Monthly Archives: February, 2020

ເມືອງເຊບັ້ງໄຟ ສຳຫຼວດແຫຼ່ງທ່ອງທ່ຽວຕາດຄຳໃຫຍ່

ໃນລະຫວ່າງວັນທີ 3 - 4 ກຸມພາ 2020 ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ພ້ອມຄະນະໄດ້ເຄື່ອນໄຫວສຳຫຼວດແຫຼ່ງທ່ອງທ່ຽວຕາດຄຳໃຫຍ່ ບ້ານບຶງຫົວນາ ພ້ອມທັງມອບໃບຢັ້ງຢືນຄອບຄົວວັດທະນະທຳໃໝ່ ແລະ ເຜີຍແຜ່ກົດໝາຍ 5ສະບັບ ຄື: ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍທ່ອງທ່ຽວ, ກົດໝາຍມໍລະດົກສະຖານ, ກົດໝາຍວ່າດ້ວຍປ້າຍກົດໝາຍສິລະປະການສະແດງໃຫ້ກັບ 3...

ແຂວງໄຊຍະບູລີ ປູກພືດລະດູແລ້ງເກືອບສຳເລັດແລ້ວ

ການປູກພືດລະດູແລ້ງຂອງຊາວກະສິກອນ ແຂວງໄຊຍະບູລີ ໃນປີ 2019 - 2020 ເກືອບສຳເລັດແລ້ວ 100% ພາຍຫຼັງທີ່ຂຸ້ນຂ້ຽວລົງມືຜະລິດມາແຕ່ເດືອນທັນວາປີຜ່ານມານີ້ ຄາດຈະໃຫ້ສຳເລັດ 100% ໃນກາງເດືອນນີ້. ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດລະດູແລ້ງຂອງຊາວກະສິກອນທົ່ວແຂວງໄຊຍະບູລີ ມີເນື້ອທີ່ແຜນການທັງໝົດ 16.891 ເຮັກຕາ. ໃນນີ້, ເນື້ອທີ່ປູກເຂົ້ານາແຊງມີ 2.300 ເຮັກຕາ,...

ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາກຸ່ມໂຮງສີເຂົ້າຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາກຸ່ມໂຮງສີເຂົ້າ ໃນລະຫວ່າງວັນທີ 3 - 7 ກຸມພາ 2020 ທີ່ເມືອງວຽງຄຳ ແຂວງວຽງຈັນ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງເຂົ້າຮ່ວມເປັນປະທານກ່າວເປີດໂດຍ ທ່ານ...

ກຳນົດອອກມາແລ້ວ! ລາຄາຂາຍຜ້າປິດປາກ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ

ຈາກກໍລະນີ ເກີດມີຫາງສຽງຕໍ່ວ່າໃນສັງຄົມກ່ຽວກັບການປັບຂຶ້ນລາຄາສິນຄ້າ ຜະລິດຕະພັນທາງການແພດໂດຍສະເພາະຜ້າອັດປາກ, ນໍ້າຢາລ້າງມື ແລະ ຜະລິດຕະພັນອື່ນໆ ທີ່ກ່ຽວຂ້ອງກັບການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ ເຫັນວ່າໃນປັດຈຸບັນບັນດາຫ້າງຮ້ານ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການກິດຈະການດັ່ງກ່າວ ມີການປັບຂຶ້ນລາຄາບໍ່ສົມເຫດສົມຜົນ ໃນຍາມບ້ານເມືອງກໍາລັງມີຄວາມຫຍຸ້ງຍາກ. ຫຼ້າສຸດ, ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບ ເລກທີ 0142 /ອຄ.ກຄພນ ລົງວັນທີ 7 ກຸມພາ 2020...

