ກັກຕົວຜູ້ຖືກຫາຄ້າຂາຍຢາເສບຕິດ ພ້ອມຂອງກາງ 2.000 ກວ່າເມັດ

176

ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີ ວ່າມີກຸ່ມຄົນບໍ່ດີໄດ້ນຳເອົາຢາເສບຕິດມາເຄື່ອນໄຫວຄ້າ – ຂາຍ ຢູ່ເທສະບານແຂວງໄຊຍະບູລີ ເຈົ້າໜ້າທີ່ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕຳຫຼວດ ປກສ ແຂວງໄຊຍະບູລີ ຈຶ່ງໄດ້ນຳໜ່ວຍງານວິຊາສະເພາະເຂົ້າກັກຕົວເປົ້າໝາຍທີ່ຕ້ອງສົງໄສ ວ່າມີການພົວພັນເຄື່ອນໄຫວຄ້າ – ຂາຍຢາເສບຕິດ ຢູ່ເຮືອນພັກແຫ່ງໜຶ່ງເຂດເທສະບານ ແຂວງໄຊຍະບູລີ.

ເວລາປະມານ 09:00 ໂມງ ຂອງວັນທີ 30 ມັງກອນ 2020 ສາມາດກັກຕົວຜູ້ຖືກຫາໄດ້ 2 ຄົນ ຄື: ທ້າວ ສອນວິໄລ ແສງປະເສີດ ອາຍຸ 36 ປີ ປະຊາຊົນບ້ານຈວນສະຫວັນ ແລະ ທ້າວ ບຸນທະວີ ມີສະຫວັດ ອາຍຸ 36 ປີ ປະຊາຊົນຢູ່ບ້ານໃໝ່ຕາກແດດ ທັງສອງຄົນຢູ່ເມືອງຊະນະຄາມ ແຂວງວຽງຈັນ ພ້ອມທັງຢຶດຂອງກາງຢາບ້າ ຈໍານວນ 2024 ເມັດ, ອາວຸດປືນຫັນລີ 1 ກະບອກ ພ້ອມດ້ວຍລູກປືນຈຳນວນ 10 ລູກ, ເງິນບາດ 2.100 ບາດ, ເງິນໂດລາ 20 ໂດລາ, ລົດຈັກຍີ່ຫໍ້ຄາວາສະກິ ສີດຳຂາວບໍ່ມີໝາຍເລກທະບຽນ 1 ຄັນ, ໂທລະສັບ 3 ໜ່ວຍ, ບັດເອທີເອັມ 1 ບັດ ແລະ ໃບຂັບຂີ່ຍານພາຫະນະ 1 ບັດ.

ພາຍຫຼັງທີ່ເຈົ້າໜ້າທີ່ໄດ້ນຳພວກກ່ຽວທັງສອງຄົນມາດຳເນີນການສືບສວນ – ສອບສວນ ໄດ້ພົບເຫັນຂອງກາງຢາບ້າທີ່ຊຸກເຊື່ອງໄວ້ໃນຖົງເສື້ອຂອງ ທ້າວ ບຸນທະວີ ມີສະຫວັດ ເພີ່ມອີກຈຳນວນ 13 ເມັດ ລວມຂອງກາງຢາບ້າທີ່ເຈົ້າໜ້າທີ່ຢຶດໄດ້ທັງໝົດ 2.030 ເມັດ.

ປັດຈຸບັນຄະດີດັ່ງກ່າວແມ່ນພວມຢູ່ໃນຂັ້ນຕອນດຳເນີນການສືບສວນ – ສອບສວນຂອງເຈົ້າໜ້າທີ່ ເພື່ອຂະຫຍາຍຜົນຫາກຸ່ມແກ້ງທີ່ຮ່ວມຂະບວນການດຽວກັນມາດຳເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

( ກອງແກ້ວ ຈັນທະລັງສີ )