ທີມດຶງເຊືອກເຍົາວະຊົນລາວ ກຽມປ້ອງກັນແຊັມລາຍການ ທີ່ປະເທດໄທ

64

ດຶງເຊືອກທີມຊາດລາວ ຮຸ່ນເຍົາວະຊົນ 15 ແລະ 17 ປີ ກຽມເດີນທາງໄປຮ່ວມແຂ່ງຂັນໃນລາຍການ ທີ່ຈັງຫວັດມຸກດາຫານ ປະເທດໄທ ລະຫວ່າງວັນທີ 3-6 ເມສາ 2020 ໂດຍສະເພາະຈະລົງປ້ອງກັນແຊັມປະເພດທີມຊາຍອາຍຸ 17 ປີ ຮຸ່ນນໍ້າໜັກ 540 ກິໂລກຣາມ.

ຕາມການເປີດເຜີຍຂອງ ທ່ານ ປອ. ອຸໄທ ບັນນະວົງ ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ ວ່າ: ສະຫະພັນດຶງເຊືອກແຫ່ງຊາດລາວ ໄດ້ຮັບການເຊີນເຂົ້າຮ່ວມການແຂ່ງຂັນດຶງເຊືອກລາຍການ ສ.ພ.ຖ ຈອມພະລັງ 93 ໂດຍແມ່ນສະມາຄົມດຶງເຊືອກແຫ່ງປະເທດໄທ ແລະ ສະຖານີໂທລະພາບ ໄທພີບີເອັສ ແລະ ສ.ພ.ຖ ຮ່ວມຈັດການແຂ່ງຂັນຂຶ້ນທຸກໆປີ ໂດຍຈະຈັດທີ່ສະໜາມຈັງຫວັດມຸກດາຫານ ປະເທດໄທ ລະຫວ່າງວັນທີ 3-6 ເມສາ 2020 ໃນຮຸ່ນນັກຮຽນອາຍຸ 15 ແລະ 17 ປີ.

“ເຊິ່ງລາຍການດັ່ງກ່າວແຂ່ງມີ 4 ປະເພດຄື: ທີມຊາຍ 8 ຄົນ ອາຍຸ 15 ປີນໍ້າໜັກບໍ່ເກີນ 500 ກິໂລກຣາມ, ທີມຍິງ 8 ຄົນອາຍຸ 15 ປີນໍ້າໜັກບໍ່ເກີນ 440 ກິໂລກຣາມ, ທີມຊາຍ 8 ຄົນອາຍຸ 17 ປີນໍ້າໜັກບໍ່ເກີນ 540 ກິໂລກຣາມ ແລະ ທີມຍິງ 8 ຄົນອາຍຸ 17 ປີ ນໍ້າໜັກບໍ່ເກີນ 640 ກິໂລກຣາມ ຂະນະທີ່ປັດຈຸບັນທັບນັກກີລາດຶງເຊືອກລາວແມ່ນຢູ່ໃນໄລຍະເກັບຕົວຝຶກຊ້ອມ ຫຼັງເຂົ້າເກັບຕົວຕັ້ງແຕ່ຕົ້ນເດືອນມັງກອນ 2020 ທີ່ສະໂມສອນໂຮງຮຽນ ມສ ວຽງຈັນ ”,ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວກ່າວ.

ຮອງປະທານສະຫະພັນດຶງເຊືອກແຫ່ງຊາດລາວ ກ່າວອີກວ່າ: ສໍາລັບປີນີ້ຈະມີທີມເຂົ້າຮ່ວມຈາກ ໄທ 21 ປີ, ລາວ 4 ທີມ ແລະ ກໍາປູເຈຍ 4 ທີມ ເຊິ່ງທີມຊາຍນັກຮຽນລາວອາຍຸ 17 ປີ ຮຸ່ນນໍ້າໜັກ 540 ກິໂລກຣາມ ຈະໄດ້ປ້ອງກັນແຊັມໃນປີ 2020 ເນື່ອງຈາກສາມາດຍາດໄດ້ແຊັມໃນປີ 2019 ທີ່ສະໜາມຈັງຫວັດມຸກດາຫານ ປະເທດໄທ ໃນລະຫວ່າງວັນທີ 3-6 ເມສາ 2020.