ຄວາມພະຍາຍາມ ແລະ ສູ້ຊົນຂອງນ້ອງ ອ໊ວນ ຄໍາມີໄຊ ເພື່ອເປັນນັກຮຽນເກັ່ງ

219

ສະບາຍດີ ຂ້ອຍເອງຊື່ ທ້າວ ອ໊ວນ ຄຳມີໄຊ ເກີດເມື່ອປີ2001 ທີ່ບ້ານຟ້ອງຊ້າງ ເມືອງວຽງໄຊແຂວງຫົວພັນ. ຂ້ອຍເປັນຄົນຊົນເຜົ່າໄຕແດງ ( ລາວລຸ່ມ ) ໂດຍສ່ວນຕົວຕອນນ້ອຍເປັນຄົນທີ່ບໍ່ຄ່ອຍມັກເວົ້າປານໃດ ໂດຍສະເພາະກັບຄົນທີ່ບໍ່ຄ່ອຍສະໜິດ ແຕ່ສຳລັບໝູ່ເພື່ອນພວກເຮົາກໍເປັນກັນເອງ ເປັນຄົນທີ່ມັກ – ຮັກໃນການຮ່ຳຮຽນ ແລະ ກໍສາມາດຮຽນໄດ້ໃນລະດັບທີ່ດີ. ປັດຈຸບັນນ້ອງສຶກສາຢູ່ຄະນະນິຕິສາດລັດຖະສາດ ພາກວິຊາກົດໝາຍທຸລະກິດ.

อาจเป็นรูปภาพของ 1 คน และ วัด

“ ມີແຕ່ການຮຽນຈະເຮັດໃຫ້ລູກມີອະນາຄົດທີ່ດີ.. ” ຂ້ອຍຍັງຈື່ໄດ້ດີໃນຄຳທີ່ພໍ່ມັກຈະເຕືອນຢູ່ຕະຫຼອດໆວ່າ “ ໃຫ້ຕັ້ງໃຈຮ່ຳຮຽນໃຫ້ເກັ່ງ ຈຶ່ງຈະໄດ້ມີອະນາຄົດທີ່ດີ, ບໍ່ຕ້ອງຕົກທຸກຕົກຍາກຄືກັບພໍ່ແມ່ນີ້ ”. ຍ້ອນເປັນຄົນທີ່ເຊື່ອຟັງໃນຄຳພໍ່ແມ່ໃນຕະຫຼອດເວລາທີ່ຮຽນ ຈຶ່ງບໍ່ແປກທີ່ຈະຕັ້ງໃຈກວ່າຄົນອື່ນ ຄວາມຕັ້ງໃຈນັ້ນມີຜົນຕໍ່ການຮຽນໃນທາງທີ່ດີ ມີອາຈານໃຫ້ຄວາມຮັກແພງ ແລະ ເວົ້າວ່າ“ ສອນງ່າຍ ຮຽນເກັ່ງ ” ນັບແຕ່ນັ້ນມາຈຶ່ງບໍ່ເຄີຍຄິດເລີກລົ້ມ ຄວາມຕັ້ງໃຈ ເຊິ່ງຂ້ອຍສາມາດອ່ານ – ຂຽນໜັງສືໄດ້ໃນຊັ້ນປະຖົມປີທີສອງ.

ໃນຊັ້ນປະຖົມແມ່ນໄດ້ເລີ່ມເຂົ້າສຶກສາທີ່ໂຮງຮຽນປະຖົມບ້ານຟ້ອງຊ້າງ ສຳລັບໃນຊັ້ນປະຖົມປີທີສາມ ໄດ້ມີການແຂ່ງຂັນລະຫວ່າງໂຮງຮຽນ ກໍຄືການເສັງນັກຮຽນເກັ່ງລະດັບເຂດ ແລະ ວິຊາທີ່ໄປເສັງກໍຄື ຄະນິດສາດ ແລະ ພາສາລາວ ເປັນວິຊາທີ່ມັກກວ່າໝູ່ແມ່ນເລກ ກ່ຽວກັບການຄິດໄລ່ ການຄຳນວນ ຜົນອອກມາແມ່ນໄດ້ ທີ 1 ຂອງໂຮງຮຽນ ( ເປັນການແຂ່ງຂັນທົດສອບຄວາມຮູ້, ບໍ່ມີຂັ້ນຕໍ່ໄປ ) ສຳລັບປະຖົມປີທີ 4ກໍມີການຄັດເລືອກໄປສອບເສັງເຊັ່ນກັນ ແຕ່ຜົນທີ່ອອກມາແມ່ນໄດ້ພຽງທີ 3 ເວລານີ້ຈຶ່ງໄດ້ຮູ້ວ່າ ມີຊະນະກໍຍ່ອມມີແພ້ແລະ ແນ່ນອນຈະກັບໄປແຂ່ງຂັນອີກຄັ້ງໃນປີຕໍ່ໄປ.

