ນ້ອຍນ່າ ທິບພາພອນ ເລົ່າປະສົບການ ໄດ້ຮັບທຶນແລກປ່ຽນທີ່ປະເທດຍີ່ປຸ່ນ

156

ທິບພາພອນ ພົມມະວົງ ຫຼື ນ້ອຍນ່າ ເປັນນັກສຶກສາຄົນໜຶ່ງທີ່ຮຽນເກັ່ງ ແລະ ຍັງໄດ້ຮັບທຶນການສຶກສາ APK ໄປແລກປ່ຽນຢູ່ປະເທດຍີ່ປຸ່ນ ປັດຈຸບັນຮຽນຢູ່ມະຫາວິທະຍາໄລແຫ່ງຊາດ, ສາຂາເສດຖະສາດ ແລະ ວາງແຜນພັດທະນາຫຼັກສູດນາໆຊາດ ກໍາລັງຢູ່ປີທີ່ 4 ເຊິ່ງກຽມຈົບໄວໆນີ້.

ມື້ນີ້ນ້ອງນ້ອຍນ່າ ຈະມາເລົ່າປະສົບການເວລາໄປແລກປ່ຽນຢູ່ປະເທດຍີ່ປຸ່ນ ພ້ອມທັງເຕັກນິກການຂຽນແບບສະໝັກທຶນ ແນວໃດຈຶ່ງສາມາດສະໝັກ ໄດ້.

อาจเป็นรูปภาพของ 1 คน และ ข้อความ

ນ້ອຍນ່າ ທິບພາພອນ ໃຫ້ສໍາພາດວ່າ: ປະສົບການໄດ້ແລກປ່ຽນທີ່ປະເທດຍີ່ປຸ່ນ ເປັນໜຶ່ງໃນຈຸດປ່ຽນໃນຊີວິດຂອງນ້ອງກໍວ່າໄດ້ ຍ້ອນໂຄງການທີ່ໃຫ້ອາຍຸລະດັບມັດທະຍົມໄປແລກປ່ຽນດົນປານນີ້ ເພິ່ນບໍ່ໄດ້ມີໂອກາດແນວນີ້ມາໃຫ້ເຮົາຕະຫຼອດ ຈຶ່ງເຮັດໃຫ້ຖືເປັນ ຄວາມໂຊກດີຂອງນ້ອງທີ່ໄດ້ຮັບໂອກາດໄປໃຊ້ຊີວິດຢູ່ຕ່າງປະເທດຕອນອາຍຸຍັງບໍ່ຮອດ 18 ປີ ເປັນເວລາ 8 ເດືອນ. ມັນໄດ້ຝຶກທັກສະຂອງນ້ອງໃນຫຼາຍໆດ້ານ ບໍ່ວ່າຈະເປັນທັກສະການສື່ສານ, ການປັບຕົວຮ່ວມກັບຄົນອື່ນ, ການເອົາຕົວລອດ ແລະ ທັກສະການເປັນຜູ້ນໍາຕ່າງໆ ເພາະເຮົາໄດ້ໄປຢູ່ຮ່ວມກັບໝູ່ເພື່ອນຫຼາຍໆຄົນທີ່ບໍ່ໄດ້ມາຈາກປະເທດລາວ ເຊິ່ງພວກເຂົານັ້ນມາຈາກຫຼາກຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ໄທ,  ອິນໂດເນເຊຍ, ອິນເດຍ, ກໍາປູເຈຍ ແລະ ປະເທດອື່ນໆຈາກທົ່ວອາຊີ.

อาจเป็นรูปภาพของ 2 คน

ນອກຈາກນີ້, ສິ່ງທີ່ປະທັບໃຈຢູ່ໃນການໄປຮຽນຢູ່ຍີ່ປຸ່ນນັ້ນ ກໍຄືຈະແມ່ນເລື່ອງຂອງສິ່ງແວດລ້ອມ. ຈາກທີ່ເປັນຄົນມັກສິ່ງແວດລ້ອມຢູ່ແລ້ວ ສິ່ງທີ່ປະທັບໃຈທີ່ສຸດກໍຄືຈະແມ່ນເລື່ອງຄວາມສະອາດ ໄດ້ມີໂອກາດເທື່ອໜຶ່ງຄືໄດ້ໄປຊົມໂຮງງານຂີ້ເຫຍື້ອ ຮູ້ສຶກວ່າມັນຄັກຫຼາຍທີ່ເຂົາເຈົ້າສາມາດສ້າງໂຮງງານຜະລິດກະແສໄຟຟ້າໄດ້ຈາກການເຜົາໄໝ້ຂອງຂີ້ເຫຍື້ອ ຫຼື ເອີ້ນງ່າຍໆຄືຈາກສິ່ງເສດເຫຼືອ ແລະ ນໍາໃຊ້ຫຼັກການ 3R ເຂົ້າໃນການຫຼຸດຜ່ອນພາວະໂລກຮ້ອນ.

