ລາຄາຊີ້ນໝູຍັງສູງກວ່າລັດກໍານົດ

307

ລາຄາຂາຍຊີ້ນໝູໃນທ້ອງຕະຫຼາດວັນທີ 3 ກຸມພາ 2020 ຍັງສູງກວ່າລັດກໍານົດບາງຕະຫຼາດ ແຕະລະດັບ 48 ພັນກີບຕໍ່ກິໂລ ສາເຫດເກີດຈາກຫຼາຍປັດໄຈ ດ້ານເຈົ້າຂອງຟາມຊີ້ການສະໜອງຊີ້ນໝູໃນຕະຫຼາດຫຼຸດລົງ20%.

ພາບປະກອບຂ່າວ

ນາງ ນົກ ແມ່ຄ້າຂາຍໝູທີ່ຕະຫຼາດຫົວຂົວ ເມືອງໄຊເສດຖາ ກ່າວຕໍ່ທີມຂ່າວພວກເຮົາໃນວັນທີ 3 ກຸມພາ 2020 ວ່າ: ສາເຫດທີ່ພາໃຫ້ຂາຍຊີ້ນໝູສູງກວ່າ 40 ພັນກີບຕໍ່ກິໂລ ກໍເນື່ອງຈາກວ່າຮັບມາຈາກນາຍຮ້ອຍທີ່ມາສົ່ງໃນລາຄາ 32.000 ກີບຕໍ່ກິໂລ ເຊິ່ງໃນລາຄານີ້ແມ່ນໝູໝົດໂຕເມື່ອແຍກຊີ້ນມັນ, ເຄື່ອງໃນອອກ ກໍຈະເສຍໄປເກືອບ 10 – 20 ກິໂລແລ້ວ. ສະນັ້ນ, ເມື່ອເອົາມາແຍກຂາຍ, ຫັກຄ່າຫຼຸ້ຍຫ້ຽນອອກກໍຈະມີກໍາໄລພຽງເລັກໜ້ອຍ. ປັດຈຸບັນລາຄາຂາຍໜ້າຮ້ານໜ້າຂຽງ ຊີ້ນໝູ ປະເພດ 1 ລາຄາ 48 ພັນກີບຕໍ່ກິໂລ ແລະ ປະເພດຊີ້ນຕິດດູກ ລາຄາ 32 ພັນກີບຕໍ່ກິໂລ ພ້ອມຢືນຢັນວ່າ: ຖ້າຫາກນາຍຮ້ອຍນໍາສົ່ງຊີ້ນໝູມາໃຫ້ໃນລາຄາ 28.500 ກີບຕໍ່ກິໂລ ຕາມແຈ້ງການຂອງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ ແນ່ນອນວ່າແມ່ຄ້າຄືພວກເຮົາແມ່ນສາມາດຂາຍບໍ່ໃຫ້ເກີນ ລາຄາ 40.000 ກີບຕໍ່ກິໂລໄດ້.

ພາບປະກອບຂ່າວ

ທ່ານ ສັນ ພໍ່ຄ້າຂາຍໝູທີ່ຕະຫຼາດດົງຄຳຊ້າງ ເມືອງຫາດຊາຍຟອງ ກ່າວວ່າ: ໃນນາມພໍ່ຄ້າຂາຍຊີ້ນກໍຢາກໃຫ້ລາຄາຊີ້ນໝູຫຼຸດລົງ ເພາະວ່າໄລຍະທີ່ຊີ້ນໝູແພງແມ່ນກະທົບຕໍ່ຍອດຂາຍ ເຊິ່ງການຊື້ໝູໃນເຊົ້າວັນທີ 3 ກຸມພາ 2020 ຈາກນາຍຮ້ອຍ ລາຄາ 40.000 ກີບຕໍ່ກິໂລ ເພື່ອໃຫ້ມີກໍາໄລຕ້ອງຂາຍໃນລາຄາ 45 ພັນ ກີບຕໍ່ກິໂລ.

