ໂຮງໝໍມິດຕະພາບ ຮັບປິ່ນປົວຜູ້ຕິດເຊື້ອໂຄໂຣນາບໍ່ເສຍຄ່າ

503

ໂຮງໝໍມິດຕະພາບ 150 ຕຽງ ກຽມອາຄານປິ່ນປົວ 1 ຕຶກ ມີຫ້ອງປິ່ນປົວ 10 ຫ້ອງ, ຫາກພົບຜູ້ຕິດເຊື້ອພະຍາດປອດອັກເສບຈາກເຊື້ອຈຸລະໂລກໂຄໂຣນາ ແມ່ນຈະປິ່ນປົວໂດຍບໍ່ເສຍຄ່າ. ຢ່າງໃດກໍຕາມ, ເນັ້ນໃຫ້ປະຊາຊົນເອົາໃຈໃສ່ປ້ອງກັນຕົນເອງ ແລະ ຄົນໃກ້ຊິດຢ່າງເຂັ້ມງວດ, ຂະນະທີ່ການບິນລາວໄດ້ຢຸດຖ້ຽວບິນມອບເໝົາໄປຈີນທັງໝົດ, ສ່ວນຖ້ຽວບິນຫຼັກກໍໄດ້ຢຸດບາງເສັ້ນເຊັ່ນກັນ.

ທ່ານ ດຣ. ສະໜອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ໃຫ້ສຳພາດວ່າ: ຫຼັງຈາກທີ່ກະຊວງສາທາລະນະສຸກ ໄດ້ມອບໝາຍໃຫ້ໂຮງໝໍມິດຕະພາບ ເປັນໜຶ່ງໃນໂຮງໝໍປິ່ນປົວພະຍາດປອດອັກເສບໂຄໂຣນາ ໂຮງໝໍມິດຕະພາບກໍໄດ້ກະກຽມຄວາມພ້ອມທັງດ້ານຕຶກອາຄານ, ອຸປະກອນຮັບໃຊ້ໃນການປິ່ນປົວ ແລະ ບຸກຄະລາກອນທີ່ມີປະສົບການໃນລະດັບໃດໜຶ່ງ ແລະ ໄດ້ຮັບການຝຶກອົບຮົມໃນການຮັບມືກັບພະຍາດລະບາດມາແລ້ວ ໂດຍມີອາຄານສະຖານທີ່ປິ່ນປົວ 1 ຕຶກ ມີ 10 ຫ້ອງ, ສາມາດປິ່ນປົວຄັ້ງລະ 10 ຄົນ, ແຕ່ລະຫ້ອງຈະມີການກັກກັນ ແລະ ແຍກປ່ຽວຄົນເຈັບອອກ ແລະ ຄົນນອກຫ້າມເຂົ້າ.

ເຖິງແມ່ນວ່າມາຮອດປັດຈຸບັນຍັງບໍ່ມີຢາສາມາດປິ່ນປົວໄດ້, ແຕ່ໂຮງໝໍໄດ້ມີອຸປະກອນຮັບໃຊ້ການປິ່ນປົວໃນລະດັບໃດໜຶ່ງ ເພື່ອກະກຽມປິ່ນປົວຕາມອາການ ເພີ່ມ ຄວາມແຂງແຮງດ້ານສຸຂະພາບຄົນເຈັບໃຫ້ມີຄວາມຕ້ານທານສູງ ແລະ ທີ່ສຳຄັນພະຍາດດັ່ງກ່າວຈະເຮັດໃຫ້ລະບົບການຫາຍໃຈຂອງຜູ້ຕິດເຊື້ອຊຸດໂຊມ. ສະນັ້ນ, ໂຮງໝໍໄດ້ມີອຸປະກອນຊ່ວຍຫາຍໃຈ ແລະ ອຸປະກອນສຳລັບແພດປິ່ນປົວຄົນເຈັບ ເປັນຕົ້ນແມ່ນຜ້າອັດປາກ, ແວ່ນປ້ອງກັນຕາ, ຖົງປົກຜົມ, ເສື້ອກາວ, ຜ້າຢາງກັນເປື້ອນ, ຖົງສຸບເກີບ ແລະ ຖົງມື ໂດຍແນະນໍາໃຫ້ພະນັກງານແພດປະຕິບັດຫຼັກການຢ່າງເຂັ້ມງວດ.

ສຳລັບກໍລະນີສົງໄສໂຮງໝໍໄດ້ກຽມຄວາມພ້ອມ ໃນການແຍກປ່ຽວ ແລະ ປິ່ນປົວຕາມນະໂຍບາຍຂອງກະຊວງສາທາລະນະສຸກ ໂດຍປິ່ນປົວແບບບໍ່ເສຍຄ່າ ລວມເຖິງບາງຄົນທີ່ບໍ່ມີພີ່ນ້ອງ ແລະ ຄົນຕ່າງປະເທດທີ່ບໍ່ສາມາດສະໜອງອາຫານການກິນ ທາງໂຮງໝໍກໍກະກຽມຄວາມພ້ອມສະໜອງເຊັ່ນກັນ.

ພ້ອມກັນນັ້ນ, ໂຮງໝໍຍັງໄດ້ປະສານສົມທົບກັບກະຊວງສາທາລະນະສຸກ, ອົງການອະນາໄມໂລກ ໃນການສົ່ງຂໍ້ ມູນ – ຂ່າວສານ ເປັນຕົ້ນຂໍ້ມູນການຕິດເຊື້ອ ແລະ ຂໍ້ມູນການປິ່ນປົວ. ນອກນັ້ນ, ຄະນະນໍາກະຊວງສາທາລະນະສຸກ ກໍໄດ້ປະສານງານກັບຝ່າຍຈີນ ແລະ ອົງການຈັດຕັ້ງສາກົນ ເພື່ອຊີ້ນໍາໂຮງໝໍຢ່າງເປັນປົກກະຕິ.

