Monthly Archives: February, 2020

ລາຄາຮຸ້ນແອເອເຊຍຕົກໜັກເມື່ອມີຂ່າວບໍລິສັດຮັບເງິນສິນບົນ

ເມື່ອກາງອາທິດນີ້,ລາຄາຮຸ້ນຂອງບໍລິສັດ ແອເອເຊຍເຊິ່ງເປັນສາຍການບິນລາຄາຖືກລາຍໃຫຍ່ທີ່ສຸດຂອງອາຊີຕົກລົງໜັກໃນການຊື້ຂາຍຢູ່ທີ່ຕະຫຼາດຮຸ້ນກົວລາລໍາເປີຂອງມາເລເຊຍຫຼັງມີຂ່າວວ່າບໍລິສັດໄດ້ຮັບເງິນສິນບົນຈໍານວນ50ລ້ານໂດລາຈາກບໍລິສັດແອບັດເພື່ອໃຫ້ມີການຊື້ເຮືອບິນຂອງແອບັດ. ທັງນີ້,ລາຄາຮຸ້ນແອເອເຊຍຕົກລົງ11%ຈຸລະດັບ1,27ຣິງກິດເຊິ່ງເປັນລະດັບຕໍ່າທີ່ສຸດນັບຕັ້ງແຕ່ເດືອນ ພຶດສະພາປີ2016ຂະນະທີ່ລາຄາຮຸ້ນແອເອເຊຍ ເອ໊ກ ຕົກລົງ12%ຈຸລະດັບຕໍ່າສຸດເປັນປະຫວັດການ. ດ້ານແອເອເຊຍອອກແຈ້ງການປະຕິເສດຂ່າວທີ່ວ່າບໍລິສັດຮັບເງິນສິນບົນຈາກແອບັດເພື່ອແລກກັບການຊື້ເຮືອບິນແອບັດຈໍານວນ180ລໍາ. ຂໍ້ກ່າວຫາດັ່ງກ່າວມີຂຶ້ນຫຼັງຈາກທີ່ແອບັດຍອມຈ່າຍເງິນຄ່າປັບໃໝໃຫ້ແກ່ທາງອາເມຣິກາ,ອັງກິດ ແລະ ຝຣັ່ງຈໍານວນ4ຕື້ໂດລາເພື່ອຢຸດເຊົາການສືບສວນຂໍ້ກ່າວຫາທີ່ວ່າບໍລິສັດໄດ້ຈ່າຍເງິນຕິດສິນບົນສາຍການບິນຫຼາຍແຫ່ງເພື່ອໃຫ້ມາຊື້ເຮືອບິນຂອງແອບັດ.

ລັດຖະມົນຕີ ຮສສ ລົງຢ້ຽມຢາມ ແລະ ມອບເຄື່ອງໃຫ້ແຂວງສາລະວັນ ມູນຄ່າ 159 ລ້ານກີບ

ໃນວັນທີ 5 ກຸມພາ 2020 ນີ້ຢູ່ທີ່ຫ້ອງປະຊຸມພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງສາລະວັນໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ປອ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ພ້ອມຄະນະໄດ້ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ພະແນກ ຮສສ ແຂວງສາລະວັນ, ພ້ອມທັງໄດ້ເຂົ້າພົບປະໂອ້ລົມ ທ່ານ ສີສຸວັນ ວົງຈອມສີ...

ຊົມເຊີຍ!! 12 ບ້ານ ຢູ່ເມືອງສີສັດຕະນາກ ໄດ້ຮັບນາມມະຍົດເປັນບ້ານສາມັກຄີປອງດອງ

ແນວລາວສ້າງຊາດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ຈັດພິທີມອບ-ຮັບໃບຢັ້ງຢືນບ້ານສາມັກຄີປອງດອງໃຫ້ 12 ບ້ານຄື: ບ້ານດອນນົກຂຸ້ມ, ບ້ານເພຍວັດ, ດົງປາລານທ່າ, ສ້າງເຫວີຍ, ຈອມເພັດໃຕ້, ໂຄກນິນ, ໂພໄຊ, ໂພນສະຫວ່າງ, ໄຊສະຖານ, ທົ່ງພານທອງ, ໂສກປ່າຫຼວງ ແລະ ບ້ານໂພນສະຫວັນເໜືອຂຶ້ນ ໃນວັນທີ 5 ກຸມພາ 2020 ຜ່ານມາ,...

