Monthly Archives: February, 2020

ວິທີປ້ອງກັນຕົນເອງໃນເບື້ອງຕົ້ນໃຫ້ປອດໄພຈາກໄວຣັສ “ໂຄໂຣນາ”

ຈາກສະຖານະການ ລະບາດຂອງເຊື້ອໄວຣັສ ໂຄໂຣນາ ສາຍພັນໃໝ່ 2019 ເຊິ່ງມີແຫຼ່ງກຳເນີດມາຈາກເມືອງອູຮັ່ນປະເທດຈີນ ເຮັດໃຫ້ຫຼາຍຄົນທົ່ວໂລກກາງວົນໃຈຢູ່ໃນຕອນນີ້ ກ່ຽວກັບການແຜ່ລະບາດ ວ່າຕົນເອງຈະຕິດເຊື້ອໄວຣັສໂຕນີ້ຈາກຊີວິດປະຈຳວັນຂອງຕົນເອງ ຫຼື ບໍ່? ດັ່ງນັ້ນ ມື້ນີ້, ພວກເຮົານຳເອົາ 11 ວິທີປ້ອງກັນໂລກດັ່ງກ່າວ ມາຝາກທຸກທ່ານ ພຽງແຕ່ເຮັດຕາມໄດ້ງ່າຍ ເພື່ອປ້ອງກັນຕົນເອງໃຫ້ປອດໄພຈາກການຕິດເຊື້ອໄວຣັສ “ໂຄໂຣນາ”. 1 ໃສ່ໜ້າກາກທີ່ໄດ້ມາດຕະຖານຕະຫຼອດເວລາ. 2 ຫຼີກລ່ຽງການສຳຜັດປະຕູ, ຕູ້ ATM,...

ຊົມເຊີຍ! ຄອບຄົວການນໍາຂັ້ນສູງມອບເງິນ 1ຕື້ກີບ ເພື່ອສົ່ງເສີມການສຶກສາ

ສະແດງຄວາມຂອບໃຈຕໍ່ຄອບຄົວຂອງການນໍາຂັ້ນສູງ ທີ່ມີຈິດໃຈຢາກສົ່ງເສີມການສຶກສາ ນໍາເງິນຈໍນວນ 1 ຕື້ກີບ ເະື່ອປະກອບສ່ວນເຂົ້າໃນການສ້າງໂຮງຮຽນ ມສ ຫົວນໍ້າບາກ. ໃນຕອນເຊົ້າວັນທີ 5 ກຸມພານີ້ ທີ່ຫ້ອງປະຊຸມໂຮງແຮມມິດຕະພາບແຂວງ ອຸດົມໄຊ ຄອບຄົວການນຳຂັ້ນສູນກາງນຳໂດຍທ່ານນາງ ບົວໄຫຼ ຈິດມະນີ ຄອບຄົວຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຄະນະກວດກາສູນກາງພັກ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ ແລະ ຍາດພີ່ນ້ອງ ໄດ້ນຳເອົາເງີນມາມອບໃຫ້ແກ່ຄະນະພັກອົງການປົກຄອງແຂວງອຸດົມໄຊ...

ດ່ວນ! ຫ້າມແຊຕໍ່ຂໍ້ມູນ ການລະບາດຂອງພະຍາດໄວຣັສໂຄໂຣນາ ຈາກແຫຼ່ງຂ່າວບໍ່ເປັນທາງການ

ເນື່ອງຈາກປັດຈຸບັນມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus-nCoV) ທີ່ເມືອງ ອູຮ່ານ, ແຂວງ ຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ, ພະຍາດດັ່ງກ່າວກໍາລັງແຜ່ລາມໄປຍັງຫຼາຍປະເທດ. ຕໍ່ສະພາບການນີ້ ແຕ່ລະປະເທດກໍ່ໄດ້ມີມາດຕະການໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ (Facebook) ເຊິ່ງບາງຂ່າວກໍ່ມີຄວາມຈິງ, ຫຼາຍຂ່າວກໍ່ບໍ່ຖືກຕ້ອງກັບຄວາມເປັນຈິງ. ໂດຍອີງຕາມ ກົດໝາຍຍວ່າດ້ວຍການກັນ...

