ປາກລາຍກວດພົບສິນຄ້າໝົດອາຍຸ 40 ກວ່າລາຍການ

44

ເຕືອນແລ້ວເຕືອນອີກ ສຳລັບການຈັດຊື້ສິນຄ້າຕາມທ້ອງຕະຫຼາດ ເຮົາຕ້ອງໃຊ້ເວລາໃນການສັງເກດວັນເດືອນຜີທີ່ຜະລິດ ເພື່ອບໍ່ເສຍເງິນຈ່າຍຊື້ສິນຄ້າເສຍຄຸນມາບໍລິໂພກ ເພາະນັ້ນບໍ່ພຽງບໍ່ໄດ້ຮັບຜົນປໂຫຍດເທົ່ານັ້ນ ຍັງຈະເປັນໂທດແກ່ໂຕເຮົາ ແລະຄົນທີ່ຮັກອີກດ້ວຍ.

May be an image of 9 people and text that says 'තිහි ทำลาย เณดลาย រណេជំ บ คบ เอาหาม'

ປະຕິບັດຕາມລະບຽບກົດໝາຍບ້ານເມືອງ ທັງເຮັດໃຫ້ຜູ້ຂາຍເຂົ້າໃຈຕໍ່ການຂາຍສິນຄ້າໝົດຄຸນ ເຈົ້າໜ້າທີ່ເມືອງປາກລາຍແມ່ນໄດ້ລົງກວດກາບ້ານດາຫ້າງຮ້ານພາຍໃນເມືອງ ພ້ອມຢືດເຄື່ອງໄດ້ຈຳນວນໜຶ່ງມາທຳລາຍຖີ້ມໃນວັນທີ 4 ເມສາ 2024 ທີ່ຜ່ານມານີ້ ຢູ່ທີ່ສະໜາມຖີ້ມຂີ້ເຫຍື້ອບ້ານນ້ຳຊົ້ງ ເມືອງປາກລາຍ ແຂວງໄຊຍະບູລີ  ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະບັບ ສີປະເສີດ ຄະນະປະຈຳພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

May be an image of 4 people and text
ສິນຄ້າທີ່ນຳມາທຳລາຍໃນຄັ້ງນີ້ ໂດຍຄະນະຮັບຜິດຊອບໄດ້ລົງຈັດຕັ້ງປະຕິບັດວຽກງານຕົວຈິງ ໃນຄັ້ງ ວັນທີ 11 – 28 ມີນາ 2024 ຂອງຄະນະຮັບຜິດຊອບຄຸ້ມຄອງ, ລົງກວດກາບັນດາຫ້າງຮ້ານຕ່າງໆ ໃນຂອບເຂດເທດສະບານ ແລະ ຊານເມືອງ ປະກອບມີເຂດເທດສະບານ, ມີຮ້ານຄ້າທີ່ຖືກກວດກາມີ 42 ຮ້ານ ແລະ 1 ຫ້າງຊັບພະສິນຄ້າ ຜ່ານການກວດກາຕົວຈິງໄດ້ພົບສິນ
ຄ້າຫມົດອາຍຸພາຍໃນຮ້ານມີ 13 ຮ້ານ, ຈໍານວນ 45 ລາຍການ, ຄິດເປັນມູນຄ່າທັງຫມົດ 7,963,000 ກີບ, ໄດ້ປະຕິບັດ ຕາມລະບຽບໂດຍອີງໃສ່ບົດບັນທຶກໃນຄັ້ງຜ່ານມາ, ຄິດເປັນມູນຄ່າລວມທັງຫມົດ 1.682.000 ກີບ ພ້ອມທັງໄດ້ເຮັດບົດ ບັນທຶກກ່າວເຕືອນເປັນຄັ້ງທີ 1 ມີທັງຫມົດ 1 ຮ້ານ (ເພາະເປັນຮ້ານເປີດໃຫມ່) ພ້ອມນີ້ກໍ່ຍັງໄດ້ມີການທົດສອບກວດຫາສານ Formalin ແລະ Brorax ໃນອາຫານສົດ, ອາຫານແຊ່ແຂງ ຜົນຂອງການກວດກາເຫັນວ່າ: ບໍ່ພົບສານປົນເປື້ອນໃນອາຫານທະເລສົດ – ອາຫານແຊ່ແຂງ, ແຕ່ກວດອາຫານແຊ່ແຂງທີ່ຫມົດອາຍຸມີ 5 ລາຍການ: ປີກໄກ່, ປ໋ອງໄກ່, ຂາໄກ່, ຮ້ອດດ໊ອກແດງ, ຊ໊ອດຊ໊ອກ ເຝິກກອບ, ລວມຈໍານວນ 52 ກິໂລກຼາມ, ເຄື່ອງສໍາອາງຫມົດອາຍຸ ຈໍານວນ 5 ລາຍການ, ເຄື່ອງປຸງຫມົດອາຍຸ ຈໍານວນ 5 ລາຍການ,ຫມີ່, ເຂົ້າຫນົມຫມົດອາຍຸ ຈໍານວນ 2 ລາຍການ, ຊາ, ນົມ, ກາເຟ, ນໍ້າອັດລົມຫມົດອາຍຸ ຈໍານວນ 8 ລາຍການ.

May be an image of 3 people
ທັ້ງນີ້ກໍ່ເພື່ອປະກັນບໍ່ໃຫ້ມີກໍລະນີ ເກີດພະຍາດລະບາດຍ້ອນສາເຫດອາຫານເປັນພິດ, ພ້ອມທັງເປັນການປົກປ້ອງຜູ້ບໍລິ ໂພກ ໂດຍຄຽງຄູ່ກັບການຄວບຄຸມແນະນໍາໃຫ້ຄວາມຮູ້ ແລະ ເພີ່ມສະຕິຄວາມເປັນເຈົ້າການ ຂອງຜູ້ປະກອບການ ທີ່ດໍາເນີນທຸລະກິດທາງດ້ານອາຫານ, ເຄື່ອງດື່ມສໍາເລັດຮູບ, ເຄິ່ງສໍາເລັດຮູບ, ເຄື່ອງສໍາອາງ.