ແຂ່ງຂັນສະມາດເບຣນ ຈິນຕະຄະນິດ ແລະ ສິລະປະຄະນິດ ຊີງຂັນຫົວໜ້າຫ້ອງການ ສສກ ເມືອງໄຊ

105

ການແຂ່ງຂັນສະມາດເບຣນ ຈິນຕະຄະນິດ ແລະ ສິລະປະຄະນິດ ຊີງຂັນຫົວໜ້າ ຫ້ອງການສຶກສາທິການ ແລະ ກີລາເມືອງໄຊ ຄັ້ງທີ 2 ໄດ້ຈັດຂຶ້ນໃນຕອນບ່າຍວັນທີ 2 ກຸມພາ 2020 ຢູ່ທີ່ສູນສະມາດເບຣນ ບ້ານປ່າສັກ ເມືອງໄຊ ແຂວງອຸດົມໄຊ. ການແຂ່ງຂັນໃນຄັ້ງນີ້ກໍເພື່ອປະເມີນຜົນການຮຽນຂອງນັກຮຽນ ແລະ ການສອນຂອງຄູ ທັງເປັນການທົດສອບທັກສະ ແລະ ພັດທະນາການດ້ານສະໝອງຂອງນ້ອງນັກຮຽນ ທີ່ໄດ້ຝຶກຝົນໃນໄລຍະ 1 ປີຜ່ານມາ ໂດຍແນໃສ່ໃນການກຽມພ້ອມເຂົ້າຮ່ວມແຂ່ງຂັນໃນແຕ່ລະລະດັບ ເຊັ່ນ: ລະດັບພາກ, ລະດັບປະເທດ ແລະ ລະດັບສາກົນ.

ທ່ານ ພອນທິບ ສຸພັນສີ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາເມືອງໄຊ ແຂວງອຸດົມໄຊ ໄດ້ມີຄຳເຫັນໂອ້ລົມ ພ້ອມທັງກ່າວເປີດພິທີການແຂ່ງຂັນຢ່າງເປັນທາງການ.

ການແຂ່ງຂັນແມ່ນແບ່ງອອກເປັນແຕ່ລະປະເພດ, ແຕ່ລະລະດັບອີງຕາມການພັດທະນາສະໝອງຂອງແຕ່ລະນ້ອງ ແລະ ເກນອາຍຸທີ່ໄດ້ກຳນົດໄວ້ ຄື: ລະດັບ 3 ພຣາສ ແລະ ລະດັບສະມາດເບຣນ ໂດຍກຳນົດເວລາການແຂ່ງຂັນທັງໝົດ 7 ນາທີເທົ່ານັ້ນ. ຫຼັງຈາກສຳເລັດການແຂ່ງຂັນແລ້ວ ຄະນະຮັບຜິດຊອບໄດ້ນຳເອົາຜົນການແຂ່ງຂັນຂອງແຕ່ລະນ້ອງມາສະເລ່ຍ ແລະ ຄິດໄລ່ເປັນເປີເຊັນ ແລະ ຜ່ານການແຂ່ງຂັນຕົວຈິງ ຜົນປາກົດວ່າ: ລະດັບ 3 ພຣາສ A ອັນດັບທີ 1 ໄດ້ແກ່ ນາງ ເຂັມແພງ ເຕັງເບຣຍຈື, 3 ພຣາສ B ໄດ້ແກ່ ນາງ ນິສຸດາ ວິໄລພົນ, 3 ພຣາສ C ໄດ້ແກ່ ນາງ ອາລີນາ ອິນທະວົງ ແລະ 3 ພຣາສ D ໄດ້ແກ່ ທ້າວ ສິນທະນະພອນ ຄຳພະສຸກ; ລະດັບສະມາດເບຣນ 1A ໄດ້ແກ່ ທ້າວ ຊະນະກອນ ວົງໄຊ, ລະດັບເລເວວ 1 ໄດ້ແກ່ ທ້າວ ສຸພາໄຊ ວັນນະສີ, ເລເວວ 2 ໄດ້ແກ່ ນາງ ອາລິຕາ ສີຈະເລີນ, ເລເວວ 3 ໄດ້ແກ່ ທ້າວ ຄອນສະຫວັນ ອຸທິລັດ ແລະ ລະດັບເລເວວ 4 ໄດ້ແກ່ ທ້າວ ໄຊເງິນ ທຳມະລັງກາ.

ສໍາລັບສູນສະມາດເບຣນ ປະຈໍາແຂວງອຸດົມໄຊ ໄດ້ຮັບການສ້າງຕັ້ງຂຶ້ນມາເປັນເວລາ 2 ປີແລ້ວ ມີຈຸດປະສົງເພື່ອພັດທະນາສະໝອງຂອງນັກຮຽນທີ່ມີອາຍຸແຕ່ 3 – 15 ປີ ໂດຍແບ່ງອອກເປັນ 2 ລະດັບ ຄື: ລະດັບ 3 ພຣາສ ແລະ ສະມາດເບຣນ.

ການແຂ່ງຂັນດັ່ງກ່າວມີບັນດາພໍ່ແມ່ຜູ້ປົກຄອງນ້ອງນັກຮຽນເຂົ້າຮ່ວມນໍາ.

( ຂ່າວ: ຄານມະນີ ຮຽນດໍຈັນ )