ແຂວງຫຼວງນໍ້າທາ ຝຶກອົບຮົມຄູຝຶກວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ

197

ວັນທີ 4 ກຸມພາ 2020 ຢູ່ທີ່ຫ້ອງວ່າການແຂວງຫຼວງນໍ້າທາ ກະຊວງຍຸຕິທຳ ໄດ້ຝຶກອົບຮົມຄູ, ຝຶກວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃຫ້ພະນັກງານຂົງເຂດຍຸຕິທຳແຂວງຫຼວງນໍ້າທາ ໂດຍການເປັນປະທານ ຂອງ ທ່ານ ນາງ ມະລີພອນ ນາບຸນແພງ ຫົວໜ້າພະແນກຍຸຕິທຳ ແຂວງຫຼວງນໍ້າທາ, ເຂົ້າຮ່ວມໂດຍ ທ່ານ ວິກອນ ບຸນວິໄລ ຮອງຫົວໜ້າກົມສົ່ງເສີມລະບົບຍຸຕິທຳ ກະຊວງຍຸຕິທຳ ພ້ອມດ້ວຍພະນັກງານຈາກກະຊວງຍຸຕິທຳ, ມີສຳມະນາກອນຈາກຂົງເຂດຍຸຕິທຳ 5 ເມືອງເຂົ້າຮ່ວມ.

ຊຸດຝຶກອົບຮົມຄັ້ງນີ້ສຳມະນາກອນຈະໄດ້ຮຽນຮູ້ກ່ຽວກັບຄວາມໝາຍສຳຄັນ, ຈຸດປະສົງຂອງການຝຶກອົບຮົມບົດບາດ ແລະ ໜ້າທີ່ຂອງຄູຝຶກ, ຄວາມຮັບຮູ້ກ່ຽວກັບການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ຄະນະແກ້ໄຂຂໍ້ຂັດແຍ່ງ, ຂໍ້ຂັດແຍ່ງ ແລະ ສາເຫດທີ່ພາໃຫ້ເກີດຂໍ້ຂັດແຍ່ງ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ການຍື່ນຄໍາຮ້ອງ, ການຮັບຄຳຮ້ອງ, ການຄົ້ນຄວ້າ, ການກະກຽມການແກ້ໄຂ, ຂັ້ນຕອນການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ການດຳເນີນການແກ້ໄຂຂໍ້ຂັດແຍ່ງ ແລະ ໄດ້ຈັດເປັນກຸ່ມເພື່ອເຮັດທົດລອງການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແລະ ຕິດຕາມການທົດລອງຂອງແຕ່ລະກຸ່ມ, ແນະນໍາກ່ຽວກັບການດໍາເນີນການແກ້ໄຂຂໍ້ຂັດແຍ່ງ, ສືບຕໍ່ແນະນໍາກ່ຽວກັບການດຳເນີນການແກ້ໄຂຂໍ້ຂັດແຍ່ງ, ບົດຮຽນຂອງການໄກ່ເກ່ຍຂໍ້ຂັດແຍ່ງຊຸມຊົນບັນດາປະເທດ.

ທັງນີ້ກໍເພື່ອເປັນການສ້າງ ຄວາມຮັບຮູ້ ແລະ ຄວາມເຂົ້າໃຈເປັນເອກະພາບທາງດ້ານທິດສະດີ ແລະ ລະບຽບການຂອງການແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ຍົກສູງຄວາມສາມາດໃຫ້ແກ່ຄະນະແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໃນການປະຕິບັດພາລະບົດບາດ ແລະ ໜ້າທີ່ຂອງຕົນ ເພື່ອຮັບປະກັນການແກ້ໄຂຂໍ້ຂັດແຍ່ງທີ່ເກີດຂຶ້ນຢູ່ພາຍໃນບ້ານຢ່າງມີປະສິດທິພາບ ແລະ ປະສິດທິຜົນການຝຶກອົບຮົມວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ໝາຍເຖິງການສ້າງຄວາມຮັບຮູ້, ຄວາມເຂົ້າໃຈທາງດ້ານທິດສະດີ ແລະ ພຶດຕິກໍາກ່ຽວກັບການແກ້ໄຂຂໍ້ຂັດແຍ່ງ ໃຫ້ແກ່ຄະນະໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານ ທັງເປັນການປະກອບສ່ວນທີ່ສຳຄັນເຂົ້າໃນການຈັດຕັ້ງປະຕິບັດລັດຖະທຳມະນູນກົດໝາຍ ແລະ ຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈວຽກງານຍຸຕິທຳຮາກຖານ ໂດຍສະເພາະວຽກງານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ ແນໃສ່ຍົກສູງຄຸນນະພາບຂອງວຽກງານໃຫ້ດີຂຶ້ນເປັນກ້າວໆ.

( ຂ່າວ: ອຸ້ມ ສົມນໍວັນ )