ພາບປະກອບຂ່າວ

ທ່ານ ນິລັນ ດາວບຸນ ຫຼື ເລ້ ຕາງໜ້ານາຍຮ້ອຍກຸ່ມໂຮງຂ້າສັດໜອງດ້ວງ ໃຫ້ຮູ້ວ່າ: ການທີ່ຂາຍຊີ້ນໝູແພງກວ່າລັດກຳນົດ ຫຼື ຕາມແຈ້ງການນັ້ນ ເນື່ອງຈາກພວກເຮົາຊື້ໝູຢູ່ໜ້າຟາມຈາກຕ່າງແຂວງ ລາຄາ 27.000 – 28.000 ກີບຕໍ່ກິໂລ ແລ້ວບວກຄ່າຂົນສົ່ງ ແລະ ຂ້າຄົວອີກ ເຊິ່ງຖ້າຂາຍ 28.500 ກີບຕໍ່ກິໂລ ນັ້ນກໍຈະຫຼຸບທຶນ. ພ້ອມດຽວກັນນີ້, ທ່ານຍັງໃຫ້ຮູ້ຕື່ມວ່າ: ຖ້າຢາກໃຫ້ປະຕິບັດໄດ້ຕາມລາຄາທີ່ພະແນກອຸດສາຫະກຳ ແລະ ການຄ້າກຳນົດກໍສາມາດປະຕິບັດໄດ້ຫາກ ນວ ສະໜອງໝູໃຫ້ແກ່ພວກເຮົາ ເພາະປັດຈຸບັນໄດ້ຊື້ໝູແພງຈາກໜ້າຟາມ ແລະ ຢາກໃຫ້ ອຄ.ນວ ລົງໄປຄວບຄຸມຕື່ມດ້ານລາຄາຂາຍໜ້າຟາມ.

ທ່ານ ກະນົກສັກ ນວນກະນົກ ຜູ້ຈັດການທົ່ວໄປ ບໍລິສັດ ຊີພີ ລາວ ຈຳກັດ ໃຫ້ສຳພາດ ໃນວັນທີ 4 ກຸມພາ 2020 ວ່າ: ໝູໜ້າຟາມຂອງ ບໍລິສັດ ຊີພີ ຂາຍໃນລາຄາ 23.500 ກີບຕໍ່ກິໂລ, ໝູຊໍາແຫຼະໜ້າໂຮງງານ ລາຄາ 27.500 ກີບຕໍ່ກິໂລ ໂດຍໄດ້ຂາຍໃຫ້ສະເພາະລູກຄ້າປະຈໍາໃນນະຄອນຫຼວງວຽງຈັນ, ປັດຈຸບັນພວກເຮົາໄດ້ສະໜອງໝູສູ່ຕະຫຼາດໃນ ນວ ປະມານ 350 – 400 ໂຕຕໍ່ວັນ ຫຼຸດລົງຈາກການສະໜອງໝູປົກກະຕິປະມານ 20% ເນື່ອງຈາກໃນໄລຍະປີໃໝ່ສາກົນຜ່ານມາ ໄດ້ເອົາໝູອອກມາສະໜອງຕະຫຼາດຫຼາຍ ເຊິ່ງບາງໂຕນ້ຳໜັກບໍ່ເຖິງເກນເຮັດໃຫ້ຕ້ອງມີຕົ້ນທຶນເພີ່ມ, ໃນຂະນະທີ່ໝູປະຊາຊົນລ້ຽງເຂດເມືອງນາຊາຍທອງ ທີ່ສະໜອງໃຫ້ຕະຫຼາດນະຄອນຫຼວງ ກໍໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດອະຫິວາໝູອາຟຣິກາ ໃນປີຜ່ານມາ. ສະນັ້ນ, ຈຶ່ງເຮັດໃຫ້ຕະຫຼາດຂາດຂາດແຄນໝູ ແລະ ສົ່ງຜົນເຮັດໃຫ້ລາຄາຊີ້ນໝູແພງຂຶ້ນ.

