ເພື່ອຄວາມໂປ່ງໃສ! ການມອບພັນທະເຂົ້າງົບປະມານແຫ່ງລັດ ຕ້ອງຜ່ານລະບົບທະນາຄານເທົ່ານັ້ນ

169

ກະຊວງການເງິນອອກແຈ້ງການ ການນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ໂດຍໃຫ້ເອກະພາບກັນທົ່ວປະເທດ ເພື່ອຮັບປະກັນຄວາມໂປ່ງໃສ ແລະ ສາມາດກວດສອບໄດ້.

ເປັນພຽງພາບປະກອບຂ່າວເທົ່ານັ້ນ

ເພື່ອຮັບປະກັນການມອບລາຍຮັບເຂົ້າງົບປະມານ ໃຫ້ລວມສູນຜ່ານລະບົບທະນາຄານ ດ້ວຍການນໍາໃຊ້ໃບເກັບເງິນຂອງຄັງເງິນແຫ່ງຊາດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ, ຫ້ອງການກະຊວງການເງິນ ອອກແຈ້ງການ ສະບັບເລກທີ 0013/ຫກງ, ລົງວັນທີ 03 ມັງກອນ 2020 ເຖິງບັນດາຂະແໜງການລາຍຮັບ, ຄັງເງິນແຫ່ງຊາດ, ຫົວໜ່ວຍງົບປະມານຂັ້ນສູນກາງ-ທ້ອງຖິ່ນ, ພະແນກການເງິນແຂວງ-ນະຄອນຫຼວງ, ຫ້ອງການເງິນເມືອງ-ນະຄອນ, ບັນດາທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດຕ່າງໆ, ບັນດາຫົວໜ່ວຍທຸລະກິດ, ຜູ້ດຳເນີນທຸລະກິດ ແລະ ຜູ້ປະກອບການທຸກພາກສ່ວນໃນຂອບເຂດທົ່ວປະເທດ ໃຫ້ນຳໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດຜ່ານລະບົບທະນາຄານ ໂດຍມີລາຍລະອຽດດັ່ງແຈ້ງການລຸ່ມນີ້

1 ທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດ ໄດ້ນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດອອກເປັນເອກະສານຢັ້ງຢືນການມອບພັນທະເຂົ້າງົບປະມານແຫ່ງລັດ ຜ່ານລະບົບທະນາຄານ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

2 ທະນາຄານທຸລະກິດຂອງລັດ, ທະນາຄານທຸລະກິດ ເລີ່ມນໍາໃຊ້ໃບຮັບເງິນຂອງຄັງເງິນແຫ່ງຊາດ ຕັ້ງແຕ່ວັນທີ 1 ມັງກອນ 2020 ເປັນຕົ້ນໄປໃນຂອບເຂດທົ່ວປະເທດ

3 ມອບໃຫ້ຄັງເງິນແຫ່ງຊາດ, ບັນດາກົມລາຍຮັບ, ທະນາຄານທຸລະກິດຂອງລັດ ແລະ ທະນາຄານທຸລະກິດ ພ້ອມກັນຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ

ເປັນພຽງພາບປະກອບຂ່າວເທົ່ານັ້ນ

4 ມອບໃຫ້ພະແນກການເງິນແຂວງ, ສ່ວຍສາອາກອນປະຈໍາແຂວງ, ກອງຄຸ້ມຄອງພາສີ, ຄັງເງິນແຫ່ງຊາດປະຈໍາແຂວງ-ນະຄອນຫຼວງ, ຄັງເງິນແຫ່ງຊາດປະຈໍາເມືອງ-ນະຄອນ ຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງເຜີຍແຜ່ແຈ້ງການສະບັບນີ້ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງຮັບຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ

5 ເນື້ອໃນຂອງນິຕິກໍາໃດ ທີ່ກະຊວງການເງິນໄດ້ອອກໄລຍະຜ່ານມາທີ່ຂັດກັບເນື້ອໃນແຈ້ງການສະບັບນີ້ແມ່ນຖືກຍົກເລີກ.