ານໂດລາສະຫະລັດ ແລະ ກອງທຶນນໍດິກ 9,8 ລ້ານໂດລາສະຫະລັດ ໂຄງການດັ່ງກ່າວແມ່ນ ບໍລິສັດ ຮູເປີຍ ຊາງຈຽງກໍ່ສ້າງຂົວທາງ ເປັນຜູ້ຊະນະການປະມູນໃນການກໍ່ສ້າງ ເຊິ່ງໄລຍະປະຕິບັດໂຄງການແມ່ນ 10 ປີ ( ແຕ່ປີ 2019 ຫາ 2028 ) ໃນນີ້, ໄລຍະກໍ່ສ້າງ 3 ປີ ແລະ ບູລະນະຮັກສາ 7 ປີ, ການອອກແບບເພື່ອປັບປຸງ ແລະ ຍົກລະດັບຕອນທາງດັ່ງກ່າວ ແມ່ນເປັນການປັບປຸງຍົກລະດັບໂຄງສ້າງ ແລະ ຂະຫຍາຍໜ້າທາງຕາມແລວທາງເກົ່າໃຫ້ກວ້າງອອກຕື່ມ ເພື່ອໃຫ້ສາມາດຮັບນ້ຳໜັກບັນທຸກຕາມມາດຕະຖານຂອງອາຊຽນຄື 11 ໂຕນ/ເພົາ, “ ທ່ານ ນາງ ພອນສະຫວັນ ແພງສີດາ ກ່າວ ”.

ພາບປະກອບຂ່າວ

ທ່ານ ນາງ ພອນສະຫວັນ ແພງສີດາ ກ່າວຕື່ມວ່າ: ກ່ອນຈະສ້າງເສັ້ນທາງດັ່ງກ່າວໄດ້ຕ້ອງໄດ້ມີການຊົດເຊີຍ, ທົດແທນຜູ້ທີ່ຖືກຜົນກະທົບຈາກໂຄງການ ເປັນຕົ້ນ: ດິນ, ອາຄານ, ບ້ານເຮືອນ ( ໂຄງສ້າງ, ຕົ້ນໄມ້ ແລະ ຜົນລະປູກຕ່າງໆ ).ພ້ອມກັນນັ້ນ, ກໍຕ້ອງໄດ້ຍົກຍ້າຍ ແລະ ຕິດຕັ້ງລະບົບຕາຂ່າຍໄຟຟ້າ, ລະບົບນ້ຳປະປາ, ສາຍໄຍແກ້ວ, ກ້ອງວົງຈອນປິດ ແລະ ລະບົບເຄືອຂ່າຍໂທລະສັບ. ດັ່ງນັ້ນ, ຄະນະນຳກະຊວງກໍຄືຄະນະກຳມະການປະມູນເຫັນດີຮັບຮອງເອົາ 3 ບໍລິສັດດັ່ງກ່າວເປັນຜູ້ຍົກຍ້າຍ ແລະ ຕິດຕັ້ງຄືນເຄືອຂ່າຍໂທລະສັບ.

ພາບປະກອບຂ່າວ

ທ່ານ ຮວງ ສຸຢູນ ກ່າວວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກທີ 13 ເໜືອ ເປັນບຸລິມະສິດໜຶ່ງທີ່ທາງພັກ ແລະ ລັດຖະບານໄດ້ເອົາໃຈໃສ່ໃນການກໍ່ສ້າງໂຄງລ່າງພື້ນຖານ ເພື່ອອຳນວຍຄວາມສະດວກໃນການຄົມມະນາຄົມຂົນສົ່ງລະຫວ່າງແຂວງ ເຊິ່ງພວກເຮົາມີ ຄວາມພາກພູມໃຈຢ່າງຍິ່ງທີ່ມີສ່ວນຮ່ວມໃນການປະກອບສ່ວນໃນການສຳຫຼວດ, ອອກແບບ ແລະ ຮັບເໝົາໃນວຽກງານຍົກຍ້າຍສາຍໄຍແກ້ວ ແລະ ຂໍໃຫ້ຄຳໝັ້ນສັນຍາວ່າທາງບໍລິສັດຈະປະຕິບັດວຽກງານໃຫ້ສຳເລັດຕາມຄາດໝາຍທີ່ວາງໄວ້.