อาจเป็นรูปภาพของ 6 คน และ ข้อความ

ສຳລັບປະຖົມປີທີ 5 ຈຶ່ງໄດ້ຮັບການຄັດເລືອກໄປເສັງວິຊາຄະນິດສາດ ເວລານັ້ນກໍໄດ້ກະກຽມເທົ່າທີ່ຮຽນໄດ້ ຄິດໄວ້ວ່າ“ ຈະເອົາຊະນະຄືນມາໃຫ້ໄດ້ຈາກຄູ່ແຂ່ງ ” ( ຄົນທີ່ເຄີຍຊະນະເຮົາໃນປີທີ່ແລ້ວ ) ເມື່ອຮອດເວລາເສັງຄືກັບທຸກຢ່າງຈະເປັນໃຈ ແຕ່ກໍບໍ່ເປັນຢ່າງທີ່ຄິດ ບໍ່ແມ່ນວ່າແກ້ບໍ່ໄດ້ ແຕ່ຍ້ອນຂາດຄວາມຮອບຄອບ ເລີຍບໍ່ໄດ້ໄປຕໍ່ ແລະຈົບຜົນທີອັນດັບ 2 ຮູ້ສຶກເສຍໃຈທີ່ສຸດ ຍ້ອນຍັງບໍ່ຄົ້ນຄວ້າບົດຮຽນຫຼາຍ ນັບແຕ່ນັ້ນມາ ຈຶ່ງເລີ່ມເອົາໃຈໃສ່ຄົ້ນຄວ້າບົດຮຽນຫຼາຍຂຶ້ນ, ກໍໄດ້ຕັ້ງໃຈເພື່ອຈະກຽມເຂົ້າສູ່ການສອບເສັງຊັ້ນມັດທະຍົມຕອນຕົ້ນປີທີ 4 ໃນປີຕໍ່ມາ!.

ສຳລັບຊັ້ນມັດທະຍົມຕົ້ນແມ່ນເຂົ້າສຶກສາທີ່ໂຮງຮຽນມັດທະຍົມຕອນຕົ້ນ ແຈຝາຍ ເຊິ່ງຢູ່ໄກຈາກບ້ານປະມານ 3 – 4 ກິໂລແມັດ ຍ້ອນພາລະຄອບຄົວເລີ່ມຫຼາຍຂຶ້ນການຮຽນຈຶ່ງຕ້ອງໄດ້ແບ່ງເວລາ ເພື່ອຊ່ວຍວຽກເຮືອນແດ່ ເຖິງແນວນັ້ນກໍໄດ້ອົດທົນຮຽນມາຕະຫຼອດ, ໃນລະຫວ່າງນີ້ ຍັງເປັນທີ່ຊັດເຈນວ່າຜົນການຮຽນຍັງໄດ້ດີຢູ່ ໂດຍສະເພາະວິຊາຄະນິດສາດ ແລະ ພາສາລາວ ທີ່ຄູສອນມັກຈະໃຫ້ຄວາມສົນໃຈ ແລະ ບອກໃຫ້ຕັ້ງໃຈ “ ເພື່ອກຽມເສັງນັກຮຽນເກັ່ງໃນປີນີ້ ” ຂ້ອຍດີໃຈທີ່ສຸດທີ່ອາຈານໄດ້ໃຫ້ໂອກາດ ແລະ ເລືອກເປັນຕົວແທນໄປເສັງ ແຕ່ທຸກຢ່າງກັບບໍ່ເປັນໄປຢ່າງທີ່ຄິດ ຍ້ອນຕົນເອງຂ້ອນຂ້າງຮຽນໄດ້ຫຼາຍສາຍ ລວມທັງວິຊາພາສາລາວ( ເກືອບວ່າຮຽນໄດ້ຄືກັບວິຊາເລກ ) ເມື່ອຮອດເວລາຄັດເລືອກແທ້ໆ ອາຈານທີ່ສອນພາສາລາວຈຶ່ງຕົກລົງເຫັນດີໃຫ້ໄປສອບເສັງວິຊາດັ່ງກ່າວແທນວິຊາຄະນິດສາດ ແລ້ວໃຫ້ໝູ່ອີກຄົນໄປແທນ ( ເປັນຈຸດປ່ຽນຂອງຊີວິດກໍວ່າໄດ້ ).

