ເຊີນທ່ຽວຊົມ! ງານບຸນນະມັດສະການພຣະທາດໂຜ່ນ ປະຈຳປີ 2020

89

ງານບຸນນະມັດສະການພຣະທາດໂຜ່ນ ປີນີ້ຈັດຂຶ້ນໃນລະຫວ່າງ ວັນທີ 4-8 ກຸມພາ 2020 ແລະ ພາຍໃນງານ ມີຫຼາກຫຼາຍກິດຈະກຳ ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີຈາກກຸ່ມບ້ານ ແລະ ນ້ອງນັກຮຽນຈາກໂຮງຮຽນຕ່າງໆພາຍໃນເມືອງ, ການປະກວດແຫ່ຜາສາດເຜິ້ງ, ການຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ກິດຈະກຳອື່ນໆ.

ພິທີເປີດງານດັ່ງກ່າວ, ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 4 ກຸມພາ 2020 ນີ້ຢູ່ທີ່ບໍລິເວນເດີ່ນພຣະທາດໂຜ່ນໄດ້ມີພິທີເປີດງານບຸນນະມັດສະການພຣະທາດໂຜ່ນຂຶ້ນຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ວົງເພັດ ໄຊສະຫງວນ ຮອງເລຂາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົບແຂວງ,ທ່ານ ທອງທ່ຽງ ສີດາວົງ ກໍາມະການປະຈໍາພັກແຂວງ ຫົວຫນ້າຄະນະຈັດຕັ້ງແຂວງ,ທ່ານ ຄຳວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ, ກົງສູນໃຫຍ່ແຫ່ງລາຊະອານາຈັກໄທ ,ພ້ອມບັນດາຫົວໜ້າພະແນກການຕ່າງໆອ້ອມຂ້າງແຂວງ,ເຈົ້າເມືອງອ້ອມຂ້າງ,ພິເສດມີເຈົ້າເມືອງທ່າແຂກແຂວງຄຳມ່ວນ,ຕະຫຼອດຮອດປະຊາຊົນເຂົ້າຮ່ວມຢ່າງຫຼວງຫຼາຍ.

ທ່ານ ຄຳວິໄສ ຜຸຍຍະວົງ ເຈົ້າເມືອງໄຊພູທອງ ໄດ້ກ່າວວ່າ: ອົງພຣະທາດໂຜ່ນເປັນປູຊະນີຍະຖານທີ່ລໍ້າຄ່າ ແລະ ເປັນພຣະທາດອົງສັກສິດຄູ່ບ້ານຄູ່ເມືອງ ຂອງພວກເຮົາແຕ່ບູຮານນະການ,ແຕ່ອາດີດຈົນເຖິງທຸກວັນນີ້ເຊິ່ງຕາມຕຳນານໄດ້ກ່າວວ່າ:ພຣະທາດອົງນີ້ໄດ້ສ້າງໃນວັນພຸດເດືອນ 12 ພສ 118 ,ລົງມືສ້າງຕອນຄໍ່າສ້າງດ້ວຍກ້ອນຫີນເຂົ້າຈີ່(ຫີນໜາມໜໍ່)ເປັນທາດອຸບມຸງ (ຄ້າຍຄືຮູບໂອຂວໍ້າ) ມາຮອດປະຈຸບັນມີອາຍຸເກືອບ 2500 ກວ່າປີເຊິ່ງໃນແຕ່ລະປີຂອງເດືອນ 3 ເພັງ ປະຊາຊົນພາຍໃນທ້ອງຖິ່ນກໍ່ຄືຊາວພຸດ,ບໍລິສັດທີ່ຢູ່ໃກ້ແລະໄກມີຄວາມເຫຼື້ອມໃສສັດທາ ໄດ້ພ້ອມພຽງກັນຈັດງານບຸນນະມັດສະການພຣະທາດໂຜ່ນອົງສັດສິດແຫ່ງນີ້ຕະຫຼອດມາ,ເພື່ອເປັນການອານຸລັກຮັກສາໄວ້ຂະນົບທຳນຽມປະເພນີອັນດີງາມຂອງຊາດ ກໍ່ຄືຂອງທ້ອງຖິ່ນໃຫ້ຍັງຄົງຢູ່ຄູ່ກັບພວກເຮົາຕະຫຼອດໄປ,ດັ່ງນັ້ນຄະນະພັກ-ອຳນາດການປົກຄອງເມືອງໄຊພູທອງຈຶ່ງໄດ້ຮ່ວມໃຈກັບປະຊາຊົນພີ່ນ້ອງຊາວພຸດທັງໃກ້ແລະໄກທຸກທົ່ວໜ້າພ້ອມກັນຈັດງານບຸນນະມັດສະການພຣະທາດໂຜ່ນປະຈໍາປີ 2020 ຂຶ້ນທັງເປັນການຊຸກຍູ້ສົ່ງເສີມການທ່ອງທ່ຽວທາງດ້ານວັດທະນະທຳອີກດ້ວຍ.

ຈາກນັ້ນການນຳ ແລະ ແຂກທີ່ເຂົ້າຮ່ວມເປີດງານບຸນນະມັດສະການພຣະທາດໂຜ່ນກໍ່ໄດ້ພ້ອມກັນລັ່ນຄ້ອງ 9 ບາດເພື່ອເປັນສິລິມຸງຄຸນໃຫ້ແກ່ງານໃນຄັ້ງນີ້ອີກດ້ວຍ. ພ້ອມທັງໄດ້ຮັບຊົມການສະແດງສິລະປະວັນນະຄະດີຈາກ 8 ກຸ່ມບ້ານຂອງເມືອງໄຊພູທອງ , ການປະກວດສິລະປະວັນນະຄະດີຂອງນ້ອງນັກຮຽນຈາກໂຮງຮຽນຕ່າງໆພາຍໃນເມືອງ, ແລະ ມີການປະກວດແຫ່ຜາສາດເຜິ້ງປະຈຳປີຂອງແຕ່ລະກຸ່ມບ້ານ, ພ້ອມທັງໄດ້ທ່ຽວຊົມຫ້າງຮ້ານວາງຈຳໜ່າຍສິນຄ້າກະສິກໍາ ແລະ ຫັດຖະກໍາຂອງຊາວບ້ານພາຍໃນເມືອງ ແລະ ເມືອງອ້ອມຂ້າງ, ພາຍໃນງານຍັງມີການແຫ່ຜາສາດເຜິ້ງອ້ອມອົງພຣະທາດໂຜ່ນ 3 ຮອບຕາມປະເພນີທີ່ເຄີຍປະຕິບັດກັນມາ.

ງານບຸນນະມັດສະການພຣະທາດໂຜ່ນປີນີ້ແມ່ນໄດ້ເປີດການຄົບງັນຕາມປະເພນີ ເລີ່ມແຕ່ວັນທີ 4-8 ກຸມພາ 2020.

ຈາກ: medialaos