ແຂວງຫົວພັນ ເກັບລາຍຮັບໄດ້ລື່ນແຜນ 21,74%

153

ໃນປີ 2019 ຜ່ານມາ ແຂວງຫົວພັນ ສາມາດຈັດເກັບລາຍຮັບໄດ້ທັງໝົດ 139,6 ຕື້ກວ່າກີບ ເທົ່າກັບ 121,74% ຂອງແຜນການປີເຫັນວ່າລື່ນແຜນການ 21,74%, ຂະນະທີ່ແຜນການປີ 2020 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ 140,89 ຕື້ກີບ ເທົ່າກັບ 4,34% ຂອງ GDP ຫາກທຽບໃສ່ປີ 2019 ແມ່ນໃຫ້ເພີ່ມຂຶ້ນ 22,87%.

ທ່ານ ວັນແສງ ຄໍາມັງໄຊ ຫົວໜ້າພະແນກການເງິນແຂວງຫົວພັນ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ສະພາປະຊາຊົນແຂວງຫົວພັນ ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປີ 2019 ສາມາດບັນລຸໄດ້ເກີນແຜນທີ່ວາງໄວ້ ເຊິ່ງໃນປີ 2019 ແຂວງຫົວພັນ ໄດ້ວາງຄາດໝາຍເກັບລາຍຮັບມອບງົບປະມານໃຫ້ໄດ້ທັງໝົດ 114,6 ຕື້ກວ່າກີບ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງສາມາດຈັດເກັບລາຍຮັບໄດ້ທັງໝົດ 139,60 ຕື້ກວ່າກີບ ເທົ່າກັບ 121,74% ຂອງແຜນການປີ ( ລື່ນແຜນການ 21,74% ) ເທົ່າກັບ 4,65% ຂອງ GDP. ໃນນັ້ນ, ລາຍຮັບພູດສູນກາງ ໄດ້ຈາກສ່ວຍສາອາກອນ, ລາຍຮັບພາສີ, ຄຸ້ມຄອງວິສາຫະກິດລັດລົງທຶນ ແລະ ປະກັນໄພ, ລາຍຮັບຂາຍໄມ້ທີ່ຢຶດໄດ້ ແລະ ລາຍຮັບອື່ນໆ.

ພາບປະກອບຂ່າວ

ສ່ວນລາຍຮັບພູດຂອງແຂວງປະຕິບັດໄດ້ 100,2 ຕື້ກວ່າກີບ ເທົ່າກັບ 109,55% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກສ່ວຍສາອາກອນ ແລະ ລາຍຮັບຄຸ້ມຄອງຊັບສິນຂອງລັດ. ຄຽງຄູ່ກັນນັ້ນ, ຍັງໄດ້ເອົາໃຈໃສ່ຄຸ້ມຄອງດ້ານລາຍຈ່າຍໃຫ້ຮັດກຸມ, ເຂັ້ມງວດຖືກຕ້ອງຕາມລະບຽບການ ແລະ ກົດໝາຍຂອງລັດທີ່ວາງອອກ.

ທ່ານກ່າວຕື່ມວ່າ: ສຳລັບທິດທາງແຜນການປີ 2020 ແຂວງຫົວພັນ ໄດ້ຮັບຕົວເລກຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 128,79 ຕື້ກີບ, ຄາດຄະເນໃນປີ 2020 ຈະສູ້ຊົນເກັບລາຍຮັບໃຫ້ໄດ້ທັງໝົດ 140,89 ຕື້ກີບ ເທົ່າກັບ 4,34% ຂອງ GDP ທຽບໃສ່ປີ 2019 ໃຫ້ເພີ່ມຂຶ້ນ 22,87%. ໃນນິີ້, ລາຍຮັບຈາກພູດສູນກາງໃຫ້ໄດ້ 40,59 ຕື້ກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 75,40%, ລາຍຮັບພູດຂອງແຂວງ 100 ຕື້ກວ່າກີບ ທຽບໃສ່ປີ 2019 ເພີ່ມຂຶ້ນ 9,59% ຫຼື ເທົ່າກັບ 3,09% ຂອງ GDP.

ພາບປະກອບຂ່າວ

ສະນັ້ນ, ເພື່ອຮັບປະກັນບັນດາຄາດໝາຍສູ້ຊົນງົບປະມານແຫ່ງລັດໃຫ້ບັນລຸຕາມແຜນທີ່ວາງໄວ້, ພະແນກການເງິນແຂວງຫົວພັນ ຈະໄດ້ເອົາໃຈໃສ່ປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນ, ສືບຕໍ່ສຳຫຼວດຖານລາຍຮັບງົບປະມານແຕ່ລະປະເພດໃຫ້ເປັນລະບົບຄົບຊຸດ, ເພີ່ມທະວີການຄຸ້ມຄອງການນຳເຂົ້າ – ສົ່ງອອກສິນຄ້າປະເພດຕ່າງໆຢູ່ບັນດາດ່ານຊາຍແດນທົ່ວແຂວງໃຫ້ເຂັ້ມງວດ. ພ້ອມດຽວກັນນີ້, ສືບຕໍ່ປະສານສົມທົບກັບບັນດາພະແນກການທີ່ກ່ຽວຂ້ອງເກັບກູ້ຄືນຊັບສິນ, ວັດຖຸມີຄ່າ ແລະ ເຄື່ອງຂອງທີ່ເປັນຂອງລັດໃຫ້ຄົບຖ້ວນ ລວມທັງຊຸກຍູ້ຜູ້ປະກອບການກໍຄືນັກທຸລະກິດທົ່ວແຂວງໃຫ້ການຮ່ວມມື ເພື່ອປະກອບສ່ວນຈັດເກັບລາຍຮັບເຂົ້າງົບປະມານໃຫ້ເກີນແຜນທີ່ວາງໄວ້.