ເມືອງນາຊາຍທອງ ສະໜອງເຂົ້າປ້ອນຕະຫຼາດໃນນະຄອນຫຼວງ 23 ພັນກວ່າໂຕນ

ເມືອງນາຊາຍທອງ ມີທ່າແຮງດ້ານການຜະລິດກະສິກໍາປ້ອນຕະຫຼາດໃນນະຄອນຫຼວງວຽງຈັນ ໂດຍປະຊາກອນ 75% ແມ່ນທໍາການຜະລິດເປັນສິນຄ້າ, ສະເພາະປີຜ່ານມາສາມາດປ້ອນຕະຫຼາດເຂົ້ານະຄອນຫຼວງວຽງຈັນ 23.484 ໂຕນ, ມີຫົວໜ່ວຍທຸລະກິດ 3.757 ຫົວໜ່ວຍ. ກອງປະຊຸມຄອບຄົວຕົວແບບ ຄັ້ງທີ 8 ຂອງເມືອງນາຊາຍທອງຈັດຂຶ້ນໃນວັນທີ 6 ກຸມພາ 2020 ທີ່ຫ້ອງການປົກຄອງເມືອງນາຊາຍທອງ ໂດຍການເປັນປະທານຂອງ ທ່ານ ພູວຽງ ເພຍເທບ ຮອງເຈົ້າເມືອງນາຊາຍທອງ, ທ່ານ...

ເລີ່ມແລ້ວ! ຫຼວງນໍ້າທາເປີດງານວາງສະແດງສິນຄ້າມິນິໄທແລນວີກ

ແຂວງຫຼວງນໍ້າທາເປີດງານວາງສະແດງສິນຄ້າມິນິໄທແລນວີກ ໂດຍມີຫ້າງຮ້ານເຂົ້າຮ່ວມທັງໝົດ 51ຮ້ານ ໃນນັ້ນມີສິນຄ້າປະເພດອາຫານ ເຄື່ອງດື່ມ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນເພື່ອສຸຂະພາບ ແລະ ອື່ນໆອີກຫຼາກຫຼາຍ ງານດັ່ງກ່າວຈະດໍາເນີນໄປເຖິງ 9 ກຸມພາ ນີ້. ວັນທີ 5 ກຸມພາ 2020 ແຂວງຫລວງນ້ຳທາໄດ້ເປິດງານວາງສະແດງສິນຄ້າມິນິໄທແລນວີກ ໂດຍການເປັນປະທານຂອງທ່ານ ດໍາຣົງ ໄຄຣ້ຄຣວນ ເອກອັກຄະລາດຊະທຸດ ປະຈໍານະຄອນຫລວງວຽງຈັນ, ເຂົ້າຮ່ວມໂດຍທ່ານ ຄໍາໄຫລ...

ດ່ານສາກົນປາກຊັນ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸ 280 ຕື້ກີບ

ມີຫຼາຍປັດໄຈທີ່ພາໃຫ້ການຈັດຕັ້ງປະຕິບັດການເກັບລາຍຮັບຂອງດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້. ແຕ່ ໃນປີ 2020 ນີ້ ຈະສຸມໃສ່ທຸກທ່າແຮງເກັບລາຍຮັບໃຫ້ບັນລຸຕາມແຜນ ພ້ອມຈະເລັ່ງແກ້ໄຂທຸກຂໍ້ຫຍຸ້ງຍາກທີ່ຖ່ວງດຶງວຽກງານຈັດເກັບລາຍຮັບ. ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍດ້ານ ເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນການທີ່ກຳນົດໄວ້ 302,6 ຕື້ກີບ, ສິ່ງທີ່ພາໃຫ້ການຈັດຕັ້ງປະຕິບັດບໍ່ໄດ້ຕາມແຜນແມ່ນເນື່ອງຈາກໄພແຫ້ງແລ້ງເຮັດໃຫ້ນໍ້າຂອງແຫ້ງ ອັນພາໃຫ້ການຂົນສົ່ງສິນຄ້າເຂົ້າ - ອອກພົບຄວາມຫຍຸ້ງຍາກເພາະຂົນສົ່ງສິນຄ້າດ້ວຍບັກ,...