ເຫດຜົນທີ່ສະໝັກໂຄງການນີ້ຍ້ອນວ່າ: ນ້ອງເອງກໍສົນໃຈໃນສາຍຍີ່ປຸ່ນຢູ່ແລ້ວ ເພາະສ່ວນຫຼາຍກໍເປັນຄົນທີ່ມັກໄປເທສະການຍີ່ປຸ່ນທີ່ເຂົາເຈົ້າຈັດຂຶ້ນເລື້ອຍໆ ພໍມີຄົນແນະນໍາມາວ່າມີໂຄງການ Asia kekahahshi ໄປແລກປ່ຽນເປັນເວລາຫຼາຍເດືອນ ທໍາອິດກໍແປກໃຈເພາະບໍ່ເຄີຍເຫັນໂຄງການທີ່ໃຫ້ນັກຮຽນມັດທະຍົມໄປແລກປ່ຽນດົນປານນີ້ ແຕ່ກໍໄດ້ລອງສະໝັກໄປ ສຸດທ້າຍກໍບໍ່ຜິດຫວັງກັບຄວາມກ້າຂອງຕົນເອງໃນມື້ນັ້ນເລີຍ.

อาจเป็นรูปภาพของ 1 คน และ กำลังยิ้ม

ເຄັດ ( ບໍ່ ) ລັບການຂຽນຟອມສະໝັກສໍາລັບນ້ອງ ກໍຄື: ຂຽນໃຫ້ເປັນຕົນເອງຫຼາຍທີ່ສຸດກໍຈະສາມາດເປັນຟອມທີ່ດີໄດ້ແລ້ວ ເພາະຄໍາຖາມທີ່ໃຫ້ໃນຟອມກໍເປັນຄໍາຖາມທີ່ຢາກຮູ້ຕົວຕົນຂອງເຮົາ ແລະ ຈຸດປະສົງທີ່ເປັນຫຍັງເຮົາຄືຢາກເປັນສ່ວນໜຶ່ງໃນໂຄງການນີ້ ແນະນໍາໃຫ້ອ່ານຂໍ້ມູນຂອງທຶນໃຫ້ລະອຽດວ່າເພິ່ນຕ້ອງການຫຍັງ ແລະ ຂຽນອອກມາຈາກໃຈຈົນກໍາມະການຈື່ເລີຍ  ເພາະຖ້າເຂົ້າຮອບສໍາພາດເພິ່ນກໍຈະຖາມຕາມຢູ່ຟອມເຮົາບໍ່ສ່ວນໃດກໍສ່ວນໜຶ່ງ. ສໍາລັບຟອມກັບເອກະສານຕ່າງໆແມ່ນສະໝັກ Online ສົ່ງຜ່ານ Email ໝົດເລີຍ.

อาจเป็นรูปภาพของ 1 คน และ ห้องข่าว

ໄລຍະເຂົ້າຮອບສໍາພາດ: ເພິ່ນຈະແຈ້ງກ່ອນປະມານ 1 ອາທິດໃຫ້ກຽມຕົວ ແຕ່ລະປີທີ່ຜ່ານມາແມ່ນຈະສໍາພາດຢູ່ສະຖານທູດຍີ່ປຸ່ນ ປະຈໍາ ສປປລາວ. ສໍາລັບໃຜທີ່ລັງເລບໍ່ກ້າສະໝັກຍ້ອນຫ່ວງພາສາອັງກິດບໍ່ເກັ່ງ ພາສາຍີ່ປຸ່ນບໍ່ໄດ້ ກໍບໍ່ຕ້ອງເປັນຫ່ວງເລີຍ ເພາະຕອນນ້ອງສະໝັກກໍບໍ່ໄດ້ພາສາຍີ່ປຸ່ນຈັກໂຕເລີຍ ແລະ ບໍ່ເຄີຍຮຽນພາສາຍີ່ປຸ່ນມາກ່ອນອີກ ແຕ່ທາງໂຄງການເພິ່ນກໍຢາກໄດ້ຄົນສະໝັກທີ່ເຖິງແມ່ນວ່າບໍ່ໄດ້ພາສາຍີ່ປຸ່ນ ກໍມຸ່ງໝັ້ນທີ່ຈະຮຽນຮູ້ພາສາ ວັດທະນະທໍາ ການເປັນຢູ່ຂອງຄົນຍີ່ປຸ່ນ ແລະ ແລກປ່ຽນຄວາມຄິດບັນຫາຕ່າງໆ. ສ່ວນພາສາອັງກິດກໍພໍສາມາດຂຽນຟອມ, ສາມາດສື່ສານສິ່ງທີ່ເຮົາຢາກເວົ້າກັບຄົນອື່ນໄດ້ດ້ວຍຕົນເອງ.

