ແຂວງໄຊຍະບູລີ ປູກພືດລະດູແລ້ງເກືອບສຳເລັດແລ້ວ

184

ການປູກພືດລະດູແລ້ງຂອງຊາວກະສິກອນ ແຂວງໄຊຍະບູລີ ໃນປີ 2019 – 2020 ເກືອບສຳເລັດແລ້ວ 100% ພາຍຫຼັງທີ່ຂຸ້ນຂ້ຽວລົງມືຜະລິດມາແຕ່ເດືອນທັນວາປີຜ່ານມານີ້ ຄາດຈະໃຫ້ສຳເລັດ 100% ໃນກາງເດືອນນີ້.

ຕາມການໃຫ້ຂໍ້ມູນຈາກຂະແໜງປູກຝັງພະແນກກະສິກໍາ ແລະ ປ່າໄມ້ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ການປູກພືດລະດູແລ້ງຂອງຊາວກະສິກອນທົ່ວແຂວງໄຊຍະບູລີ ມີເນື້ອທີ່ແຜນການທັງໝົດ 16.891 ເຮັກຕາ. ໃນນີ້, ເນື້ອທີ່ປູກເຂົ້ານາແຊງມີ 2.300 ເຮັກຕາ, ເຮັດນາກະເສດສຸມ ມີ 872 ເຮັກຕາ ຄາດຄະເນສະມັດຖະພາບສະເລ່ຍ 4,20 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 9.660 ໂຕນ, ແຜນປູກພືດຜັກຕ່າງໆ ມີ 14.591 ເຮັກຕາ ຄາດຄະເນຜະລິດຕະພາບ 6,66 ໂຕນຕໍ່ເຮັກຕາ, ຄາດຄະເນຜົນຜະລິດ 97.217 ໂຕນ.

ປັດຈຸບັນການຜະລິດເຂົ້ານາແຊງຕາມແຜນການມີທັງໝົດ 2.300 ເຮັກຕາ ມາຮອດປັດຈຸບັນຕົກກ້າໄດ້ 135.160 ກິໂລ ກຣາມ ເທົ່າກັບ 94,15%, ກຽມດິນໄດ້ 2.076,86 ເຮັກຕາ ເທົ່າກັບ 90,30% ແລະ ປັກດໍາສໍາເລັດແລ້ວ 2.076,86 ເຮັກຕາ ເທົ່າກັບ 90,30% ນອກຈາກປູກເຂົ້ານາແຊງແລ້ວຊາວກະສິກອນແຂວງໄຊຍະບູລີ ຍັງໄດ້ປູກພືດຜັກຕ່າງໆຮັບໃຊ້ບໍລິໂພກ ແລະ ຂາຍເປັນສິນຄ້າ ເຊິ່ງມີເນື້ອທີ່ແຜນການປູກທັງໝົດ 14.591 ເຮັກຕາ ມາຮອດປັດຈຸບັນແມ່ນປະຕິບັດໄດ້ 21.498,34 ເຮັກຕາ ເທົ່າກັບ 147,34% ຖືວ່າລື່ນແຜນການທີ່ຕັ້ງໄວ້.

[ ຂ່າວ: ບຸນທີ ]