ເສດຖະກິດຮົງກົງຂະຫຍາຍຕົວຫຼຸດລົງ1,2%ເມື່ອປີກ່ອນ

95

ກະຊວງສະຖິຕິ ແລະ ການສໍາຫຼວດສໍາມະໂນຄົວຂອງຮົງກົງລາຍງານວ່າ:ເສດຖະກິດຮົງກົງຂະຫຍາຍຕົວຫຼຸດລົງ1,2%ເມື່ອປີກ່ອນເຊິ່ງເປັນຕົວເລກການຫຼຸດລົງຄັ້ງທໍາອິດໃນຮອບ1ທົດສະວັດໂດຍໄດ້ຮັບຜົນກະທົບຈາກຄວາມບໍ່ສະຫງົບ ແລະ ຄວາມວຸ້ນວາຍທາງການເມືອງຈາກການໂຮມຊຸມນຸມ.

ນອກຈາກນີ້,ຕົວເລກຈີດີພີຂອງຮົງກົງຫຼຸດລົງ2,9%ໃນໄຕມາດ4ເມື່ອປຽບທຽບກັບໄລຍະດຽວກັນຂອງປີກ່ອນຫຼັງຈາກຈີດີພີຫຼຸດລົງ2,8%ໃນໄຕມາດ3.

ທາງການຮົງກົງລະບຸວ່າ:ການປັບຕົວລົງຂອງຈີດີພີເກີດຈາກຄວາມອ່ອນແອຂອງອຸປະສົງທັງພາຍໃນ ແລະ ພາຍນອກຮົງກົງ.

ໂຄສົກທາງການຮົງກົງໃຫຮູ້ວ່າ:ຄວາມບໍ່ສະຫງົບທາງການເມືອງໃນໄຕມາດ4ໄດ້ສົ່ງຜົນກະທົບຕໍ່ເສດຖະກິດໂດຍສະເພາະອຸດສາຫະກໍາທ່ອງທ່ຽວ ແລະ ຄວາມເຊື່ອໝັ້ນຂອງຜູ້ບໍລິໂພກ.