ໜຶ້ງຜັກກາດຂາວຫໍ່ໝູລາຍການອາຫານງ່າຍໆແຕ່ໄດ້ປະໂຫຍດ

ຜັກກາດຂາວມີສານອາຫານຕ່າງໆ ໄດ້ແກ່: ໂປຣຕິນ, ໄຂມັນ ແລະ ນ້ຳຕານ ສິ່ງສຳຄັນຄືໃນຜັກກາດຂາວຈະມີ ແຄລຊຽມ ແລະ ວິຕາມິນ C ເປັນຈຳນວນຫຼາຍ ເຊິ່ງແຄລ ຊຽມນອກຈາກຈະມີໜ້າທີ່ເສີມສ້າງກະດູກໃຫ້ແຂງແຮງແລ້ວຍັງຊ່ວຍໃຫ້ກ້າມຊີ້ນເຮັດວຽກເປັນປົກກະຕິ. ສ່ວນປະສົມ: 1 ຜັກກາດຂາວ 1 ຫົວ     ໃຫຍ່. 2 ໝູບົດ 500 ກຣາມ. 3 ກະທຽມ 1 ຫົວໃຫຍ່. 4...

ຄວາມຮູ້ກ່ຽວກັບໜ້າກາກອະນາໄມ

ໜ້າກາກອະນາໄມຄືໜ້າກາກທີ່ໃຊ້ເພື່ອຊ່ວຍປ້ອງກັນລະບົບທາງເດີນຫາຍໃຈຈາກມົນລະພິດ, ສານພິດ ແລະ ເຊື້ອພະຍາດ ໃນຫຼາຍກໍລະນີແພດມັກແນະນໍາໃຫ້ໃຊ້ໜ້າກາກອະນາໄມ ເພື່ອປ້ອງກັນພະຍາດທີ່ກ່ຽວກັບລະບົບທາງເດີນຫາຍໃຈ ເນື່ອງຈາກເປັນວິທີການປ້ອງກັນການແຜ່ກະຈາຍຂອງເຊື້ອແບັກທີເຣຍ ຫຼື ເຊື້ອໄວຣັສຈາກຄົນສູ່ຄົນໄດ້ ຖ້າຮູ້ວິທີໃຊ້ທີ່ຖືກຕ້ອງກໍຈະຊ່ວຍປ້ອງກັນໄດ້ມີປະສິດທິພາບຫຼາຍຂຶ້ນ. ປະເພດຂອງໜ້າກາກອະນາໄມ: ໜ້າກາກອະນາໄມທີ່ວາງຂາຍທົ່ວໄປແບ່ງອອກເປັນ 2 ປະເພດໃຫຍ່ໆ ຕາມລັກສະນະຂອງໜ້າກາກ ແລະ ປະສິດທິພາບຂອງການຕອງອາກາດ ດັ່ງນີ້: ໜ້າກາກອະນາໄມແບບທົ່ວໄປແມ່ນໃຊ້ໃນວົງການແພດເປັນສ່ວນໃຫຍ່ ເພື່ອປ້ອງກັນການແຜ່ກະຈາຍຂອງເຊື້ອພະຍາດຜ່ານການໄອ ຫຼື ຈາມ ແຕ່ຂໍ້ເສຍຂອງໜ້າກາກອະນາໄມຊະນິດນີ້ບໍລິເວນດ້ານລຸ່ມຂອງໜ້າກາກຈະບໍ່ສາມາດປ້ອງກັນການໄດ້ຮັບສານປົນເປື້ອນຈາກການສູບດົມໄດ້. ສ່ວນໜ້າກາກອະນາໄມແບບ N95 ເປັນຊະນິດທີ່ຊ່ວຍປ້ອງກັນເຊື້ອພະຍາດທີ່ມີຂະໜາດນ້ອຍໆໄດ້ ໂດຍມີປະສິດທິພາບໃນການປ້ອງກັນຈະສູງກວ່າໜ້າກາກອະນາໄມແບບທົ່ວໄປ ເນື່ອງຈາກລັກສະນະຂອງໜ້າກາກຊະນິດນີ້ຈະຄອບໃນບໍລິເວນໜ້າ,...

ບັນດາສິລະປິນຄົນມີຊື່ສຽງຂອງລາວ ໄດ້ຮັບລາງວັນຈາກເວທີ Thailand Digital Award 2020

ຂໍສະແດງຄວາມດີໃຈກັບທຸກທ່ານທີ່ໄດ້ຮັບລາງວັນຈາກເວທີ Thailand Digital Award 2020 ຄັ້ງທີ 3 ຈັດຂຶ້ນທີ່ກຸງເທບ ປະເທດໄທ ໃນທ້າຍເດືອນມັງກອນຜ່ານມາ ເຊິ່ງທັງ 10 ທ່ານ ຖືວ່າໄດ້ເປັນຕົວແທນຂອງປະເທດລາວໄປຮັບລາງວັນດັ່ງກ່າວເປັນຄັ້ງທຳອິດ ໄດ້ແກ່: 1 ທ່ານ ເທບມະຫາວິໄຊ ໄຊທິລາດ ( Thepmahavixay Saythilath ) Tar APacts...

