Monthly Archives: February, 2020

ພະທາດສີໂຄດປະຫວັດຍາວນານ ສຶກສາກ່ອນໄປທ່ຽວບຸນນະມັດສະການ

ເຊີນຊວນບັນດາທ່ານ ທ່ຽວຊົມງານບຸນນະມັດສະການ ພະທາດສີໂຄດຕະບອງ ເມືອງ ທ່າແຂກ ແຂວງ ຄຳມ່ວນ ໂດຍຈະເລີ່່ມຢ່າງເປັນທາງການແຕ່ວັນທີ 6 – 8 ກຸພາ 2020 ນີ້້ ພາຍໃນງານທ່ານຈະໄດ້ຮູ້, ສໍາຜັດວິຖີຊີວິດ, ຜະລິດຕະພັນ, ອາຫານເຄື່ອງດື່ມ ເຄື່ອງນຸ່ງຫົ່ມ ຂອງຊາວເມືອງທ່າແຂກ, ບ້ານສີໂຄດ ແຂວງຄໍາມ່ວນ ພະທາດສີໂຄດຕະບອງເປັນປູສະນີຍະສະຖານ ແລະ ເປັນສັນຍາລັກຂອງແຂວງຄໍາມ່ວນ...

ທ່ານຮູ້ ຫຼື ບໍ່ ການນອນເດິກ ສົ່ງຜົນເສຍຕໍ່ສຸຂະພາບ ຂອງເຮົາແນວໃດ?

ໂດຍສັງຄົມປັດຈຸບັນເຮັດໃຫ້ຫຼາຍໆຄົນຊິນເຄີຍກັນການນອນເດິກ ທັງການຮຽນ, ເຮັດວຽກ, ການໄປສ້າງສັນກັບໝູ່ເພື່ອນໃນເວລາເດິກດື່ນ ທັງຕັ້ງໃຈ ແລະ ບໍ່ຕັ້ງໃຈ ຫຼື ຈໍາເປັນທີ່ຕ້ອງນອນເດິກ. ແຕ່ຢາກໃຫ້ຮູ້ວ່າການນອນເດິກສົ່ງຜົນເສຍກັບສຸຂະພາບຫຼາຍຢ່າງ ຫາກຫຼີກລ້ຽງໄດ້ກໍ່ເຂົ້ານອນໄວ ແລະ ພັກຜ່ອນໃຫ້ພຽງພໍຈະເປັນການດີທີ່ສຸດ. ຜົນເສຍຂອງການນອນເດິກ 1 ອາລົມແປປວນງຸດງິດງ່າຍ 2 ຮຽນຮູ້ສິ່ງຕ່າງໆໄດ້ຊ້າລົງ 3 ເລືອດໄປລ້ຽງສະໝອງບໍ່ພຽງພໍເປັນສາເຫດຂອງອາການເຈັບຫົວ 4 ຄົນທີ່ນອນບໍ່ລັບມັກຈະເປັນໂລກຕຸ໋ຍໄດ້ ເພາະຈະຢາກອາຫານຢູ່ຕະຫຼອດເວລາ ມີອາການຫິວງ່າຍ 5 ຊ່ຽງຕໍ່ການເປັນຄວາມດັດແລະເແັນໂລກຫົວໃຈ 6 ເຮັດໃຫ້ສາຍຕາຝ້າມົວ ເບິງຫຍັງບໍ່ແຈ້ງ ແລະປະສິດທິພາບໃນການເບິ່ງເຫັນຈະໜ່ອຍລົງ 7 ລະບົບພູມຄຸ່ມກັນອ່ອນແອ...

