ດ່ວນ! ຫ້າມແຊຕໍ່ຂໍ້ມູນ ການລະບາດຂອງພະຍາດໄວຣັສໂຄໂຣນາ ຈາກແຫຼ່ງຂ່າວບໍ່ເປັນທາງການ

82

ເນື່ອງຈາກປັດຈຸບັນມີການລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ (Novel Corona Virus-nCoV) ທີ່ເມືອງ ອູຮ່ານ, ແຂວງ ຫູເປີ່ຍ, ສປ ຈີນ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດເປັນຈໍານວນຫຼວງຫຼາຍ, ພະຍາດດັ່ງກ່າວກໍາລັງແຜ່ລາມໄປຍັງຫຼາຍປະເທດ. ຕໍ່ສະພາບການນີ້ ແຕ່ລະປະເທດກໍ່ໄດ້ມີມາດຕະການໃນການຄວບຄຸມ ລວມທັງການໂຄສະນາ, ການອອກຂ່າວທາງສື່ມວນຊົນ ແລະ ສື່ສັງຄົມອອນລາຍ (Facebook) ເຊິ່ງບາງຂ່າວກໍ່ມີຄວາມຈິງ, ຫຼາຍຂ່າວກໍ່ບໍ່ຖືກຕ້ອງກັບຄວາມເປັນຈິງ.

ພາບປະກອບຂ່າວ

ໂດຍອີງຕາມ ກົດໝາຍຍວ່າດ້ວຍການກັນ ແລະ ຄວບຄຸມພະຍາດຕິດຕໍ່, ເລກທີ 34/ສພຊ, ລົງວັນທີ 9 ພະຈິກ 2017; ອີງຕາມ ການຕົກລົງຂອງກອງປະຊຸມຫ້ອງປະຕິບັດງານສຸກເສີນດ້ານສາທາລະນະສຸກ (EOC) ຄັ້ງວັນທີ 03 ກຸມພາ 2020.

ພາບປະກອບຂ່າວ

ຫ້ອງການ ກະຊວງສາທາລະນະສຸກ ອອກໜັງສືແຈ້ງການ ສະບັບເລກທີ 057/ຫກ ລົງວັນທີ 5 ກຸມພາ 2020 ເຖິງທ່ານ ອະທິການບໍດີມະຫາວິທະຍາໄລສຸຂະພາບ, ຫົວໜ້າກົມ, ອໍານວຍການໂຮງໝໍ, ຫົວໜ້າພະແນກສາທາລະນະສຸກແຂວງ, ນັກສຶກສາແພດ ແລະ ພະນັກງານສາທາລະນະສຸກໃນຂອບເຂດທົ່ວປະເທດ ເລື່ອງ: ຫ້າມສົ່ງຕໍ່ (Share) ຂໍ້ມູນຂ່າວສານກ່ຽວກັບພະຍາດອັກເສບປອດຍ້ອນເຊື້ອຈຸລະໂລກສາຍພັນໃໝ່ໂຄໂຣນາໄວຣັສ (Novel Corona Virus-nCoV) ຈາກແຫຼ່ງຂ່າວທີ່ບໍ່ມີຄວາມຈິງທາງສື່ສັງຄົມອອນລາຍ (Facebook).

ສະນັ້ນ, ເພື່ອເຮັດໃຫ້ຂໍ້ມູນຂ່າວສານກ່ຽວກັບພະຍາດນີ້ ໄດ້ເຜີຍແຜ່ຖືກຕ້ອງຕາມຄວາມເປັນຈິງ ຈຶ່ງແຈ້ງໃຫ້ທ່ານຕິດຕາມຂ່າວ ແລະ ຮັບຂ່າວຕາມສື່ທາງການ ( ໂທລະພາບແຫ່ງຊາດ, ວິທະຍຸ, ໜັງສືພິມ ແລະ ຂໍ້ມູນຂ່າວສານ ຈາກສູນສື່ສານເພື່ອສຸຂະພາບ ແລະ ສຸຂະສຶກສາເຊິ່ງທ່ານສາມາດເຂົ້າຫາແຫຼ່ງຂ່າວຂອງສູນດັ່ງກ່າວທາງເຟດບຸກ (Facebook) ໂດຍມີຊື່ວ່າ: “ສູນຂ່າວສານການແພດສຸຂະສຶກສາ Centre of Information and Education for Health , ທ່ານຈະສາມາດຮັບຮູ້ຂໍ້ມູນທີ່ທາງສູນໄດ້ອັບເດດ ແລະ ທ່ານຈະສົ່ງຕໍ່ (Share)ໄດ້.

ນອກຈາກນັ້ນ, ບໍ່ໃຫ້ພະນັກງານແພດ, ພະຍາບານ, ນັກສຶກສາ ເອົາຮູບການບໍລິການຂອງແພດໝໍທີ່ກໍາລັງປະຕິບັດງານລົງໃນເຟສບຸກຂອງຕົນເອງ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ, ໄດ້ຮັບຂ່າວສານທີ່ຖືກຕ້ອງ, ສັງຄົມບໍ່ມີຄວາມແຕກຕື່ນໃນການຮັບຂ່າວສານ.