ເສດຖະກິດຮົງກົງຂະຫຍາຍຕົວຫຼຸດລົງ1,2%ເມື່ອປີກ່ອນ

ກະຊວງສະຖິຕິ ແລະ ການສໍາຫຼວດສໍາມະໂນຄົວຂອງຮົງກົງລາຍງານວ່າ:ເສດຖະກິດຮົງກົງຂະຫຍາຍຕົວຫຼຸດລົງ1,2%ເມື່ອປີກ່ອນເຊິ່ງເປັນຕົວເລກການຫຼຸດລົງຄັ້ງທໍາອິດໃນຮອບ1ທົດສະວັດໂດຍໄດ້ຮັບຜົນກະທົບຈາກຄວາມບໍ່ສະຫງົບ ແລະ ຄວາມວຸ້ນວາຍທາງການເມືອງຈາກການໂຮມຊຸມນຸມ. ນອກຈາກນີ້,ຕົວເລກຈີດີພີຂອງຮົງກົງຫຼຸດລົງ2,9%ໃນໄຕມາດ4ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນຫຼັງຈາກຈີດີພີຫຼຸດລົງ2,8%ໃນໄຕມາດ3. ທາງການຮົງກົງລະບຸວ່າ:ການປັບຕົວລົງຂອງຈີດີພີເກີດຈາກຄວາມອ່ອນແອຂອງອຸປະສົງທັງພາຍໃນ ແລະ ພາຍນອກຮົງກົງ. ໂຄສົກທາງການຮົງກົງໃຫຮູ້ວ່າ:ຄວາມບໍ່ສະຫງົບທາງການເມືອງໃນໄຕມາດ4ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂດຍສະເພາະອຸດສາຫະກໍາທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.

ກະຊວງການເງິນ ປະກາດແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ

ໃນວັນທີ 3 ກຸມພາ 2020 ຜ່ານມາ, ທີ່ກະຊວງການເງິນ ໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນຄົນໃໝ່ຂຶ້ນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອໍານວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ. ໃນພິທີ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ...

ຄັດນັກເຕະຍິງທີມຊາດລາວ ປີນີ້ຈັດຢູ່ 4 ແຂວງ

ອີງຕາມແຜນການເຄື່ອນໄຫວຂອງສະຫະພັນບານເຕະແຫ່ງຊາດລາວ ປະຈໍາປີ 2020 ສຕລ, ການຕົກລົງເຫັນດີເປັນເອກະພາບຂອງອະນຸກຳມະການບານເຕະຍິງຂອງສະຫະພັນບານເຕະແຫ່ງຊາດລາວ ມີ ຈຸດປະສົງຄັດເລືອກນັກກີລາທີ່ມີພອນສະຫວັນ ແລະ ທັກສະ ເພື່ອກະກຽມນັກກີລາທີມບານເຕະຍິງທີມຊາດລາວ ຮຸ່ນອາຍຸບໍ່ເກີນ 15 ປີ,ທີມບານເຕະຍິງທີມຊາດລາວຮຸ່ນອາຍຸບໍ່ເກີນ 18 ປີ ແລະ ທີມບານເຕະຍິງທີມຊາດລາວຊຸດໃຫຍ່ ເຂົ້າຮ່ວມການແຂ່ງຂັນບານເຕະຊາຍລະດັບນາໆຊາດໃນປີ 2020. ລາຍລະອຽດການຄັດເລືອກມີດັ່ງນີ້: -ວັນທີ 6 ກຸມພາ 2020 ເວລາ 15:00-18:30...

ບໍ່ໄດ້ແພງແຕ່ຢູ່ນະຄອນຫຼວງ! ລາຄາຊີ້ນໝູທີ່ຕະຫຼາດແຂວງຫຼວງນໍ້າທາ 50.000ກີບຕໍ່ກິໂລ

ສີນຄ້າຫຼາຍປະເພດໃນທ້ອງຕະຫຼາດແຂວງຫຼວງນໍ້າທາມີລາຄາເໜັງຕີງຂຶ້້ນ ໂດຍສະເພາະແມ່ນເຂົ້າສານ ແລະ ຊີ້ນໝູ ເຊິ່ງລາຄາຊີ້ນໝູປະເພດ 1 ສູງເຖິງ 50.000ກີບຕໍ່ກິໂລ, ເຊິ່ງບັນຫານີ້ຖືວ່າຫຼາຍແຂວງໃນທົ່ວປະເທດພວມພົບພໍ້ຢູ່. ຕາມການໃຫ້ສໍາພາດຂອງ ທ່ານ ແສງພອນ ເຈື້ອຫຼວງຄໍາມີ ຫົວໜ້າຂະແໜງການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2020 ນີ້ວ່າ: ປັດຈຸບັນລາຄາສີນຄ້າປະເພດຕ່າງໆຢູ່ຕາມທ້ອງຕະຫຼາດພາຍໃນແຂວງຫຼວງນໍ້າທາ,ໄດ້ມີທ່າອ່ຽງລາຄາສີນຄ້າເພີ່ມຂື້ນ, ໂດຍຜ່ານການຕິດຕາມ...