ຫຼາຍປະເທດໜີ້ຖ້ວມຫົວອາດຈະບໍ່ສາມາດແກ້ໄຂໄດ້

ເມື່ອທ້າຍປີກ່ອນ,ກອງທຶນການເງິນສາກົນຫຼືໄອເອັມເອຟເຄີຍອອກມາເຕືອນເລື່ອງບັນຫາໜີ້ເອົາໄວ້ວ່າ:ລະດັບໜີ້ຂອງຫົວໜ່ວຍທຸລະກິດໃນ8ປະເທດທີ່ມີຂະໜາດເສດຖະກິດໃຫຍ່ລະດັບຕົ້ນໆຂອງໂລກເຊັ່ນອາເມຣິກາ,ສປ ຈີນ,ຍີ່ປຸ່ນ,ເຢຍລະມັນ,ອັງກິດ,ຝຣັ່ງ,ອີຕາລີ ແລະ ແອັດສະປາຍເກືອບ40%ຢູ່ໃນລະດັບສູງຫຼາຍຈົນຫາກເກີດວິກິດເສດຖະກິດໂລກຕົກຕໍ່າເຖິງຂັ້ນຂຶ້ນກໍຈະກາຍເປັນບັນຫາໃຫຍ່ຄືບໍ່ສາມາດໃຊ້ໜີ້ໃນລະດັບດັ່ງກ່າວໄດ້. ຫົວໜ່ວຍທຸລະກິດຫຼາຍແຫ່ງໃນປະເທດເຫຼົ່ານັ້ນເຊິ່ງວ່າຈ້າງກໍາມະກອນເມື່ອນັບລວມກັນແລ້ວຫຼາຍລ້ານຄົນເຊິ່ງເດີມພັນກັບອະນາຄົດຂອງຕົນເອງຢູ່ກັບໜີ້ໃນລະດັບສູງຄິດເປັນຈໍານວນເງິນລວມກັນແລ້ວເທົ່າກັບ19ພັນຕື້ໂດລາ ແລະ ກໍາລັງຈະພ່າຍແພ້ເດີມພັນທີ່ວ່ານັ້ນແລ້ວເຮັດໃຫ້ຕົນເອງຕົກໃນສະພາບລົ້ມລະລາຍມີໜີ້ລົ້ນພົ້ນຕົວນັ້ນເອງ. ໄອເອັມເອຟຊີ້ວ່າ:8ໃນ10ປະເທດທີ່ວ່ານັ້ນລ້ວນແຕ່ເປັນປະເທດທີ່ມີຄວາມສໍາຄັນໃນເຊີງລະບົບຕໍ່ພາກການເງິນຂອງໂລກ,ພ້ອມທັງເຕືອນວ່າສະຖານະການໃນເວລານີ້ຕົກຢູ່ໃນສະພາບຄ້າຍຄືກັບໃນໄລຍະທີ່ເກີດວິກິດການການເງິນໂລກຫຼ້າສຸດ. ຂະນະທີ່ທະນາຄານໂລກອອກມາເຜີຍແຜ່ໃນເລື່ອງດຽວກັນນີ້,ແຕ່ບໍ່ໄດ້ໃຫ້ຮູ້ເຖິງປະເທດທີ່ມີລະບົບການເງິນລະດັບແຖວໜ້າຂອງໂລກຢ່າງໄອເອັມເອຟທີ່ລະບຸອອກມາຈະແຈ້ງເອົາໄວ້;ແຕ່ເປັນການຊີ້ໃຫ້ເຫັນເຖິງລະດັບໜີ້ໃນ100ປະເທດປະກອບມີອາຟຣິກາ,ອາຊີ ແລະ ອາເມຣິກາລາຕິນວ່າມີໜີ້ລວມກັນເພີ່ມຂຶ້ນຫຼາຍເນື່ອງຈາກທັງພາກເອກະຊົນ ແລະ ພາກລັດໃນປະເທດເຫຼົ່ານີ້ມີໜີ້ຫຼາຍຂຶ້ນເລື້ອຍໆ. ຂໍ້ສັງເກດຂອງທະນາຄານໂລກກໍຄືໜີ້ໃນປະເທດເຫຼົ່ານີ້ບໍ່ພຽງຂະຫຍາຍຕົວໃຫຍ່ໂຕຂຶ້ນຫຼາຍເທົ່ານັ້ນຍັງມີຄຸນລັກສະນະຂອງສະພາບໜີ້ທີ່ແຕກຕ່າງກັນໄປຈາກແຕ່ກ່ອນນໍາອີກ. ຄວາມປ່ຽນແປງຄືລັກສະນະໜີ້ເຊິ່ງແຕ່ກ່ອນເປັນການສ້າງໜີ້ເພື່ອການລົງທຶນກັບກາຍເປັນການສ້າງໜີ້ເພື່ອໃຫ້ເກີດປະໂຍຫດດ້ານສາທາລະນະສຸກ,ການສຶກສາ ແລະ ສະຫວັດດີການສັງຄົມເຊິ່ງບໍ່ໄດ້ເຮັດໃຫ້ເກີດລາຍໄດ້. ໜີ້ເຫຼົ່ານີ້ເປັນການກູ້ຢືມຈາກນັກລົງທຶນລະຫວ່າງປະເທດເຊິ່ງເນັ້ນໜັກໄປທີ່ການປ່ອຍເງິນກູ້ຢືມໃຫ້ກັບປະເທດກໍາລັງພັດທະນາເປັນພິເສດເນື່ອງຈາກໄດ້ປະໂຫຍດຈາກອັດຕາດອກເບ້ຍໃນລະດັບສູງ. ທະນາຄານໂລກລາຍງານວ່າ:ລະດັບໜີ້ທົ່ວໂລກເພີ່ມຂຶ້ນຫຼາຍໂດຍສະເພາະເມື່ອປຽບທຽບເປັນອັດຕາສ່ວນກັບຈີດີພີແລ້ວເຫັນວ່າສູງຫຼາຍເກີນໄປເນື່ອງຈາກເພີ່ມຈາກລະດັບພຽງ54%ໃນປີ2010ເປັນ168%ຂອງຈີີດີພີໃນປີ2018. ແຕ່ພຽງຕົ້ນປີ2019ທີ່ຜ່ານມາ,ລະດັບໜີ້ຂອງໂລກກໍຈຸລະດັບສູງສຸດເປັນປະຫວັດການຄືມະຫາສານເຖິງ250ພັນຕື້ໂລດາ. ພາຍໃຕ້ສະພາບເສດຖະກິດໂລກທີ່ເປັນຢູ່ໃນເວລານີ້,ບໍ່ຍາກທີ່ວິກິດໜີ້ຮອບໃໝ່ຈະກາຍເປັນຄວາມຈິງຂຶ້ນມາຈົນກາຍເປັນບັນຫາໜັກໜາສາຫັດໃຫ້ກັບລັດຖະບານຂອງຫຼາຍປະເທດ ແລະ ເກີດຂຶ້ນໂດຍທີ່ແຕ່ລະປະເທດບໍ່ຫຼົງເຫຼືອເຄື່ອງມືສໍາຄັນໃນການແກ້ໄຂນໍາອີກ.

