ກະຊວງການເງິນ ປະກາດແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ

148

ໃນວັນທີ 3 ກຸມພາ 2020 ຜ່ານມາ, ທີ່ກະຊວງການເງິນ ໄດ້ປະກາດແຕ່ງຕັ້ງຮອງລັດຖະມົນຕີ ກະຊວງການເງິນຄົນໃໝ່ຂຶ້ນ ໂດຍການເປັນປະທານຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ, ມີບັນດາຫົວໜ້າກົມ, ຮອງຫົວ ໜ້າກົມ, ຫົວໜ້າສະຖາບັນ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ, ຜູ້ອໍານວຍການລັດວິສາຫະກິດ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມ.

ພາບປະກອບຂ່າວ

ໃນພິທີ ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 24/ນຍ, ລົງວັນທີ 15 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງລັດຖະມົນຕີຂອງກະຊວງການເງິນ ໂດຍໄດ້ແຕ່ງຕັ້ງທ່ານ ບຸນເຫຼືອ ໄຊວໍຣະວົງ ເປັນຮອງລັດຖະມົນຕີກະຊວງການເງິນ. ພ້ອມນັ້ນ, ໄດ້ຜ່ານຂໍ້ຕົກລົງຂອງກະຊວງການເງິນ ສະບັບເລກທີ 0291/ກງ, ລົງວັນທີ 24 ມັງກອນ 2020 ວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມຂອງກະຊວງການເງິນ, ໄດ້ຕົກລົງແຕ່ງຕັ້ງທ່ານ ສົມຈິດ ຄໍາມຸງຄຸນ ຫົວໜ້າພະແນກສັງລວມ ແລະ ເລຂານຸການ ຫ້ອງການກະຊວງການເງິນ ເປັນຮອງຫົວໜ້າຫ້ອງການກະຊວງການເງິນ ແລະ ແຕ່ງຕັ້ງທ່ານ ນາງ ການ ສິງທາວົງໄຊ ຫົວໜ້າພະແນກບໍລິການຄັງເງິນ ເປັນຮອງຫົວໜ້າຄັງເງິນແຫ່ງຊາດ.

ດຳລັດນາຍົກ

ຜ່ານຂໍ້ຕົກລົງສະບັບເລກທີ 4369/ກງ,ລົງວັນທີ 29 ຕຸລາ 2019 ວ່າດ້ວຍການໂຍກຍ້າຍພະນັກງານຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ, ເຊິ່ງໄດ້ຍົກຍ້າຍທ່ານ ຂັນທອງ ແກ້ວໄພທູນ ຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ມາຮັບໜ້າທີ່ໃໝ່ຢູ່ຫ້ອງການກະຊວງການເງິນ, ເພື່ອລໍຖ້າຮັບອຸດໜູນບໍານານຕາມກົດໝາຍ ແລະ ລະບຽບການ.

ຜ່ານຂໍ້ຕົກລົງສະບັບເລກທີ 4887/ກງ, ລົງວັນທີ 9 ທັນວາ 2019 ວ່າດ້ວຍການແຕ່ງຕັ້ງຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ ໂດຍແຕ່ງຕັ້ງ ທ່ານ ສາຍຂອງ ລາດດາວົງ ເປັນຮອງຜູ້ອໍານວຍການລັດວິສາຫະກິດ ລາວບໍລິການສິນຄ້າຜ່ານແດນ.

ໂອກາດດັ່ງກ່າວ, ທ່ານ ສົມດີ ດວງດີ ໄດ້ມີຄຳເຫັນວ່າ: ການປັບປຸງການຈັດຕັ້ງໃນຄັ້ງນີ້, ເປັນການປັບປຸງຄະນະນໍາກະຊວງ, ຄະນະກົມຈໍານວນໜຶ່ງ, ເພື່ອສ້າງຄວາມເຂັ້ມແຂງໃຫ້ຂະແໜງການເງິນໂດຍການສືບທອດປ່ຽນແທນຕາມພາລະບົດບາດຂອງການຈັດຕັ້ງ ການຊັບຊ້ອນໝູນວຽນພະນັກງານການນໍາຂອງກົມ, ພະນັກງານຫຼັກແຫຼ່ງຈໍານວນໜຶ່ງ, ເພື່ອເຮັດໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ສາມາດປະຕິບັດໄດ້ຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດມອບໝາຍ.

ພ້ອມນັ້ນ, ຍັງເນັ້ນໃຫ້ເອົາໃຈໃສ່ສ້າງຜົນງານໃຫ້ດີຂຶ້ນເລື້ອຍໆ ເຊິ່ງໃນໄລຍະນີ້ ເປັນໄລຍະຂອງການປັບປຸງກົງຈັກການຈັດຕັ້ງ ຂອງບັນດາກົມຂອງບັນດາຂະແໜງການຕ່າງໆທີ່ຂຶ້ນກັບກະຊວງການເງິນ.ສ່ວນການຈັດຕັ້ງປະຕິບັດວຽກງານວິຊາສະເພາະໃຫ້ເອົາໃຈໃສ່ແຕ່ຕົ້ນປີ ໂດຍສະເພາະບັນດາວຽກທາງດ້ານລາຍຮັບໃຫ້ຂຸ້ນຂ້ຽວສຸມໃສ່ເຮັດແຕ່ຫົວທີ, ສໍາລັບລາຍຈ່າຍໃຫ້ມີການກວດກາຕິດຕາມຢ່າງເຄັ່ງຂັດຂຶ້ນຕື່ມ.

ທີ່ມາ: Medialaos