ຂາຍສິນຄ້າແນວໃດ? ເພື່ອໃຫ້ຖືກໃຈຄົນຊື້ ແລະ ໄດ້ຂາຍດີຕະຫຼອດ

ການຂາຍສິນຄ້າໃນປັດຈຸບັນມີທັງໃນລະບົບອອນລາຍ ແລະ ອັອຟລາຍ ເຊິ່ງວິທີການຕ່າງໆຫຼາຍຄົນກໍເຄີຍໄດ້ຍິນມາແລ້ວ ໂດຍສະເພາະແມ່ນຫຼັກການ 4P ໄດ້ແກ່: Product , Price, People ແລະ Partner. ແຕ່ປັດຈຸບັນມັນມີຫຼາຍກວ່ານັ້ນທີ່ເປັນຊ່ອງທາງການຕະຫຼາດໃນການເຂົ້າເຖິງລູກຄ້າ ເພື່ອເຮັດແນວໃດໃຫ້ສາມາດຂາຍໄດ້ເປັນປົກກະຕິ? ເຊິ່ງ ອາຈານ ສົມສັກ ຜູ້ຊ່ຽວຊານດ້ານຄູຝຶກຂອງສູນການເງິນຈຸລະພາກ ໄດ້ຍົກຕົວຢ່າງ 7 ຂໍ້ ທີ່ເປັນແນວທາງໃນການຂາຍສູ່ຟັງລຸ່ມນີ້: 1 ສິນຄ້າຕ້ອງມີຄຸນນະພາບ:...

ທ່ານນາຍົກ ເນັ້ນໜັກມາດຕະການສະກັດກັ້ນພະຍາດອັກເສບປອດ ພ້ອມຮຽກຮ້ອງບໍ່ໃຫ້ປະຊາຊົນວິຕົກເກີນເຫດ

ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີພົບປະໂອ້ລົມ ແລະ ຊີ້ນຳຕໍ່ກອງປະຊຸມເປີດກວ້າງສະຫຼຸບຕີລາຄາ, ຖອດຖອນບົດຮຽນ ການຈັດຕັ້ງປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ ໃນໄລຍະ 5 ປີ ຄັ້ງທີ VIII ນັບແຕ່ 2016 ຫາ 2020 ແລະ ທິດທາງແຜນການພັດທະນາພະລັງງານ ແລະ ບໍ່ແຮ່ 5...

ຂີ່ຊ້າງຊົມເມືອງໄຊຍະບູລີ ໃນເທດສະການບຸນຊ້າງ

ມະຫະກຳບຸນຊ້າງ ເປັນບຸນປະເພນີ ແລະ ເປັນບຸນມິ່ງຂວັນຄູ່ບ້ານຄູ່ເມືອງຂອງຊາວເມືອງໄຊຍະບູລີ ທີ່ສືບສານກັນມາແຕ່ບູຮານ ເຊິ່ງສະແດງເຖິງວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ດົນນານ. ງານມະຫະກຳບຸນຊ້າງ ປະຈໍາປີ 2020 ຈະເລີ່ມເປີດບໍລິການໃຫ້ນັກທ່ອງທ່ຽວແຕ່ວັນທີ 18 ກຸມພາ 2020 ເປັນຕົ້ນໄປ ແລະ ໃນວັນທີ 21 ກຸມພາ ຈະໄດ້ຈັດພິທີເຮັດບຸນຕັກບາດອຸທິດບຸນກຸສົນໃຫ້ຊ້າງ. ສໍາລັບພິທີເປີດເປັນທາງການແມ່ນຈະໄດ້ຈັດຂຶ້ນໃນວັນທີ 22 ກຸມພາ 2020 ແລະ...

ຄຸມເຂັ້ມ! ໃຜສວຍໂອກາດຂຶ້ນລາຄາຜະລິດຕະພັນການແພດ ຖອນໃບທະບຽນວິສາຫະກິດ

ໂດຍອີງຕາມກົດໝາຍວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011; ອີງຕາມແຈ້ງການ ສະບັບເລກທີ 98/ຫສນຍ, ລົງວັນທີ 27 ມັງກອນ 2020 ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ອີງຕາມການຕົກລົງ ແລະ ທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ໃນວັນທີ 5...
- Advertisment -
Slide
Slide

Most Read

error: Content is protected !!