อาจเป็นรูปภาพของ 2 คน, ผู้คนกำลังยิ้ม และ ต้นไม้

ສຸດທ້າຍຊີວິດ ມ.ປາຍ ຂອງຂ້ອຍກໍໄດ້ປ່ຽນໄປອີກຄັ້ງຍ້ອນການໄດ້ຮັບໂອກາດໄດ້ໄປຮຽນຢູ່ທີ່ຫ້ອງພອນສະຫວັນແຂວງ ຫຼວງພະບາງ ຈຶ່ງເຮັດໃຫ້ມີ ຄວາມສາມາດເຂົ້າເຖິງປຶ້ມຕຳລາຫຼາຍໆຢ່າງ ແລະ ບຸກຄົນທີ່ມີຄວາມຮູ້ຫຼາຍຄົນໃນການໃຫ້ຄຳປຶກສາແນະນຳ. ໃນ ມ.ປາຍປີທີ 5 ຂ້ອຍບໍ່ລັງເລໃຈເລີຍທີ່ຈະຊອກຮູ້ສິ່ງໃໝ່ໆຈາກຕົວເມືອງທີ່ໃໝ່ສຳລັບຂ້ອຍ ເພາະຫາກໍຍ້າຍມາເຮັດໃຫ້ໄດ້ພົບໝູ່ເພື່ອນໃໝ່ຫຼາຍຄົນ, ຂ້ອຍເລີ່ມຈະຊອກຮູ້ນຳຮຸ່ນອ້າຍ – ເອື້ອຍ ເພາະຄິດວ່າຫາກບໍ່ຟ້າວຮຽນຕອນນີ້ຄົງບໍ່ມີໃຜຈະແນະນຳເຮົາອີກ ອີກຢ່າງກໍມີຫຼາຍຄົນທີ່ເກັ່ງ ແຕ່ລະຄົນລ້ວນແຕ່ໄປເສັງຮອດລະດັບຊາດທັງນັ້ນ;ແຕ່ເມື່ອເບິ່ງທີ່ຕົວຂ້ອຍ ( ຂ້ອຍຄິດ ) ຂ້ອຍພຽງແຕ່ອັນດັບທີ 2ຈາກແຂວງ ທຳອິດກໍຮູ້ສຶກທໍ້ໃຈ!

อาจเป็นรูปภาพของ 1 คน, กำลังอ่านหนังสือ, โรงพยาบาล และ ข้อความ

ແຕ່ຂ້ອຍຄິດເຖິງຄຳເວົ້າພໍ່ແມ່ກ່ອນຈະຈາກມາທີ່ນີ້ ກໍເລີຍມີຄວາມຫວັງຂຶ້ນມາ ແລະ ຫວັງນັ້ນຈະຕ້ອງບໍ່ເຮັດໃຫ້ພໍ່ແມ່ເສຍໃຈອີກ, ຂ້ອຍຈຶ່ງຕັດສິນໃຈຕ້ອງຮຽນໃຫ້ໜັກກວ່າຄົນອື່ນ ໃນເມື່ອບໍ່ເກັ່ງກໍຕ້ອງພະຍາຍາມຫຼາຍກວ່າ ຈັດແບ່ງເວລາຮຽນ ແລະ ໝັ່ນຖາມ.ຜ່ານມາຮອດ ມ 6 ຂ້ອຍເລີ່ມເຂົ້າໃຈແລ້ວວ່າ ຮຸ່ນອ້າຍ – ເອື້ອຍທີ່ເສັງໄດ້ລະດັບແຂວງ ( ທີ 2 ) ຄືຂ້ອຍ ສຸດທ້າຍຄືຜູ້ໄດ້ດີກວ່າໝູ່; ສະນັ້ນ ຕ້ອງເຮັດຄືເຂົາໃຫ້ໄດ້! ຂ້ອຍເລີ່ມຮຽນໜັກຂຶ້ນ ແລະ ໜັກຂຶ້ນຕື່ມ ທຸກຄັ້ງທີ່ຄິດວ່າຄົນອື່ນເກັ່ງກວ່າ ມື້ນັ້ນຂ້ອຍຈະຕ້ອງຮຽນ ຂຽນ ແຕ່ງ ໃຫ້ຫຼາຍ ທັງຫາອ່ານໃນຫໍສະໝຸດບໍ່ໄດ້ຂາດ ເລີຍເລີ່ມກໍ່ຮ່າງຄວາມຮູ້ຂຶ້ນມາ.

