ກຳນົດອອກມາແລ້ວ! ລາຄາຂາຍຜ້າປິດປາກ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ

200

ຈາກກໍລະນີ ເກີດມີຫາງສຽງຕໍ່ວ່າໃນສັງຄົມກ່ຽວກັບການປັບຂຶ້ນລາຄາສິນຄ້າ ຜະລິດຕະພັນທາງການແພດໂດຍສະເພາະຜ້າອັດປາກ, ນໍ້າຢາລ້າງມື ແລະ ຜະລິດຕະພັນອື່ນໆ ທີ່ກ່ຽວຂ້ອງກັບການປ້ອງກັນພະຍາດອັກເສບປອດສາຍພັນໃໝ່ ເຫັນວ່າໃນປັດຈຸບັນບັນດາຫ້າງຮ້ານ, ພໍ່ຄ້າຊາວຂາຍ ແລະ ຜູ້ປະກອບການກິດຈະການດັ່ງກ່າວ ມີການປັບຂຶ້ນລາຄາບໍ່ສົມເຫດສົມຜົນ ໃນຍາມບ້ານເມືອງກໍາລັງມີຄວາມຫຍຸ້ງຍາກ.

ຫຼ້າສຸດ, ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບ ເລກທີ 0142 /ອຄ.ກຄພນ ລົງວັນທີ 7 ກຸມພາ 2020 ເຖິງ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ໃນຂອບເຂດທົ່ວປະເທດ; ບຸກຄົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ເລື່ອງ: ການກໍານົດລາຄາຂາຍ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ແລະ ນໍ້າຢາລ້າງມື ໃນຂອບເຂດທົ່ວປະເທດ.

ໂດຍໃນແຈ້ງການລະບຸວ່າ: ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມປະທານຄະນະຊີ້ນໍາວຽກງານຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຕາມຂໍ້ຕົກລົງເລກທີ 7/ນຍ ອອກແຈ້ງການດັ່ງນີ້:

ການກໍານົດເອົາລາຍການສິນຄ້າ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ແລະ ນໍ້າຢາລ້າງມືເຂົ້າຢູ່ໃນບັນຊີຄວບຄຸມລາຄາຂອງລັດຖະບານ ໃນຊ່ວງໄລຍະນີ້; ກໍານົດລາຄາຂາຍ ຜ້າອັດປາກ-ດັງ (ແຜ່ນຕອງ 3 ຊັ້ນ) ຊະນິດສາຍຢາງຢືດ ທຸກລຸ້ນ ສູງສຸດບໍ່ໃຫ້ເກີນ 25.000 ກີບ/ກັບ (01 ກັບ ມີ 50 ອັນ), ຖ້າແຍກອອກຂາຍຍ່ອຍ ຕ້ອງຂາຍໃນລາຄາບໍ່ໃຫ້ເກີນ 1.000 ກີບ/ອັນ ແລະ ຫ້າມບໍ່ໃຫ້ບຸກຄົນ, ນິຕິບຸກຄົນ, ບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍຜະລິດຕະພັນການຢາ ແລະ ຫົວໜ່ວຍທຸລະກິດຕ່າງໆ ສວຍໂອກາດຂຶ້ນລາຄາ ຫຼື ກັກຕຸນສິນກິນຄ້າ ເພື່ອເກັງກໍາໄລ ຕາມທີ່ໄດ້ກໍານົດໄວ້ຂ້າມເທິງ.

ສະນັ້ນ, ຈຶ່ງມອບໃຫ້ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ເປັນເຈົ້າການຊີ້ນໍາ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ/ເທດສະບານ ແລະ ແຕ່ງຕັ້ງພະນັກງານ ກໍຄືເຈົ້າໜ້າທີ່ກວດກາການຄ້າ ບົນພື້ນຖານສົມທົບກັບພາກສ່ວນກ່ຽວຂ້ອງລົງຕິດຕາມ, ກວດກາ ຢູ່ຕາມບັນດາຮ້ານຂາຍຢາ, ຮ້ານຈໍາໜ່າຍ ຜະລິດຕະພັນການຢາ ແລະ ຮ້ານຂາຍຍ່ອຍຕ່າງໆ ເປັນປະຈໍາປົກກະຕິ. ຖ້າຫາກພົບເຫັນການລະເມີດ ໃຫ້ໃຊ້ມາດຕະການທາງດ້ານບໍລິຫານ ດໍາເນີນຄະດີທາງອາຍາ, ຄະດີແພ່ງ, ຖອນໃບທະບຽນວິສາຫະກິດ ແລະ ໃບອະນຸຍາດດໍາເນີນທຸລະກິດ ແລະ ມາດຕະການອື່ນໆ ຕາມກົດ ໝາຍທີ່ໄດ້ກໍານົດໄວ້ຢ່າງເຂັ້ມງວດ.

ຖ້າບຸກຄົນໃດ ຫາກພົບເຫັນຜູ້ປະກອບການລະເມີດແຈ້ງການສະບັບນີ້ ແມ່ນໃຫ້ແຈ້ງເຖິງເບີໂທສາຍດ່ວນ ປົກປ້ອງຜູ້ຊົມໃຊ້ 1510 ແລະ ສາຍດ່ວນລັດຖະບານ 1516.

ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຈະມີການປ່ຽນແປງ ໃນກໍລະນີ ຕົ້ນທຶນການຜະລິດ ຫຼື ການນໍາເຂົ້າ ເໜັງຕີງຂຶ້ນ-ລົງ, ກະຊວງອຸດສາຫະກໍາ ແລະ ການຄ້າ ຈະອອກແຈ້ງການໃຫມ່ເພີ່ມເຕີມ.

ກ່ອນໜ້ານີ້, ກະຊວງສາທາລະນະສຸກ ກໍ່ໄດ້ອອກໜັງສືແຈ້ງການ ສະບັບເລກທີ 1012/ກອຢ ລົງວັນທີ 3 ກຸມພາ 2020 ເຖິງທ່ານຫົວໜ້າພະແນກສາທາລະນະສຸກແຂວງ, ນະຄອນຫຼວງ ໃນຂອບເຂດທົ່ວປະເທດ ເລື່ອງ ຫ້າມຂຶ້ນລາຄາຢາ ແລະ ຜະລິດຕະພັນການແພດ ທີ່ນໍາໃຊ້ເຂົ້າໃນການປ້ອງກັນພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂຣກສາຍພັນໃໝ່ ໄວຣັສໂຄຣນາ.

ຂະນະທີ່, ຫ້ອງການສຳນັກງານນາຍົກລັດຖະມົນຕີ ກໍ່ໄດ້ອອກແຈ້ງການສະບັບເລກທີ 147/ຫສນຍ ລົງວັນທີ 5 ກຸມພາ 2020 ເຖິງບັນດາ ລັດຖະມົນຕີ, ຫົວໜ້າອົງການທຽບເທົ່າ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາທ່ານເຈົ້າແຂວງ ທົ່ວປະເທດ ກ່ຽວກັບທິດຊີ້ນໍາການຫ້າມຂຶ້ນລາຄາຜ້າປິດປາກ-ດັງ, ຖົງມື, ຢາ ແລະ ຜະລິດຕະພັນການແພດຕ່າງໆ ທີ່ນໍາໃຊ້ເຂົ້າໃນໃນການປ້ອງກັນພະຍາດອັກເສບປອດ ຈາກເຊື້ອຈຸລະໂຣກສາຍພັນໃໝ່ເຊັ່ນດຽວກັນ.