ເຕັກນິກການປູກ ແລະ ການດູແລຮັກສາຜັກສະຫຼັດ

ຜັກສະຫຼັດເປັນຜັກຊະນິດໜຶ່ງທີ່ຄົນລາວເຮົານິຍົມກິນເພາະສາມາດນໍາມາປຸງແຕ່ງອາຫານໄດ້ຫຼາກຫຼາຍ ແລະ ຍັງເປັນເຄື່ອງກິນກັບອາຫານຫວານຄາວຫຼາຍຊະນິດນໍາອີກ. ໂດຍສະເພາະແມ່ນເທສະການງານສູ່ຂັວນ, ການດອງ ແລະ ເທສສະການງານບຸນຕ່າງໆ ແມ່ນນິຍົມກັນນໍາໃຊ້ຜັກສະຫຼັດໄປປຸງແຕ່ງເປັນອາຫານໃນໂອກາດພິເສດຕ່າງໆ ເປັນຕົ້ນແມ່ນຍໍາສະຫຼັດ ເຊິ່ງຜູ້ຂຽນເຊື່ອວ່າເປັນອາຫານທີ່ທຸກຄົນຕ້ອງຮູ້ຈັກ ແລະ ເຄີຍລອງກິນມາແລ້ວບໍ່ຫຼາຍກໍ່ໜ້ອຍ. ໃນມື້ນີ້ຜູ້ຂຽນກໍ່ໄດ້ນໍາເອົາເຕັກນິກວິທີການປູກ ການດູແລຮັກສາຜັກສະຫຼັດມາໃຫ້ທ່ານຜູ້ອ່ານໄດ້ສຶກສານໍາກັນເພື່ອນໍາໄປເປັນແນວທາງໃນການປູກ ແລະ ຊ່ວຍຫຼຸດຜ່ອນງົບປະມານການຈ່າຍຕະຫຼາດໃຫ້ກັບຄອບຄົວຕົນເອງນໍາອີກ. ການກຽມດິນ ສໍາລັບກ້າເບ້ຍຜັກສະຫຼັດ: ຂຸດ ຫຼື ໄຖດິນໃຫ້ເປັນໜານເລິກປະມານ 10-15ຊມ ຕາກໄວ້ປະມານ 5-7ມື້ ໃສ່ຝຸ່ນຄອກ ຫຼື...

ເມືອງໝື່ນ ປະກາດບ້ານນໍ້າຮອນ ເປັນບ້ານປ້ອງກັນຄວາມສະຫງົບດີແຫ່ງທີ 7 ຂອງເມືອງ

ວັນທີ 6 ກຸມພາ 2020 ນີ້ ເມືອງໝື່ນ ແຂວງ ວຽງຈັນ ຈັດພິທີປະກາດ ບ້ານນ້ຳຮອນ ເປັນບ້ານປ້ອງກັນຄວາມສະຫງົບດີ ແຫ່ງທີ 7 ຂອງເມືອງຂຶ້ນ ທີ່ບ້ານດັ່ງກ່າວ  ໂດຍການເຂົ້າຮ່ວມຂອງທ່ານ ພູວອນ ບຸນວິໄລ ເຈົ້າເມືອງໆໝື່ນ, ມີທ່ານ ພັທ ອາພິນັນ ສ້າງຄຳ  ຫົວໜ້າຫ້ອງການ...