อาจเป็นรูปภาพของ 10 คน และ ผู้คนกำลังอ่านหนังสือ

ຈົນໃນທີ່ສຸດກໍຮອດເວລາທີ່ຫຼາຍຄົນລໍຖ້າກໍຄືກ້າວເຂົ້າສູ່   ມ 7 ກັບການເສັງນັກຮຽນເກັ່ງປີສຸດທ້າຍຂອງ ມ.ປາຍ ຄິດໃນໃຈວ່າ “ ຕ້ອງໄດ້ ” ຜ່ານການຄັດເລືອກຈົນກ້າວເຂົ້າສູ່ການສອບເສັງຂັ້ນໂຮງຮຽນ ( ຮຸ່ນອ້າຍ ມັກບອກສະເໝີວ່າ ຂັ້ນນີ້ສຳຄັນກວ່າໝູ່ ) ເລີຍຄົ້ນຄວ້າເຕັມທີ່ ຝຶກຕອບໃຫ້ໄວໄວ້ແລ້ວ( ຂໍ້ນີ້ສຳຄັນ ) ຜົນການເສັງແມ່ນໄດ້ທີ 1 ເປັນໄປຕາມຄາດໝາຍ ຂ້ອຍຮູ້ສຶກດີໃຈຫຼາຍໃນເລິກໆຂ້ອຍກໍຢາກໃຫ້ພໍ່ແມ່ຂ້ອຍມາເຫັນນຳ ເຫັນເຖິງ ຄວາມຕັ້ງໃຈຂ້ອງຂ້ອຍ ເພາະວ່ານີ້ເປັນເປົ້າໝາຍທີ່ຂ້ອຍວາດຫວັງມາແຕ່ ມ 4.

ເຖິງວ່າສຸດທ້າຍແລ້ວ ປີນີ້ຈະບໍ່ໄດ້ມີການແຂ່ງຂັນໃນລະດັບຊາດກໍຕາມ ແຕ່ຂ້ອຍກໍພູມໃຈທີ່ການຈາກບ້ານມາໄກບໍ່ໄດ້ເຮັດໃຫ້ຮູ້ສຶກທໍ້ຖອຍ ເພາະພໍ່ແມ່ພີ່ນ້ອງຄອຍໃຫ້ກຳລັງໃຈ ແລະ ຕ້ອງຂອບໃຈມາຍັງຄູ – ອາຈານທີ່ຄອຍສິດສອນສົ່ງ ຄວາມຮູ້ໃຫ້ລູກສິດຄົນນີ້ຕະຫຼອດມາ, ຂອບໃຈອ້າຍຂອງຂ້ອຍທີ່ເຮັດໃຫ້ມີໂອກາດໄດ້ຮຽນເພີ່ມ, ຂອບໃຈໝູ່ເພື່ອນອ້າຍເອື້ອຍນ້ອງທຸກຄົນທີ່ເປັນກຳລັງໃຈໃຫ້.

อาจเป็นรูปภาพของ 1 คน, โทรศัพท์, ชุดสูท และ ข้อความ

ທ້າຍນີ້ຝາກໃຫ້ຄົນທີ່ຮັກມັກໃນສາຍພາສາລາວ – ວັນນະຄະດີ ເພື່ອກຽມເປັນນັກຮຽນເກັ່ງໃຫ້ຕັ້ງໜ້າບຸກບືນຄົ້ນຄວ້າໃຫ້ຫຼາຍ.

– ຫາເວລາອ່ານປຶ້ມ, ເລື່ອງ, ກອນ, ບົດຄວາມຕ່າງໆເມື່ອມີເວລາ.

– ຊອກຮູ້ນຳຮຸ່ນອ້າຍ – ເອື້ອຍທີ່ມີຄວາມຮູ້ໃນດ້ານນີ້ ເພາະຈະໄດ້ບົດຮຽນປະສົບການນຳ.

– ຕ້ອງຄິດວ່າການຝຶກໃນແຕ່ລະຄັ້ງຄືການນຳຕົນເອງເຂົ້າໃກ້ເສັ້ນໄຊເທື່ອລະກ້າວ.

– ໃຫ້ຄວາມສຳຄັນກັບບົດຮຽນທີ່ໄດ້ມາ ແລ້ວມາປະຍຸກໃຊ້ເມື່ອເໝາະສົມ.

– ບໍ່ມີບົດຮຽນໃດໄດ້ມາດ້ວຍຄວາມງ່າຍດາຍ ຂໍໃຫ້ຕັ້ງໃຈ.

ຂໍ້ມູນຈາກ : Ouane kmx