ຊົມເຊີຍ! ຄອບຄົວການນໍາຂັ້ນສູງມອບເງິນ 1ຕື້ກີບ ເພື່ອສົ່ງເສີມການສຶກສາ

314

ສະແດງຄວາມຂອບໃຈຕໍ່ຄອບຄົວຂອງການນໍາຂັ້ນສູງ ທີ່ມີຈິດໃຈຢາກສົ່ງເສີມການສຶກສາ ນໍາເງິນຈໍນວນ 1 ຕື້ກີບ ເະື່ອປະກອບສ່ວນເຂົ້າໃນການສ້າງໂຮງຮຽນ ມສ ຫົວນໍ້າບາກ.

ໃນຕອນເຊົ້າວັນທີ 5 ກຸມພານີ້ ທີ່ຫ້ອງປະຊຸມໂຮງແຮມມິດຕະພາບແຂວງ ອຸດົມໄຊ ຄອບຄົວການນຳຂັ້ນສູນກາງນຳໂດຍທ່ານນາງ ບົວໄຫຼ ຈິດມະນີ ຄອບຄົວຂອງທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ ຄະນະກວດກາສູນກາງພັກ ພ້ອມດ້ວຍຄອບຄົວການນຳຂັ້ນສູນກາງ ແລະ ຍາດພີ່ນ້ອງ ໄດ້ນຳເອົາເງີນມາມອບໃຫ້ແກ່ຄະນະພັກອົງການປົກຄອງແຂວງອຸດົມໄຊ ຮັບໂດຍທ່ານ ຄຳພຽງ ຢາຈົງວາ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ອຸດົມໄຊ ເຂົ້າຮ່ວມມີຄະນະປະຈຳພັກແຂວງພ້ອມດ້ວຍຄອບຄົວ ແລະ ຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ-ເມືອງໄຊເຂົ້າຮ່ວມ.

ເງີນທີ່ນຳມາມອບໃນຄັ້ງນີ້ມີຈຳນວນ 1 ຕື້ກີບ ໂດຍໄດ້ຮັບຈາກການສະໝັກໃຈປະກອບສ່ວນຂອງບັນດາບໍລິສັດ ຫ້າງຮ້ານ ຄອບຄົວການນຳຂັ້ນສູນກາງ ຍາດພີ່ນ້ອງ ແລະ ຜູ້ປະກອບການທຸລະກິດທີ່ຢູ່ນະຄອນຫຼວງວຽງຈັນ ເພື່ອປະກອບສ່ວນໃນການກໍ່ສ້າງອາຄານຮຽນ ໂຮງຮຽນ ມສ ຫົວນ້ຳບາກ ເມືອງ ໄຊ ແຂວງ ອຸດົມໄຊ. ເຊິ່ງໂຄງການກໍ່ສ້າງອາຄານຮຽນ ໂຮງຮຽນດັ່ງກ່າວ ເປັນອາຄານ 2 ຊັ້ນ ປະກອບດ້ວຍໂຕະຕັ່ງຄົບຊຸດ ມີ 10 ຫ້ອງຮຽນ 4 ຫ້ອງນ້ຳ ມີຂະໜາດ 47×14 ແມັດ ມີມູນຄ່າການກໍ່ສ້າງທັງໝົດ 2.5 ຕື້ກ່ວາກີບ.

ພາບປະກອບຂ່າວເທົ່ານັ້ນ

ໂອກາດດຽວກັນນີ້ຄອບຄົວການນຳຂັ້ນສູນກາງຍັງໄດ້ມອບອີກຕື່ມຈຳນວນ 20 ລ້ານກີບໃຫ້ກັບອົງການປົກຄອງເມືອງ ໄຊ ນຳໄປມອບຕໍ່ໃຫ້ກັບໂຮງຮຽນ ມສ ບ້ານຫຼັກ 32 ເມືອງ ໄຊ ເພື່ອນຳໃຊ້ເຂົ້າໃນການບູລະນະອາຄານສະຖານທີ່ໂຮງຮຽນເພື່ອນຳໃຊ້ເຂົ້າໃນການຈັດຕັ້ງການຮຽນ-ການສອນ

ພາບປະກອບຂ່າວເທົ່ານັ້ນ

ພ້ອມນີ້ ທ່ານ ຄຳພຽງ ຢາຈົງວາ ຮອງເຈົ້າແຂວງ ອຸດົມໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ຄອບຄົວການນຳຂັ້ນສູນກາງ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ການພັດທະນາຊົນນະບົດ ກໍຄືການພັດທະນາການສຶກສາຢູ່ແຂວງ ອຸດົມໄຊ ເຊີງການນຳແຂວງ ອຸດົມໄຊ ຈະສືບຕໍ່ນຳເອົາວັດຖຸປັດໃຈທີ່ໄດ້ຮັບຄັ້ງນີ້ນຳໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ.

ຂໍ້ມູນຈາກ: ຂ່າວປະຈໍາວັນ Daily News Oudomxay