ເລີ່ມປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່

215

ກະຊວງສຶກສາທິການ ແລະ ກີລາ ແລະ ລັດຖະບານອົດສະ ຕຣາລີ ໄດ້ເລີ່ມຕົ້ນການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາແຫ່ງຊາດ ສະບັບປັບປຸງໃໝ່. ມາດຕະຖານດັ່ງກ່າວ ໄດ້ກໍານົດຄວາມຄາດຫວັງພື້ນຖານທີ່ຈະແຈ້ງສໍາລັບການພັດທະນາວິຊາຊີບການດຳເນີນງານການປະຕິບັດງານຂອງຄູສອນຊັ້ນປະຖົມສຶກສາ ເພື່ອສະໜັບສະໜູນການຮຽນຮູ້ຂອງນັກຮຽນໃຫ້ດີຂຶ້ນ.

อาจเป็นรูปภาพของ 4 คน และ ข้อความ

ໃນວັນທີ 22 ກຸມພາ 2024 ໄດ້ມີກອງປະຊຸມ “ ການເລີ່ມຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ ” ເພື່ອສຶກສາຫາໂອກາດໃນການນຳໃຊ້ມາດຕະຖານດັ່ງກ່າວໃນທົ່ວຊັ້ນປະຖົມສຶກສາ ເພື່ອປັບປຸງຄຸນນະພາບຂອງການສິດສອນ. ໃຫ້ກຽດກ່າວເປີດກອງປະຊຸມໂດຍ ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ທ່ານ ນາງ ວາແນັດຊ້າ ເຮກາຕີ້ ເລຂາເອກສະຖານທູດອົດສະ ຕຣາລີ ປະຈຳ ສປປ ລາວ ມີບັນດາທ່ານຫົວໜ້າກົມ, ຮອງຫົວໜ້າກົມ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງຂອງກະຊວງສຶກສາທິການ ແລະ ກີລາ ລວມທັງຜູ້ອຳນວຍການ ແລະ ຮອງອຳນວຍການຈາກວິທະຍາໄລຄູທັງ 8 ແຫ່ງ ແລະ ຜູ້ຕາງໜ້າຈາກສະຖານທູດອົດສະຕຣາລີ ເຂົ້າຮ່ວມ.

อาจเป็นรูปภาพของ 16 คน และ ข้อความ

ທ່ານ ປອ. ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: “ ມາດຕະຖານການສອນຊັ້ນປະຖົມສຶກສາ ເປັນເຄື່ອງມືຫຼັກໃນການຮັບປະກັນຄຸນນະພາບຂອງລະບົບການສຶກສາຄູ ແລະ ເພື່ອຮັບປະກັນປະສິດທິພາບ ແລະ ຄວາມສອດຄ່ອງກັບການພັດທະນາວິຊາຊີບຄູແບບຕໍ່ເນື່ອງສຳລັບຄູສອນຊັ້ນປະຖົມສຶກສາ. ກົມສ້າງຄູ ຈະເປັນເຈົ້າການນຳພາການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອຈຸດປະສົງຂອງການພັດທະນາວິຊາຊີບຄູ ”.

ທ່ານ ນາງ ວາແນັດຊ້າ ເຮກາຕີ້ ກ່າວວ່າ: “ ລັດຖະບານອົດສະຕຣາລີ ຮັບຮູ້ເຖິງບົດບາດອັນສຳຄັນຂອງຄູໃນການສ້າງອະນາຄົດຂອງຄົນຮຸ່ນໃໝ່. ຄູເປັນຜູ້ເຮັດໃຫ້ບົດຮຽນໃນຫຼັກສູດມີ ຄວາມໜ້າສົນໃຈສຳລັບນັກຮຽນຂອງເຂົາເຈົ້າ ໂດຍການສ້າງທັກສະໃນການຮຽນຮູ້ຜ່ານການປະຕິບັດຕົວຈິງ, ການຮ່ວມມືກັນ, ການສື່ສານກັນ ແລະ ການແກ້ໄຂບັນຫາ. ລັດຖະບານອົດສະ ຕຣາລີ ມຸ່ງໝັ້ນທີ່ຈະປັບປຸງທັກສະການສອນຂອງຄູສອນຊັ້ນປະຖົມສຶກສາ ເພື່ອໃຫ້ນັກຮຽນບັນລຸຜົນການຮຽນທີ່ດີຂຶ້ນ. ພວກເຮົາເຊື່ອໝັ້ນວ່າ ການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາທີ່ມີປະສິດທິຜົນນີ້ ແມ່ນມີຄວາມສໍາຄັນຢ່າງຍິ່ງຕໍ່ກັບການປັບປຸງຜົນການຮຽນຂອງນັກຮຽນ ”.

