ເມືອງນອງ ສອບເສັງຄັດເລືອກເອົານັກຮຽນເກັ່ງຂັ້ນເມືອງ ເພື່ອໄປແຂ່ງຂັນຕໍ່ຂັ້ນແຂວງ

150

ເພື່ອເປັນການແຂ່ງຂັນສອບເສັງຄັດເລືອກເອົານັກຮຽນຜູ້ທີ່ມີຄວາມຮູ້, ຄວາມສາມາດກວ່າໝູ່ ໃນແຕ່ລະວິຊາ ທີ່ຈະເປັນຕົວແທນນັກຮຽນເກັ່ງຂັ້ນເມືອງ ເພື່ອກຽມໄປແຂ່ງຂັນສອບເສັງນັກຮຽນເກັ່ງ ຂັ້ນແຂວງ ໃນກາງເດືອນ ກຸມພາ ຈະມາເຖິງນີ້.

ໃນຕອນເຊົ້າຂອງວັນທີ 5 ກຸມພາ 2020 ນີ້,ຢູ່ທີ່ຫ້ອງປະຊຸມຂອງຫ້ອງການສຶກສາທິການແລະກິລາເມືອງນອງ ຈັດພິທີສອບເສັງເອົານັກຮຽນເກັ່ງທົ່ວເມືອງສົກປີ 2019-2020 ພາຍໃຕ້ການເຂົ້າຮ່ວມຂອງທ່ານ ກາດໍາ ເຜີຍຊະນະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງນອງ, ມີບັນດາຄູ-ອາຈານທົ່ວເມືອງ, ກໍາມະການຍາມຫ້ອງສອບເສັງ ແລະ ກຸ່ມນັກຮຽນທີ່ຖືກຄັດເລືອກມາສອບເສັງນັກຮຽນເກັ່ງໃນທົ່ວເມືອງເຂົ້າຮ່ວມ.

ທ່ານ ກາດໍາ ເຜີຍຊະນະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະກິລາເມືອງນອງ ກໍ່ໄດ້ກ່າວເປີດພີທີວ່າການສອບເສັງໃນຄັ້ງນີ້ວ່າ:ເພື່ອສອບເສັງເອົານັກຮຽນຜູ້ທີ່ມີຄວາມຮູ້, ຄວາມສາມາດກວ່າໝູ່ ຄັດເລືອກເອົາຄົນເກັ່ງໃນແຕ່ລະວິຊາທີ່ສອບເສັງ ແລະ ເປັນການປະເມີນຜົນຂອງການຮຽນໃນໄລຍະປີຜ່ານມາ. ເພື່ອເປັນຕົວແທນໃຫ້ນັກຮຽນທັງໝົດຂອງເມືອງນອງ ທີ່ຈະໄປສອບເສັງນັກຮຽນເກັ່ງຢູ່ແຂວງສະຫວັນນະເຂດ ໃນວັນທີ 19 ກຸມພາ 2020ນີ້, ສະນັ້ນ,ຈຶ່ງຮຽກຮ້ອງໃຫ້ນ້ອງນັກຮຽນໝົດທຸກຄົນຈົ່ງພ້ອມກັນຕັ້ງໃຈເຮັດບົດສອບຂອງຕົນໃຫ້ສຸດຄວາມສາມາດ. ເຊິ່ງທົ່ວເມືອງມີໂຮງຮຽນປະຖົມສົມບູນທັງໝົດ 76 ແຫ່ງ, ມີໂຮງຮຽນມັດທະຍົມຕອນຕົ້ນ 5 ແຫ່ງ, ມັດທະຍົມສົມບູນ1 ແຫ່ງ, ມີນັກຮຽນຊັ້ນປະຖົມສຶກສາ ປ5 ທົ່ວເມືອງ ທັງໝົດ 547 ຄົນ, ຍິງ 217 ຄົນ, ນັກຮຽນ ຄົນມັດທະຍົມຕອນຕົ້ນ ມ4 ທັງໝົດ 165 ຄົນ, ຍິງ61ຄົນ ,ມ7 ທັງໝົດ 106 ຄົນ,ຍິງ 44ຄົນ, ການສອບເສັງນັກຮຽນເກັ່ງຊັ້ນ ປ5,ມ4ແລະມ7 ທົ່ວເມືອງ ສົກປີ 2019-2020 ມີນັກຮຽນເຂົ້າສອບເສັງທັງໝົດ 84 ຄົນ,ຍິງ 43 ຄົນໃນນັ້ນ ນັກຮຽນຊັ້ນ ປ5 ມີ 50ຄົນ,ຍິງ 24 ຄົນ, ຊັ້ນມັດທະຍົມຕົ້ນມ4 ມີ23 ຄົນ, ຍິງ13 ຄົນ, ຊັ້ນມັດທະຍົມປາຍ ມ7 ມີ 11ຄົນ,ຍິງ6 ຄົນ.

ທ່ານ ເພັດວິໄລ ໄຊຍະແສງ ກໍາມະການຍາມຫ້ອງເສັງ ກໍ່ໄດ້ລາຍງານ ແລະ ແຈ້ງກົດລະບຽບຕ່າງໆໃຫ້ນັກສອບເສັງໃຫ້ຮູ້ວ່າ: ການສອບເສັງແມ່ນຈະແບ່ງເປັນສອງຫ້ອງຄື: ຫ້ອງນັກຮຽນປະຖົມ ປ5 ມີ 3 ວິຊາຄື: ວິຊາ ພາສາລາວ ,ວິຊາໂລກອ້ອມຕົວ, ວິຊາຄະນິດສາດ ແລະ ຫ້ອງນັກຮຽນມັດທະຍົມ ມ4 ແລະ ມ7 ມີ4 ວິຊາຄື: ວິຊາພາສາລາວ-ວັນນະຄະດີ, ເຄມີສາດ,ຟີຊິກສາດ ແລະຄະນິດສາດ, ໂດຍໃຊ້ເວລາ 90 ນາທີແມ່ນຈະໄດ້ເກັບບົດສອບເສັງດັ່ງກ່າວ, ສະນັ້ນ ຫ້າມໃຫ້ນັກສອບເສັງ ບົນແຊວ ແລະໃຫ້ປະຕິບັດກົດລະບຽບໃນການສອບເສັງ ຕັ້ງໃຈເຮັດບົດສອບແຕ່ລະວິຊາຂອງໃຜລາວໃຫ້ສໍາເລັດ ແລ້ວສົ່ງກ່ອນໂມງເວາທີ່ກໍານົດໄວ້ສ່ວນ ຜົນການສອບເສັງຄັດເລືອກເອົານັກຮຽນເກັ່ງສາມາດສະຫຼຸບໄດ້ດັ່ງນີ້:ຊັ້ນປ5 ມີ 3 ຄົນ, ຍິງ3 ຄົນ,ຊັ້ນມ4 ມີ 4 ຄົນ ຍິງ 3 ຄົນ, ແລະ ຊັ້ນມ7 ມີ 4 ຄົນ ຍິງ 3 ຄົນ. ການຄັດເລືອກດັ່ງກ່າວແມ່ນເພື່ອກະກຽມທີ່ຈະໄປສອບເສັງນັກຮຽນເກັ່ງຢູ່ແຂວງໃນກາງເດືອນ ກຸມພາ 2020 ນີ້.

ຂ່າວ: ເມືອງນອງ