ທີມດຶງເຊືອກເຍົາວະຊົນລາວ ກຽມປ້ອງກັນແຊັມລາຍການ ທີ່ປະເທດໄທ

ດຶງເຊືອກທີມຊາດລາວ ຮຸ່ນເຍົາວະຊົນ 15 ແລະ 17 ປີ ກຽມເດີນທາງໄປຮ່ວມແຂ່ງຂັນໃນລາຍການ ທີ່ຈັງຫວັດມຸກດາຫານ ປະເທດໄທ ລະຫວ່າງວັນທີ 3-6 ເມສາ 2020 ໂດຍສະເພາະຈະລົງປ້ອງກັນແຊັມປະເພດທີມຊາຍອາຍຸ 17 ປີ ຮຸ່ນນໍ້າໜັກ 540 ກິໂລກຣາມ. ຕາມການເປີດເຜີຍຂອງ ທ່ານ ປອ. ອຸໄທ ບັນນະວົງ ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ...

ທ່າແຕງແຈ້ງ! ຫ້າມປະຊາຊົນປຸກສານພະພູມ, ຫໍຜີ ໄວ້ບ່ອນເປີດແປນໂລດໂຜນ

ເນື່ອງຈາກໄລຍະຜ່ານມາ ພົບເຫັນສໍານັກງານອົງການທຸລະກິດຂອງລັດ, ເອກະຊົນ ແລະ ປະຊາຊົນຈໍານວນໜຶ່ງໄດ້ປຸກສ້າງຫໍບູຊາສານພະພູມ ເຊິ່ງເປັນສິ່ງແປກໃໝ່ ແລະ ບໍ່ເຄີຍມີໃນຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າ ຫຼື ຫໍຜີ ອື່ນໆ ໄວ້ຕໍ່ໜ້າສໍານັກງານ, ອົງການທຸລະກິດ, ເຮືອນຊານຂອງຕົນ ເຊິ່ງເຫັນວ່າບໍ່ສອດຄ່ອງ ກັບຮີດຄອງຂະນົບທໍານຽມ, ຮີດຄອງປະເພນີລາວທີ່ມີມາແຕ່ກ່ອນ ແລະ ອີກຢ່າງໜຶ່ງ ເຫັນວ່າຕັ້ງໄວ້ໃນສະຖານທີ່ບໍ່ເໝາະສົມກັບສິ່ງສັກສິດຂອງປະຊາຊົນລາວ ເຄີຍມີແຕ່ຫໍຫຼັກບ້ານ ແລະ ຫຼັກເມືອງເທົ່ານັ້ນ. ສະນັ້ນ, ເພື່ອສະກັດກັ້ນ...

ເຊີນທ່ຽວຊົມ! ງານບຸນນະມັດສະການພຣະທາດໂຜ່ນ ປະຈຳປີ 2020

ງານບຸນນະມັດສະການພຣະທາດໂຜ່ນ ປີນີ້ຈັດຂຶ້ນໃນລະຫວ່າງ ວັນທີ 4-8 ກຸມພາ 2020 ແລະ ພາຍໃນງານ ມີຫຼາກຫຼາຍກິດຈະກຳ ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີຈາກກຸ່ມບ້ານ ແລະ ນ້ອງນັກຮຽນຈາກໂຮງຮຽນຕ່າງໆພາຍໃນເມືອງ, ການປະກວດແຫ່ຜາສາດເຜິ້ງ, ການຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ກິດຈະກຳອື່ນໆ. ພິທີເປີດງານດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 4 ກຸມພາ 2020 ນີ້ຢູ່ທີ່ບໍລິເວນເດີ່ນພຣະທາດໂຜ່ນໄດ້ມີພິທີເປີດງານບຸນນະມັດສະການພຣະທາດໂຜ່ນຂຶ້ນຢ່າງເປັນທາງການ...
- Advertisment -
Slide
Slide

Most Read

error: Content is protected !!