ເມືອງນອງ ສອບເສັງຄັດເລືອກເອົານັກຮຽນເກັ່ງຂັ້ນເມືອງ ເພື່ອໄປແຂ່ງຂັນຕໍ່ຂັ້ນແຂວງ

ເພື່ອເປັນການແຂ່ງຂັນສອບເສັງຄັດເລືອກເອົານັກຮຽນຜູ້ທີ່ມີຄວາມຮູ້, ຄວາມສາມາດກວ່າໝູ່ ໃນແຕ່ລະວິຊາ ທີ່ຈະເປັນຕົວແທນນັກຮຽນເກັ່ງຂັ້ນເມືອງ ເພື່ອກຽມໄປແຂ່ງຂັນສອບເສັງນັກຮຽນເກັ່ງ ຂັ້ນແຂວງ ໃນກາງເດືອນ ກຸມພາ ຈະມາເຖິງນີ້. ໃນຕອນເຊົ້າຂອງວັນທີ 5 ກຸມພາ 2020 ນີ້,ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການແລະກິລາເມືອງນອງ ຈັດພິທີສອບເສັງເອົານັກຮຽນເກັ່ງທົ່ວເມືອງສົກປີ 2019-2020 ພາຍໃຕ້ການເຂົ້າຮ່ວມຂອງທ່ານ ກາດໍາ ເຜີຍຊະນະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນອງ, ມີບັນດາຄູ-ອາຈານທົ່ວເມືອງ, ກໍາມະການຍາມຫ້ອງສອບເສັງ ແລະ...

ດີໃຈນຳ! ປະຊາຊົນບ້ານຕອກແກ້ວ ເມືອງ ລະມາມ ໄດ້ຊົມໃຊ້ນໍ້າສະອາດ

ໃນວັນທີ 5 ກຸມພານີ້ ທີ່ບ້ານຕອກອົງແກ້ວ ເມືອງລະມາມ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບລະບົບນໍ້າປະປາຊຸມຊົນ ລະຫວ່າງອົງການຊ່ວຍເຫຼືອເຊີ່ງກັນ ແລະ ກັນປະຈຳແຂວງເຊກອງ ກັບຫ້ອງວ່າການເມືອງລະມາມ, ໃຫ້ກຽດເຂົ້າຮ່ວມ ທ່ານ ນາງ ເກດ ຕາງໜ້າໃຫ້ອົງການຊ່ວຍເຫຼືອເຊິ່ງກັນແລະ ກັນ ປະຈຳແຂວງ ເຊກອງ ( ໃນນາມຜູ້ໃຫ້ທຶນ ), ມີຕາງໜ້າພະແນກສາທາລະນະສຸກແຂວງ, ຕາງໜ້າຫ້ອງວ່າການ-ຫ້ອງການສາທສາລະນະສຸກເມືອງລະມາມ,...

ການເຮັດວຽກເປັນທີມຈະໃຫ້ຜົນປະໂຫຍດຢ່າງໃດ?