ຊຽງຂວາງ ມີທີ່ພັກສາມາດຮັບຮອງ 3 ພັນກວ່າຄົນ ໃນງານມະຫະກຳກີລາແຫ່ງຊາດ

ປັດຈຸບັນແຂວງຊຽງຂວາງ ມີໂຮງແຮມ 20 ແຫ່ງ ແລະ ເຮືອນພັກ 100 ກວ່າແຫ່ງ, ສາມາດຮອງຮັບແຂກໄດ້ 3 ພັນກວ່າຄົນຕໍ່ຄືນ; ດ້ານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໄດ້ຈັດຝຶກອົບຮົມເພື່ອຍົກລະດັບການບໍລິການບັນດາທີ່ພັກ, ໂຮງແຮມ ແລະ ປັບປຸງສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI. ທ່ານ...

ລາຄາຜັກເລີ່ມປັບຂຶ້ນ

ລະດູແລ້ງຂອງແຕ່ລະປີ ລາຄາຜັກຈະປັບຂຶ້ນເນື່ອງຈາກການບົວລະບັດຮັກສາຍາກ ເຮັດໃຫ້ຊາວກະສິກອນປູກໜ້ອຍລົງ ໂດຍສະເພາະປີນີ້ໄພແຫ້ງແລ້ງມາກະທົບໃສ່ອີກ ເຮັດໃຫ້ຕົ້ນທຶນການປູກສູງຂຶ້ນ ລາຄາຂາຍຕາມທ້ອງຕະຫຼາດ ກໍເລີ່ມປັບຂຶ້ນໄວກວ່າທຸກໆປີຜ່ານມາ. ດ້ານຜູ້ປະກອບການຊີ້! ອີກ 2 ເດືອນຕໍ່ໜ້າລາຄາພືດຜັກຈະແພງຂຶ້ນ ເນື່ອງຈາກເປັນໄລຍະການຜະລິດນອກລະດູ, ປະຊາຊົນຜູ້ຜະລິດທົ່ວໄປຍັງຂາດຄວາມຮູ້ກ່ຽວກັບເຕັກນິກການຜະລິດນອກລະດູ, ເຮັດໃຫ້ຜົນຜະລິດຈະມີໜ້ອຍລົງ ບໍ່ສາມາດສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ພຽງພໍ, ຂະນະທີ່ແມ່ຄ້າຂາຍຜັກໃນຕະຫຼາດບອກປັດຈຸບັນນີ້ລາຄາຜັກເລີ່ມແພງຂຶ້ນແລ້ວ. ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເມືອງລາວຟູດທ໌ ໃຫ້ສໍາພາດແກ່ທີມຂ່າວ ເສດຖະກິດ - ການຄ້າ...

ໂຮງໝໍມິດຕະພາບ ຮັບປິ່ນປົວຜູ້ຕິດເຊື້ອໂຄໂຣນາບໍ່ເສຍຄ່າ

ໂຮງໝໍມິດຕະພາບ 150 ຕຽງ ກຽມອາຄານປິ່ນປົວ 1 ຕຶກ ມີຫ້ອງປິ່ນປົວ 10 ຫ້ອງ, ຫາກພົບຜູ້ຕິດເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ ແມ່ນຈະປິ່ນປົວໂດຍບໍ່ເສຍຄ່າ. ຢ່າງໃດກໍຕາມ, ເນັ້ນໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງ ແລະ ຄົນໃກ້ຊິດຢ່າງເຂັ້ມງວດ, ຂະນະທີ່ການບິນລາວໄດ້ຢຸດຖ້ຽວບິນມອບເໝົາໄປຈີນທັງໝົດ, ສ່ວນຖ້ຽວບິນຫຼັກກໍໄດ້ຢຸດບາງເສັ້ນເຊັ່ນກັນ. ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດວ່າ: ຫຼັງຈາກທີ່ກະຊວງສາທາລະນະສຸກ ໄດ້ມອບໝາຍໃຫ້ໂຮງໝໍມິດຕະພາບ...
- Advertisment -
Slide
Slide

Most Read

error: Content is protected !!