อาจเป็นรูปภาพของ 4 คน, ผู้คนกำลังอ่านหนังสือ และ ข้อความ

ໃນປີ 2023, ກົມສ້າງຄູ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ແລະ ອົງການເພື່ອການພັດທະນາສາກົນຂອງສະຫະລັດອາເມຣິກາ  ( USAID ) ໂດຍຜ່ານແຜນງານບີຄວາ ໄດ້ນຳພາຄະນະທີມເຮັດວຽກວິຊາການ ແລະ ຜູ້ຕາງໜ້າຈາກກົມທີ່ກ່ຽວຂ້ອງພາຍໃນກະຊວງສຶກສາທິການ ແລະ ກີລາ ເພື່ອມາທົບທວນຄືນມາດຕະຖານການສອນຊັ້ນປະຖົມສຶກສາ ເຊິ່ງຈຸດປະສົງແມ່ນເພື່ອເຊື່ອມໂຍງມາດຕະຖານດັ່ງກ່າວໃຫ້ສອດຄ່ອງກັບຫຼັກສູດຊັ້ນປະຖົມສຶກສາ ສະບັບປັບປຸງໃໝ່ ແລະ ລະບົບໃໝ່ຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ຂອງກະຊວງສຶກສາທິການ ແລະ ກີລາ. ມາດຕະຖານການສອນຊັ້ນປະຖົມສຶກສາ ໄດ້ຮັບການອະນຸມັດຈາກ ທ່ານ ປອ. ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ ໃນເດືອນພະຈິກ ປີ 2023.  ລັດຖະບານອົດສະຕຣາລີ ໄດ້ສະໜັບສະໜູນການຈັດພິມ ແລະ ແຈກຢາຍມາດຕະຖານດັ່ງກ່າວໃຫ້ແກ່ບັນດາກົມຕ່າງໆຂອງກະຊວງສຶກສາທິການ ແລະ ກີລາ, 8 ວິທະຍາໄລຄູ, 18 ພະແນກສຶກສາທິການ ແລະ ກີລາແຂວງ, 148 ຫ້ອງການສຶກສາທິການ ແລະ ກີລາເມືອງ ພ້ອມດ້ວຍຄູສອນ ແລະ ຜູ້ອຳນວຍການໂຮງຮຽນປະຖົມໃນທົ່ວປະເທດ.

อาจเป็นรูปภาพของ 9 คน, ผู้คนกำลังอ่านหนังสือ และ ข้อความ

ໃນເດືອນທັນວາ 2023 ແລະ ເດືອນມັງກອນ 2024, ພະນັກງານວິຊາການຈາກວິທະຍາໄລຄູ ຈຳນວນ 146 ທ່ານ ແລະ ຜູ້ເຮັດວຽກສຶກສານິເທດພາຍໃນຈຳນວນ 1.044 ທ່ານ ໄດ້ຮັບການຝຶກອົບຮົມກ່ຽວກັບວິທີການນໍາໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາ ເພື່ອສະໜັບສະໜູນການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ. ເປົ້າໝາຍໄລຍະຍາວແມ່ນເພື່ອໃຫ້ຄູຊັ້ນປະຖົມສຶກສາທັງໝົດໃນ ສປປ ລາວ ນຳໃຊ້ມາດຕະຖານການສອນຊັ້ນປະຖົມສຶກສາຢ່າງເປັນປົກກະຕິ ເພື່ອສະທ້ອນຄືນເຖິງການປະຕິບັດໜ້າທີ່, ກຳນົດຄວາມຕ້ອງການ ການຮຽນຮູ້ ແລະ ມີສ່ວນຮ່ວມໃນບັນດາກິດຈະກຳຕ່າງໆຂອງການພັດທະນາວິຊາຊີບຄູແບບຕໍ່ເນື່ອງ. ຄຸນນະພາບຂອງຄູໄດ້ຮັບການປັບປຸງ ແລະ ໃນທີ່ສຸດກໍຈະສົ່ງຜົນໃນການປັບປຸງການມີສ່ວນຮ່ວມຂອງນັກຮຽນ ແລະ ຜົນໄດ້ຮັບທາງດ້ານການຮຽນດີຂຶ້ນ.

