ຊຽງຂວາງ ມີທີ່ພັກສາມາດຮັບຮອງ 3 ພັນກວ່າຄົນ ໃນງານມະຫະກຳກີລາແຫ່ງຊາດ

429

ປັດຈຸບັນແຂວງຊຽງຂວາງ ມີໂຮງແຮມ 20 ແຫ່ງ ແລະ ເຮືອນພັກ 100 ກວ່າແຫ່ງ, ສາມາດຮອງຮັບແຂກໄດ້ 3 ພັນກວ່າຄົນຕໍ່ຄືນ; ດ້ານພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຊຽງຂວາງ ໄດ້ຈັດຝຶກອົບຮົມເພື່ອຍົກລະດັບການບໍລິການບັນດາທີ່ພັກ, ໂຮງແຮມ ແລະ ປັບປຸງສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI.

ພາບປະກອບຂ່າວ

ທ່ານ ສີວິໄລ ອຸດົມສຸກ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ( ຖວທ ) ແຂວງຊຽງຂວາງ ໃຫ້ສຳພາດວ່າ: ເພື່ອຮອງຮັບແຂກທີ່ຈະເດີນທາງເຂົ້າມາທ່ຽວ ແລະ ຊົມການແຂ່ງຂັນກີລາຄັ້ງນີ້ ຖວທ ແຂວງ ໄດ້ຈັດການຝຶກອົບຮົມຍົກສູງການບໍລິການໃຫ້ຜູ້ປະກອບການໂຮງແຮມ ແລະ ເຮືອນພັກ ເພື່ອກຽມພ້ອມການຕ້ອນຮັບແຂກໃຫ້ໄດ້ມາດຕະຖານ ແລະ ໄດ້ອອກແຈ້ງການໃຫ້ຜູ້ປະກອບການປັບປຸງເຮືອນພັກ – ໂຮງແຮມຂອງຕົນໃຫ້ມີຄວາມງາມ, ສະອາດ ແລະ ສະດວກສະບາຍ ເພື່ອກຽມຄວາມພ້ອມໃນການຮອງຮັບແຂກທັງພາຍໃນ ແລະ ຕ່າງປະເທດທີ່ມາເຂົ້າຊົມກີລາຄັ້ງນີ້ ແລະ ທ່ຽວຊົມແຫຼ່ງທ່ອງທ່ຽວຕ່າງໆແຂວງຊຽງຂວາງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22 ມີນາ ຫາ 1 ເມສາ 2020. ນອກນັ້ນ, ຍັງໄດ້ປັບປຸງສະຖານທີ່ທ່ອງທ່ຽວຕ່າງໆໃຫ້ດີຂຶ້ນ ເພື່ອຮອງຮັບແຂກ ແລະ ສ້າງຄວາມດຶງດູດໃຈຂອງຜູ້ມາທ່ອງທ່ຽວແຂວງຊຽງ ຂວາງ.

ພາບປະກອບຂ່າວ

ປັດຈຸບັນ ແຂວງຊຽງຂວາງ ມີໂຮງແຮມ 20 ແຫ່ງ ແລະ ເຮືອນພັກ 135 ແຫ່ງ ສາມາດຮອງຮັບແຂກໄດ້ 3.800 ກວ່າຄົນຕໍ່ຄືນ, ມີສະຖານທີ່ທ່ອງທ່ຽວເປີດບໍລິການທັງໝົດ 43 ແຫ່ງ, ແຫຼ່ງທ່ອງທ່ຽວດ້ານວັດທະນະທຳ 19 ແຫ່ງ, ທຳມະຊາດ 12 ແຫ່ງ ແລະ ປະຫວັດສາດ 12 ແຫ່ງ ທີ່ໄດ້ຮັບການປັບປຸງໃໝ່ໃຫ້ສວຍງາມ ແລະ ສະດວກສະບາຍ ໂດຍສະເພາະສະຖານທ່ອງທ່ຽວທົ່ງໄຫຫີນທີ່ໄດ້ເປັນມໍລະດົກໂລກ, ຖໍ້າປິວ ແລະ ອື່ນໆ.
ນອກຈາກນີ້, ຄະນະການນຳແຂວງ ໄດ້ກໍານົດເອົາໄຫຫີນທີ່ເປັນວັນຖຸບູຮານມີອາຍຸຫຼາຍພັນປີ, ມີຄວາມໝາຍສຳຄັນ ແລະ ລືຊື່ທາງປະຫວັດສາດ ເຊິ່ງເປັນມໍລະດົກຂອງແຂວງຊຽງຂວາງ ກໍຄືຂອງຊາດປະກອບໃສ່ສັນຍະລັກຂອງງານມະຫາກໍາກີລາແຫ່ງຊາດ ຄັ້ງທີ XI ຫຼື ຊຽງ ຂວາງເກມ.

ພາບປະກອບຂ່າວ