ພາບປະກອບຂ່າວ

ພ້ອມດຽວກັນນັ້ນ, ທ່ານຍັງກ່າວກ່ຽວກັບແມ່ຄ້າທີ່ຂາຍຊີ້ນໝູຕາມທ້ອງຕະຫຼາດ ເກີນລາຄາ 40.000 ກີບຕໍ່ກິໂລ ຕາມທີ່ລັດກໍານົດວ່າຕາມຄວາມເປັນຈິງແລ້ວ ຖ້າກໍານົດຂາຍແບບນີ້ແມ່ຄ້າກໍອາດຈະຢູ່ບໍ່ໄດ້ເພາະໃນໝູໂຕໜຶ່ງນັ້ນບໍ່ແມ່ນຈະຂາຍໄດ້ 40 ພັນກີບຕໍ່ກິໂລທັງໝົດ ເຊິ່ງມັນຕ້ອງໄດ້ແຍກນໍ້າມັນອອກທີ່ມີລາຄາພຽງ 2 – 10 ພັນກີບຕໍ່ກິໂລ. ສະນັ້ນ, ຈຶ່ງເຮັດໃຫ້ລາຄາຊີ້ນໝູ ປະເພດ 1ແຕະທີ່ 45 – 48 ພັນກີບຕໍ່ກິໂລ ແລະ ຖ້າເປັນໄປໄດ້ແມ່ນໃຫ້ກຳນົດຕາມກົນໄກຕະຫຼາດຕົວຈິງ ຫຼື ດັດສົມໃໝ່ໃຫ້ຜູ້ລ້ຽງ ແລະ ແມ່ຄ້າສາມາດຢູ່ໄດ້, ສ່ວນຜູ້ບໍລິໂພກກໍໄດ້ຊື້ຊີ້ນໝູໄປບໍລິໂພກໃນລາຄາທີ່ຍຸຕິທຳ, ສົມເຫດສົມຜົນ. ພ້ອມກັນນີ້, ນອກຈາກເລື່ອງລາຄາແລ້ວຢາກໃຫ້ຜູ້ບໍລິໂພກໄດ້ຄຳນຶງເຖິງຄວາມປອດໄພ, ຖືກຫຼັກອະນາໄມເມື່ອຊື້ໄປບໍລິໂພກນຳອີກດ້ວຍ.

ພາບປະກອບຂ່າວ

ກ່ອນໜ້ານີ້ໃນວັນທີ 30 ມັງກອນ 2020 ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ( ອຄ.ນວ ) ອອກແຈ້ງການກຳນົດລາຄາຂາຍຍົກ – ຂາຍຍ່ອຍຊີ້ນໝູໃໝ່ ລາຄາໝູຢືນໜ້າຟາມຊື້ – ຂາຍບໍ່ໄດ້ເກີນ 23.500 ກີບຕໍ່ກິໂລ; ລາຄາຂາຍຍົກໝູໝົດໂຕທີ່ໄດ້ຂ້າ, ຄົວ ແລະ ຊຳແຫຼະເປັນຊີ້ນລວມ ນາຍຮ້ອຍສົ່ງເຖິງລູກຂຽງຮອດຕະຫຼາດ ລາຄາສູງສຸດບໍ່ໃຫ້ເກີນ 28.500 ກີບຕໍ່ກິໂລ ແລະ ລາຄາຂາຍຍ່ອຍລູກຂຽງໃຫ້ຜູ້ບໍລິໂພກ ຊີ້ນໝູປະເພດ 1 ລາຄາສູງສຸດບໍ່ໃຫ້ເກີນ 40 ພັນກີບຕໍ່ກິໂລ, ດ້ານພໍ່ຄ້າ – ແມ່ຄ້າຂາຍຍ່ອຍເຜີຍຍັງບໍ່ສາມາດປະຕິບັດໄດ້ ເນື່ອງຈາກລາຄາຊີ້ນໝູນທີ່ນາຍຮ້ອຍສົ່ງໃຫ້ໝົດໂຕ ລາຄາ 32 ພັນກີບຕໍ່ກິໂລ ຖືວ່າແພງ ກວ່າແຈ້ງການ.