อาจเป็นรูปภาพของ 2 คน, แผนที่ และ ข้อความ

ການຮຽນຢູ່ປະເທດຍີ່ປຸ່ນ ການແຂ່ງຂັນຂອງເຂົາເຈົ້າສູງຫຼາຍ. ວິຊາຮຽນຂອງນັກຮຽນຢູ່ພຸ້ນກໍຈະຄ້າຍໆຢູ່ບ້ານເຮົາເຊັ່ນ: ເລກ, ຟີຊິກ, ເຄມີ, ປະຫວັດສາດ, ກີລາພາລະ…ເປັນຕົ້ນ. ຫຼັກໆລະບົບການສອນຢູ່ຫັ້ນແມ່ນຈະເນັ້ນປະຕິບັດຕົວຈິງຫຼາຍກ່ອນທິດສະດີ. ສິ່ງທີ່ແຕກຕ່າງລະຫວ່າງໂຮງຮຽນມັດທະຍົມຢູ່ຍີ່ປຸ່ນ ແລະ ມັດທະຍົມຢູ່ລາວແມ່ນ Club Activity ຫຼື ຈະເອີ້ນປະມານ ກິດຈະກໍາຫຼັງເລີກຮຽນ. ຢູ່ພຸ້ນເຂົາເຈົ້າຈະມີ Club Activity ໃຫ້ນັກຮຽນເລືອກສິ່ງທີ່ຕົນຢາກເຮັດຫຼັງເລີກຮຽນ ເຊິ່ງມີຫຼາຍຢ່າງແຕກຕ່າງກັນໄປ ເຊັ່ນ: English Club, Kendo Club, Tea Ceremony Club, Volleyball Club, Football Club, Card Game Club, Violin Club, Singing Club, Art Club… ໄປຍີ່ປຸ່ນທັງທີເລີຍເລືອກລົງ Kendo Club ແລະ Tea Ceremony Club ເພື່ອທີ່ຈະໄດ້ຮຽນຮູ້ ພ້ອມທັງສໍາຜັດກັບວັດທະນະທໍາຍີ່ປຸ່ນໄດ້ຫຼາຍຂຶ້ນ.

อาจเป็นรูปภาพของ 1 คน

ເນື່ອງຈາກເຮົາເປັນນັກຮຽນແລກປ່ຽນກໍອາດຈະບໍ່ເຂົ້າໃຈໝົດ ບາງຄັ້ງເຮົາກໍອາດຈະໄດ້ຄວາມຮູ້ສຶກປະມານໄປ Observe ບັນຍາກາດຂອງການເປັນນັກຮຽນມັດທະຍົມຍີ່ປຸ່ນ.  ສໍາລັບການປັບຕົວອາດຈະໃຊ້ເວລາໜ້ອຍໜຶ່ງກ່ອນຈະຄຸ້ນເຄີຍ ແຕ່ຍ້ອນຢາກຕີສະໜິດກັບຄົນຍີ່ປຸ່ນໄວໆ ເຮົາກໍເລີຍຕ້ອງເປັນຄົນຖາມເຂົາເຈົ້າກ່ອນເພາະຄົນຍີ່ປຸ່ນສ່ວນຫຼາຍຈະເປັນຄົນຂີ້ອາຍ.

ສິ່ງທີ່ປະທັບໃຈຢູ່ໃນຍີ່ປຸ່ນ ກໍຄື: ຈາກທີ່ເປັນຄົນມັກສິ່ງແວດລ້ອມຢູ່ແລ້ວ ສິ່ງທີ່ປະທັບໃຈທີ່ສຸດກໍຄືຈະແມ່ນເລື່ອງ ຄວາມສະອາດ ໄດ້ມີໂອກາດເທື່ອໜຶ່ງຄືໄດ້ໄປຊົມໂຮງງານຂີ້ເຫຍື້ອ ຮູ້ສຶກວ່າມັນຄັກຫຼາຍທີ່ເຂົາເຈົ້າສາມາດສ້າງໂຮງງານຜະລິດກະແສໄຟຟ້າໄດ້ຈາກການເຜົາໄໝ້ຂອງຂີ້ເຫຍື້ອ ຫຼື ເອີ້ນງ່າຍໆຄືຈາກສິ່ງເສດເຫຼືອ ແລະ ນໍາໃຊ້ຫຼັກການ 3R ເຂົ້າໃນການຫຼຸດຜ່ອນພາວະໂລກຮ້ອນ.

ໄລຍະເວລາທີ່ໄປແລກປ່ຽນຢູ່ຍີ່ປຸ່ນ ຮູ້ສຶກດີໃຈທີ່ສຸດໆ ມາຮອດຕອນນີ້ກໍຍັງຄິດຮອດໝູ່ຢູ່ພຸ້ນຢູ່ເລີຍ ເປັນຄວາມຊົງຈໍາທີ່ລືມຍາກ ນອກຈາກຈະໄດ້ໝູ່ໃໝ່ຕ່າງປະເທດມາແລ້ວ ຍັງໄດ້ຄວາມຮູ້, ປະສົບການໃໝ່ໆມາອີກ.