ບໍ່ໄດ້ແພງແຕ່ຢູ່ນະຄອນຫຼວງ! ລາຄາຊີ້ນໝູທີ່ຕະຫຼາດແຂວງຫຼວງນໍ້າທາ 50.000ກີບຕໍ່ກິໂລ

133

ສີນຄ້າຫຼາຍປະເພດໃນທ້ອງຕະຫຼາດແຂວງຫຼວງນໍ້າທາມີລາຄາເໜັງຕີງຂຶ້້ນ ໂດຍສະເພາະແມ່ນເຂົ້າສານ ແລະ ຊີ້ນໝູ ເຊິ່ງລາຄາຊີ້ນໝູປະເພດ 1 ສູງເຖິງ 50.000ກີບຕໍ່ກິໂລ, ເຊິ່ງບັນຫານີ້ຖືວ່າຫຼາຍແຂວງໃນທົ່ວປະເທດພວມພົບພໍ້ຢູ່.

ຕາມການໃຫ້ສໍາພາດຂອງ ທ່ານ ແສງພອນ ເຈື້ອຫຼວງຄໍາມີ ຫົວໜ້າຂະແໜງການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນໍ້າທາ ໃນວັນທີ 5 ກຸມພາ 2020 ນີ້ວ່າ: ປັດຈຸບັນລາຄາສີນຄ້າປະເພດຕ່າງໆຢູ່ຕາມທ້ອງຕະຫຼາດພາຍໃນແຂວງຫຼວງນໍ້າທາ,ໄດ້ມີທ່າອ່ຽງລາຄາສີນຄ້າເພີ່ມຂື້ນ, ໂດຍຜ່ານການຕິດຕາມ ແລະ ລົງກວດກາເກັບກຳຂໍ້ມູນຕາມບັນຊີລາຍການສີນຄ້າຂອງຂະແໜງການຄ້າ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງນໍ້າທາ

ເຊີ່ງໄດ້ຕິດຕາມລາຍການສີນຄ້າຄວບຄຸມລາຄາ ແລະ ບັນຊີລາຍການສີນຄ້າທີ່ຕ້ອງຕິດຕາມການເໜັງຕີງຂອງລາຄາ, ສີນຄ້າທີ່ມີລາຄາເພີ່ມຂື້ນເປັນຕົ້ນລາຄາ ເຂົ້າສານໜຽວ ປີ 2019 , ລາຄາ 8.000 ກີບ/ກິໂລ ແຕ່ມາໃນປີ 2020 ລາຄາ ເພີ່ມຂື້ນ 10.000 ຫາ 12.000 ກີບ/ກິໂລ, ເຂົ້າສານຈ້າວ ປີ 2019 ລາຄາ 9.000 ກີບ/ກິໂລ, ມາໃນປີ 2020 ລາຄາເພີ່ມຂື້ນ 10.000 ຫາ 11.000 ກີບ/ກິໂລ, ຊີ້ນໜູປະເພດໜຶ່ງ ປີ 2019 ລາຄາ 45.000 ກີບ/ກິໂລ, ມາໃນປີ 2020 ລາຄາເພີ່ມຂື້ນ 50.000 ກີບ/ກິໂລ, ຊີ້ນງົວ-ຄວາຍປະເພດໜຶ່ງ ປີ 2019 ລາຄາ 65.000 ກີບ/ກິໂລ, ມາໃນປີ 2020 ລາຄາເພີ່ມຂື້ນ 70.000 ກີບ/ກິໂລ, ເປັດ-ໄກປອກ ປີ 2019 ລາຄາ 50.000 ກີບ/ກິໂລ, ມາໃນປີ 2020 ລາຄາ ເພີ່ມຂື້ນ 60.000 ກີບ/ກິໂລ.

ພ້ອມນີ້ ທ່ານ ແສງພອນ ເຈື້ອຫຼວງຄໍາມີ ຍັງໃຫ້ຮູ້ເຖີງສາເຫດທີ່ເຮັດໃຫ້ສີນຄ້າມີລາຄາແພງຂື້ນ ແມ່ນເກີດຈາກຫຼາຍປັດໃຈເປັນຕົ້ນ: ສະພາບດິນຟ້າອາກາດມີຄວາມແຫ້ງແລ້ງ, ໄພນໍ້າຖ້ວມ, ມີການລະບາດຂອງສັດຕູພຶດ, ພະຍາດຕ່າງໆ ແລະ ລະບົບການຂະຫຍາຍຕົວຂອງການຜະລິດພາຍໃນຍັງມີຂໍ້ຈໍາກັດຊັກຊ້າບໍ່ຕໍ່ເນື່ອງ.

ທ່ານກ່າວຕື່ມວ່າ: ຕໍ່ກັບບັນຫາດັ່ງກ່າວທາງພະແນກອຸດສາຫະກໍາ ແລະ ການຄ້າກໍ່ໄດ້ເປັນເຈົ້າການປະສານສົມທົບກັບຂະແໜງການທີ່ກ່ຽວຂອ້ງວ່າດ້ວຍການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການບໍ່ໃຫ້ມີການສວຍໂອກາດຂື້ນລາຄາສີນຄ້າຕາມລໍາພັງໃຈຂອງຜູ້ປະກອບການທຸລະກິດ ກໍ່ຄືແມ່ຄ້າຊາວຂາຍໂດຍບໍ່ມີເຫດຜົນ, ວິທີການຄຸ້ມຄອງລາຄ່າສິນຄ້າໃຫ້ຢູ່ໃນເກນປົກກະຕິຕໍ່ເນຶ່ອງ ແລະ ມີຄວາມໝັ້ນຄົງທຸກພາກສ່ວນຢູ່ໃນສັງຄົມຕ້ອງຍົກສູງຄວາມຮັບຜິດຊອບ ເປັນເຈົ້າການຕິດຕາມຄຸ້ມຄອງພ້ອມກັນຊູກຍູ້ການຜະລິດຂອງປະຊາຊົນ ແລະ ພາກທຸລະກິດໃຫ້ເປັນລະບົບຕໍ່ເນຶ່ອງ, ສ້າງຄວາມເຂັ້ມແຂງພາຍໃນໃຫ້ສູງ ແລະ ຫຼຸດຜ່ອນການນໍາເຂົ້າຈາກຕ່າງປະເທດໃຫ້ຫຼຸດຫນ້ອຍຖອຍລົງຈຶ່ງຈະເຮັດໃຫ້ມີການສະໜ່ອງສິນຄ້າເພີ່ມຂື້ນ ແລະ ຈຶ່ງຈະສາມາດຕອບສະໜອງຄວາມຕ້ອງການໄດ້ພຽງພໍ ແລະ ຈະເຮັດໃຫ້ສິນຄ້າໃນທ້ອງຕະຫຼາດເປັນປົກກະຕິ.