ໃນລະຫວ່າງກອງປະຊຸມການເລີ່ມຈັດຕັ້ງປະຕິບັດນີ້, ຜູ້ເຂົ້າຮ່ວມໄດ້ກໍານົດ 4 ຂົງເຂດທີ່ສໍາຄັນໃນລະບົບການສຶກສາຊັ້ນປະຖົມທີ່ປະສົມປະສານມາດຕະຖານການສອນຊັ້ນປະຖົມສຶກສາເຂົ້າໃນລະບົບ ເຊິ່ງປະກອບມີການພັດທະນາວິຊາຊີບຄູແບບຕໍ່ເນື່ອງຂອງຄູ, ການຝຶກອົບຮົມ, ການປະເມີນ ແລະ ການຮັບຮອງມາດຖານຂອງຄູໃນອະນາຄົດ, ການປະເມີນການປະຕິບັດງານໜ້າທີ່ຂອງຄູປະຈຳການ ແລະ ການວາງແຜນພັດທະນາໂຮງຮຽນ. ໃນກອງປະຊຸມໄດ້ມີການເຫັນດີເປັນເອກະພາບຂອງຜູ້ເຂົ້າຮ່ວມ ດ້ວຍການລະບຸມາດຕະຖານການສອນຊັ້ນປະຖົມສຶກສາເຂົ້າໃນ 4 ດ້ານທີ່ກ່າວມານີ້. ກະຊວງສຶກສາທິການ – ກີລາຈະນຳໃຊ້ວິທີການແບບລວມສູນເພື່ອປັບປຸງຄຸນນະພາບຂອງການສິດສອນ. ໃນກອງປະຊຸມຄັ້ງນີ້ໄດ້ມີການຕົກລົງເຫັນດີເປັນເອກະພາບກັນຂັ້ນຕອນຕ່າງໆທີ່ຕ້ອງໄດ້ດຳເນີນການໃນລະດັບນະໂຍບາຍ ແລະ ທາງດ້ານການປະຕິບັດ.

อาจเป็นกราฟิกรูป ข้อความ

ທ່ານ ນາງ ວາແນັດຊ້າ ເຮກາຕີ້ ໄດ້ກ່າວຕື່ມອີກວ່າ: ” ການຮັບປະກັນວ່ານັກຮຽນຊັ້ນປະຖົມສຶກສາທຸກຄົນ ຈະສາມາດເຂົ້າເຖິງການສຶກສາທີ່ມີຄຸນນະພາບຢ່າງເທົ່າທຽມກັນ ໂດຍສະເພາະແມ່ນຜູ້ທີ່ດ້ອຍໂອກາດ ແມ່ນສິ່ງທີ່ສໍາຄັນຢ່າງຍິ່ງຂອງການຮ່ວມມືອັນຍາວນານລະຫວ່າງ ລັດຖະບານອົດສະຕຣາລີ ແລະ ລັດຖະບານ ແຫ່ງ ສປປ ລາວ ເພື່ອສ້າງພື້ນຖານສໍາລັບອະນາຄົດທີ່ຈະເລີນຮຸ່ງເຮືອງ “.

ທ່ານ ປອ. ນາງ ສີສຸກ ໄດ້ກ່າວໃນຕອນທ້າຍຂອງກອງປະຊຸມວ່າ: “ ການຈັດຕັ້ງປະຕິບັດມາດຕະຖານການສອນຊັ້ນປະຖົມສຶກສາຢ່າງຄົບຖ້ວນສົມບູນແມ່ນສອດຄ່ອງກັບບັນດາຜົນໄດ້ຮັບລະດັບສູງໃນແຜນພັດທະນາຂະແໜງການສຶກສາ ແລະ ກີລາ ຂອງກະຊວງສຶກສາທິການ ແລະ ກີລາ ປີ 2021 – 2025 ແລະ ເປັນກຸນແຈສຳຄັນໃນການເສີມສ້າງການຮຽນຮູ້ ແລະ ການມີສ່ວນຮ່ວມຂອງນັກຮຽນຂັ້ນປະຖົມ ”.