ດີໃຈນຳ! ເມືອງສະໜາມໄຊ ໄດ້ຮັບອານຄານຮຽນຫຼັງໃໝ່ ມູນ ຄ່າ 671 ລ້ານກວ່າກີບ

144

ອົງການສາກົນ ກູດໄນເບີລາວ( Good neighbors laos) ໄດ້ມອບອາຄານຮຽຫຼັງໃໝ່ ໃຫ້ເມືອງສະໜາມໄຊ ແຂວງອັດຕະປື ມູນຄ່າການກໍ່ສ້າງ 671.499.000 ກີບ ພາຍຫລັງສໍາເລັດການກໍ່ສ້າງ100%, ໂດຍການສະໜອງທຶນກໍ່ສ້າງ ຈາກ ສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫຼີ ເພື່ອເປັນການປະກອບສ່ວນ ຟື້ນຟູ ພື້ນຖານໂຄງລ່າງ ການສຶກສາ ແລະ ກິລາ ກໍ່ຄື ການພັດທະນາຊັບພະຍາກອນມະນຸດ ຢູ່ເຂດໄພພິບັດນໍ້າຖ້ວມ ເມືອງສະໜາມໄຊ ໃນປີ 2018 ຜ່ານມາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດການຮຽນ-ການສອນ ຢ່າງຕໍ່ເນື່ອງ ຕາມ3 ລັກສະນະແລະ 5 ຫລັກມູນການສຶກສາທີ່ກະຊວງສຶກສາທິການ ແລະ ກິລາ ໄດ້ວາງອອກ.

ໃນວັນທີ 4 ກຸມພາ 2020 ນີ້ ທີ່ໂຮງຮຽນປະຖົມ ບ້ານຫີນລາດ ຢູ່ຈຸດຕໍມະຢອດ ( ບ້ານຈັດສັນໃໝ່ ໃຫ້ຜູ້ປະສົບໄພ) ເມືອງສະໜາມໄຊ ແຂວງອັດຕະປື ໄດ້ມີພິທີມອບ-ຮັບອາຄານຮຽນຫລັງຫລັງໄໝ່ ລະຫວ່າງ ອົງການສາກົນ ກູດໄນເບີລາວ( Good neighbors laos) ກັບ ເມືອງສະໜາມໄຊ ກ່າວມອບ ໂດຍທ່ານ ຢອງກິຊອຍ ຜູ້ອຳນວຍການອົງການສາກົນ ກູດໄນເບີລາວ ແລະ ກ່າວຮັບໂດຍ ທ່ານ ນາງ ມະນີລາ ໄຊສົມບູນ ຮອງເຈົ້າເມືອງສະໜາມໄຊ, ມີທ່ານ ກວນຊຸນຄິວຢຸນ ຈາກສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫລີ ພ້ອມຄະນະ , ທ່ານ ພົງສະຫວັນ ຄຳສົງການ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີທ່ານຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ, ພ້ອມພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.

ອາຄານຮຽນຫລັງນີ້ ເປັນອາຄານ ເບຕົງເສີມເຫລັກ ຂະໜາດ 8 ແມັດ x 24 ແມັດ, ເປັນຄານຊັ້ນ ດຽວ ມີ 5 ຫ້ອງຮຽນ, 1 ຫ້ອງການ ແລະ ເຄື່ອງເຟີນີເຈີຄົບຊຸດ ສາມາດເອື້ອອຳນວຍ ຄວາມສະດວກໃຫ້ແກ່ການຮຽນການສອນ ຂອງຄູອາຈານ ແລະ ນັກຮຽນໄດ້ເປັນຢ່າງດີ ພ້ອມທັງ ຕອບສະໜອງເຄື່ອງຫລີ້ນອອກກຳລັງກາຍຜ່ອນຄາຍ ສຳລັບເດັກ ຈຳນວນໜຶ່ງຕືມອີກ.

ທ່ານ ຢອງກິຊອຍ ໄດ້ໃຫ້ຮູ້ວ່າ: ການກໍ່ສ້າງອາຄານໂຮງຮຽນຫລັງນີ້ ແມ່ນໄດ້ຮັບທຶນຊ່ວຍເຫລືອ ຈາກ ຈາກສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫລີ ໃນຈຳນວນ 671.499.000 ກີບ ທີ່ອົງການສາກົນ ກູດໄນເບີລາວ, ດ້ວຍເຈດຈຳນົງ ແລະ ຄວາມຕັດສີນໃຈສູງ ຂອງອົງການສາກົນ ກູດໄນເບີລາວ ແລະ ສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫລີ ໃນການປະກອບສ່ວນ ຟື້ນຟູ ແລະ ສົ່ງເສີມ ວຽກງານສຶກສາ-ກິລາ ຢູ່ເຂດໄພພິບັດ ເມືອງສະໜາມໄຊ ແຂວງອັດຕະປື ໃຫ້ສາມາດໄດ້ຈັດຕັ້ງປະຕິບັດການຮຽນ-ການສອນ ໃຫ້ລູກຫລານປະຊາຊົນບັນດາເຜົ່າ ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງສະໜາມໄຊ ໃນ ປີ 2018 ຜ່ານມາ ໄດ້ມີບ່ອນສຶກສາຮໍ່າຮຽນໂດຍໄວ ແລະ ສະອາດສວຍງາມ ເພື່ອປູກຈິດສຳນຶກໃຫ້ລູກຫລານຮຽນດີ-ຮຽນເກັ່ງ ມີຊີວິດ ແລະ ອະນາທີ່ສົດໃສ ແລະ ປະກອບສ່ວນເຂົ້າໃນການເພີ່ມພູນ ຄູນສ້າງມູນເຊື້ອອັນດີງມຂອງສອງຊາດລາວ-ເກົາຫລີ, ເກົາຫລີ-ລາວ ໃຫ້ຍືນຍົງ ແລະ ສວຍງາມຕະຫລອດໄປ.

ທ່ານ ນາງ ມະນີລາ ໄຊສົມບູນ ກໍ່ໄດ້ຕາງໜ້າການຈັດຕັ້ງ ແລະ ພໍ່-ແມ່ປະຊາຊົນ ບັນດາເຜົ່າ ຊາວເມືອງສະໜາມໄຊ ກ່າວສະແດງຄວາມຂອບໃຈຢ່າງສູງ ຕໍ່ ອົງການສາກົນ ກູດໄນເບີ ແລະ ສະໂມສອນ ຣັອດຕາລີ ສາກົນ ເຂດ 3750 ປະເທດ ເກົາຫລີ ພ້ອມຄະນະ ທີ່ໄດ້ ໃຫ້ການຊ່ວຍເຫລືອດ້ານການສຶກສາ ແລະ ກິລາ ແກ່ເມືອງສະໜາມໄຊ ໃນຄັ້ງນີ້ ພ້ອມນີ້ ໃນຕອນທ້າຍພິທີ ຫ້ອງການສຶກສາທິການ ແລະ ກິລາ ເມືອງ ຍັງໄດ້ມອບໃບຂອບໃຈ ໃຫ້ ທ່ານ ຢອງກິຊອຍ ແລະ ທ່ານ ກວນຊຸນຄິວຢຸນ ພ້ອມຄະນະ ເພື່ອ ສະແດງເຖິງຄວາມຂອບໃຈ ແລະ ຈາລຶກບຸນຄຸນ ຢ່າງສົມກຽດ.

ຂ່າວ:ຈ່ອຍ