ການເຮັດວຽກຮ່ວມກັນ ຫຼື ການເຮັດວຽກເປັນທີມມີຄວາມສໍາຄັນຫຼາຍສໍາຫຼັບການບໍລິຫານວຽກບຸກຄົນ ເພາະນອກຈາກຈະໄດ້ຄວາມຄິດທີ່ຫຼາກຫຼາຍ ແລະສາມາດສ້າງຄວາມສໍາເລັດໃນການເຮັດວຽກໄດ້ຢ່າງມີປະສິດທິພາບແລ້ວການເຮັດວຽກເປັນທີມຍັງເຮັດໃຫ້ຜູ້ບໍລິຫານໄດ້ທັງວຽກ ແລະ ໄດ້ທັງຄົນທີ່ມີຄຸນະພາບ. ໃນການເຮັດວຽກເປັນທີມໝາຍເຖິງ: ການເຮັດວຽກທີ່ມີເປົ້າໝາຍດຽວກັນແຕ່ທຸກຄົນໃນທີມ ຕ່າງເຮັດໜ້າທີ່ຂອງຕົນເອງຢ່າງມີປະສິດທິພາບ ເພື່ອໃຫ້ບັນລຸເປົ້າໝາຍທີ່ວາງໄວ້ອົງປະກອບສໍາຄັນຂອງການເຮັດວຽກເປັນທີມກໍຄືບຸກຄົນໃນທີມ ຫຼື ສະມາຊິກໃນກຸ່ມຫາກເຮັດວຽກຢ່າງມີປະສິດທິພາບແລະ ເປັນຄົນທີ່ມີຄຸນະພາບກໍສາມາດເສີມແຮງໃຫ້ການເຮັດວຽກບັນລຸເປົ້າໝາຍໄດ້ຕາມທີ່ມຸ່ງໝາຍ. ການຈັດຮູບແບບຂອງການເຮັດວຽກເປັນທີມ: ຮູບແບບຂອງການເຮັດວຽກເປັນທີມມີຄວາມສໍາຄັນເປັນຢ່າງຫຼາຍຜູ້ນໍາ ຫຼື ຜູ້ບໍລິຫານທີ່ມີຄວາມສາມາດຈະພິຈາລະນາລາຍລະອຽດໃນການຈັດຮູບແບບຂອງທີມຕາມສະຖານະການເຊັ່ນ: ການມີເປົ້າໝາຍ ແລະຂັ້ນຕອນ ທີ່ຊັດເຈນການປະສານວຽກລັກສະນະ ແລະຂະໜາດຂອງກຸ່ມ ຫຼື ທີມເພື່ອປັບຂະບວນການບໍລິຫານໃຫ້ເໝາະສົມກັບຂະຫນາດຂອງກຸ່ມ. ຜູ້ນໍາທີມຄຸນສົມບັດຂອງຜູ້ນໍາທີມຕ້ອງມີລັກສະນະ 3 ປະການຄື:...

ດີໃຈນຳ! ເມືອງສະໜາມໄຊ ໄດ້ຮັບອານຄານຮຽນຫຼັງໃໝ່ ມູນ ຄ່າ 671 ລ້ານກວ່າກີບ

ອົງການສາກົນ ກູດໄນເບີລາວ( Good neighbors laos) ໄດ້ມອບອາຄານຮຽຫຼັງໃໝ່ ໃຫ້ເມືອງສະໜາມໄຊ ແຂວງອັດຕະປື ມູນຄ່າການກໍ່ສ້າງ 671.499.000 ກີບ ພາຍຫລັງສໍາເລັດການກໍ່ສ້າງ100%, ໂດຍການສະໜອງທຶນກໍ່ສ້າງ ຈາກ ສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫຼີ ເພື່ອເປັນການປະກອບສ່ວນ ຟື້ນຟູ ພື້ນຖານໂຄງລ່າງ...

ເປັນຫຍັງຈຶ່ງຕ້ອງຮຽນພາສາຈີນ?

ການຮູ້ພາສາຕ່າງປະເທດໃດໜຶ່ງ ແມ່ນມີທ່າແຮງໃນການຊອກຫາວຽກເຮັດງານທຳຫຼັງຈົບການສຶກສາໃນລະດັບວິຊາຊີບ ເພາະຈະຊ່ວຍສ້າງໂອກາດໃນການຊອກຫາວຽກເຮັດທີ່ດີ ຫຼື ເງິນເດືອນສູງ ເຊິ່ງເປັນຄວາມປາຖະໜາຂອງນັກຮຽນ - ນັກສຶກສາຫຼາຍຄົນ. ຮູ້ພາສາຕ່າງປະເທດຍັງຈະເປັນທ່າແຮງໃນການຮຽນຮູ້ຂໍ້ມູນຈາກປະເທດນັ້ນ ແລະ ຍັງເປັນການຍົກຖານະຕົນເອງໃນສັງຄົມອີກ ເຊິ່ງໃນຍຸກປັດຈຸບັນເປັນຍຸກເຕັກໂນໂລຊີ ແລະ ຍຸກມີການແຂ່ງຂັນສູງ. ການຮູ້ພາສາຕ່າງປະເທດໃດໜຶ່ງເຮັດໃຫ້ເຮົາສາມາດສື່ສານ, ແລກປ່ຽນບົດຮຽນ ແລະ ຮ່ວມມືກັບປະເທດນັ້ນໆໄດ້ໃນຫຼາຍດ້ານ ແຕ່ເນື່ອງຈາກປັດຈຸບັນທ່າອ່ຽງດ້ານເສດຖະກິດ ແລະ ຄວາມຈຳເປັນຂອງຍຸກ ເຮັດໃຫ້ການຮຽນພາສາຕ່າງປະເທດຂອງບັນດານັກຮຽນ - ນັກສຶກສາໃນ ສປປ...
- Advertisment -
Slide
Slide

Most Read

error: Content is protected !!