ຫຼາຍພາກສ່ວນຫາລືການຝຶກວິຊາຊີບກ້າວສູ່ການມີວຽກເຮັດໃຫ້ແຮງງານລາວ

119

ກະຊວງສຶກສາທິການ ແລະ ກິລາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ອົງການສະວິດເພື່ອການພັດທະນາ ແລະ ຮ່ວມມື ຂອງປະເທດສະວິດເຊີແລນ ແລະ  ອົງການເຊີວິດຄອນແທັກ ຮ່ວມກັນຈັດກອງປະຊຸມ ວາງແຜນການຈັດຕັ້ງປະຕິບັດໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ເຮັດໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ໄດ້ເຂົ້າຝຶກອົບຮົມວິຊາຊີບ ແລະ ເຂົ້າສູ່ຕະຫຼາດແຮງງານ ຫຼື ກັບເຂົ້າສູ່ລະບົບການສຶກສາ.

ກອງປະຊຸມດັ່ງກ່າວ, ໄດ້ຈັດຂຶ້ນເມື່ອວັນທີ 5 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມ ໂຮງແຮມຄລາວພຣາຊາ ນະຄອນຫຼວງວຽງຈັນ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ໜູພັນ ອຸດສາ ຫົວຫນ້າກົມອາຊີວະສຶກສາ  ກະຊວງສຶກສາທິການ ແລະ ກິລາ, ທ່ານ ຄອນສີ ມະຫາວົງ ຮອງຫົວຫນ້າກົມພັດທະນາສີມືແຮງງານ ແລະ ການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີ ການສັງຄົມ, ພ້ອມດ້ວຍອົງການຈັດຕັ້ງສາກົນຄູ່ຮ່ວມ, ຜູ້ຕາງໜ້າຈາກພາກສ່ວນການສຶກສາ, ແຮງງານ, ສະຖານອາຊີວະສຶກສາ, ພາກສ່ວນຈັດຕັ້ງມະຫາຊົນ ແລະ ຄູ່ຮ່ວມງານຕ່າງໆ ໃນແຂວງເປົ້າໝາຍຂອງໂຄງການ ເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງການຈັດກອງປະຊຸມດັ່ງກ່າວ, ແມ່ນເພື່ອເປັນການສ້າງແຜນວຽກ, ວາງໜ້າທີ່ ແລະ ຄົ້ນຄວ້າບັນດາໜ້າວຽກຕ່າງໆ ທີ່ຈະໄດ້ກໍານົດໃຊ້ເຂົ້າໃນໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທໍາ ໃນໄລຍະ 4 ປີຂ້າງໜ້າ ໂດຍໄດ້ຮັບການສະໜັບສະໜູນຈາກ ປະເທດສະວິດເຊີແລນ ເປົ້າໝາຍແມ່ນເພື່ອໃຫ້ຊາວໜຸ່ມຜູ້ດ້ອຍໂອກາດ ເຂົ້າຮ່ວມຝຶກອົບຮົມວິຊາຊີບ ແລະ ເຂົ້າສູ່ຕະຫຼາດແຮງງານ ຫຼື ກັບເຂົ້າສູ່ລະບົບການສຶກສາ.

ຜູ້ເຂົ້າຮ່ວມໄດ້ຮັບຟັງສະພາບລວມ, ອົງປະກອບ, ຂອບເຂດໜ້າວຽກ, ແລະ ກິດຈະກໍາຂອງໂຄງ ການ ກໍຄືຜົນສໍາເລັດໃນໄລຍະເລີ່ມຕົ້ນຂອງໂຄງການ, ການນໍາສະເຫນີແຜນວຽກສໍາລັບປີ 2020, ການປະສານງານ ແລະ ຮູບແບບການຈັດຕັ້ງປະຕິບັດໂຄງການ.

ນອກນັ້ນ, ຜູ້ເຂົ້າຮ່ວມປະຊຸມ ຍັງໄດ້ຮ່ວມກັນເຮັດວຽກເປັນກຸ່ມ ເພື່ອປຶກສາຫາ ລື ກ່ຽວກັບ ວິທີການຄັດເລືອກກຸ່ມເປົ້າຫມາຍສໍາລັບເຂົ້າຝຶກອົບຮົມວິຊາຊີບ, ການຄັດເລືອກຄູຝຶກ ແລະ ສະຖານທີ່ ຝຶກງານໃຫ້ຜູ້ເຂົ້າຝຶກອົບຮົມວິຊາຊີບ.