ທ່ານຍັງຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເຝົ້າລະວັງປ້ອງກັນພະຍາດປອດອັກເສບໂຄໂຣນາ ໂດຍການລ້າງມືດ້ວຍເຈວ ຫຼື ເຫຼົ້າຂ້າເຊື້ອ, ໃຊ້ຜ້າອັດປາກເປັນປະຈຳກໍລະນີອອກນອກ ໂດຍຜ້າອັດປາກສາມາດໃຊ້ 8 – 12 ຊົ່ວໂມງ ແລະ ຫຼັງຈາກໃຊ້ແລ້ວໃຫ້ຖິ້ມໃສ່ຖັງຂີ້ເຫຍື້ອຢ່າງເປັນລະບຽບ.

ພະຍາດປອດອັກເສບໂຄໂຣນາ ເປັນພະຍາດທີ່ສາມາດຕິດຕໍ່ທາງລະບົບຫາຍໃຈ ໂດຍໄລຍະບົ່ມຊ້ອນປະມານ 2 – 14 ວັນ, ກ່ອນທີ່ 24 – 48 ຊົ່ວໂມງ ຈະສະແດງອາການສາມາດແຜ່ເຊື້ອ ໄດ້.

ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດການບິນລາວ ໃຫ້ສຳພາດໃນວັນທີ 6 ກຸມພາ 2020 ຕໍ່ໜັງສືພິມເສດຖະ ກິດ – ການຄ້າ ວ່າ: ສາເຫດທີ່ໂຈະຖ້ຽວບິນແບບເໝົາໄປ ສປ ຈີນ ເຊິ່ງເປັນຖ້ຽວບິນແບບເໝົາການບໍລິການຂອງບໍລິສັດທ່ອງທ່ຽວຂອງຈີນ ພາຍຫຼັງມີການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ຫຼື ໄວຣັສໂຄໂຣນາ ຢູ່ເມືອງອູຫັ້ນ ແຂວງຫູເປີຍ ສປ ຈີນ, ລັດຖະບານຈີນ ກໍໄດ້ອອກແຈ້ງການຫ້າມເອົານັກທ່ອງທ່ຽວຈີນອອກນອກປະເທດ. ສະນັ້ນ, ບໍລິສັດທ່ອງທ່ຽວຂອງຈີນ ຈຶ່ງໄດ້ເຮັດຈົດໝາຍຂໍຮ້ອງມາຍັງການບິນລາວ ເພື່ອຢຸດຕິສາຍການບິນດັ່ງກ່າວຊົ່ວຄາວ.

ທ່ານ ບຸນມາ ຈັນທະວົງສາ ກ່າວອີກວ່າ: ສາຍການບິນລາວ ມີຖ້ຽວບິນໄປຫາ ສປ ຈີນ ທັງໝົດ 9 ເສັ້ນທາງ ຄື: ຄຸນໝິງ, ກວາງໂຈ, ຊາງໂຈ, ຊາງສາ, ຊຽງໄຮ້, ເວິນໂຈ, ເສີນຕູ ແລະ ຈາກນະຄອນຫຼວງພະບາງ ໄປຫາ ຊາງສາ ແລະ ຊຽງຮຸ່ງ. ໃນນັ້ນ, ສ່ວນຫຼາຍແມ່ນເສັ້ນບິນແບບເໝົາ ໂດຍບໍລິສັດທ່ອງທ່ຽວຂອງຈີນທີ່ເໝົາເປັນລຳ. ມາຮອດປັດຈຸບັນຖ້ຽວບິນເຊົ່າເໝົາລຳເກືອບທັງໝົດ ບໍລິສັດທ່ອງທ່ຽວຂອງຈີນ ໄດ້ຂໍໂຈະຕາມຄຳສັ່ງຂອງລັດຖະບານຈີນ, ສຳລັບຖ້ຽວບິນປົກກະຕິທີ່ມີຕາຕະລາງການບິນຈາກ ສປປ ລາວ ໄປ ສປ ຈີນ ແມ່ນມີສອງເສັ້ນທາງ ຄື: ວຽງຈັນ – ຄຸນໝິງ ໂດຍບິນ 1 ຖ້ຽວຕໍ່ວັນ ແລະ ວຽງຈັນ – ກວາງໂຈ ໂດຍບິນ 3 ຖ້ຽວ ຕໍ່ອາທິດ. ມາຮອດປັດຈຸບັນເຫັນວ່າຈຳນວນຜູ້ໂດຍສານຫຼຸດລົງ. ສະນັ້ນ, ມີຄວາມເປັນໄປໄດ້ວ່າຈະໄດ້ຫຼຸດຖ້ຽວບິນທັງສອງເສັ້ນທາງບາງຖ້ຽວລົງ ເຊິ່ງການຫຼຸດຜ່ອນຖ້ຽວບິນປົົກກະຕິລົງແມ່ນຈະປະເມີນເປັນແຕ່ລະຖ້ຽວ.

ສຳນັກຂ່າວຊິນຮວາ ລາຍງານເມື່ອວັນທີ 6 ກຸມພາ 2020 ຜ່ານມາ ໃຫ້ຮູ້ວ່າ: ຍອດຜູ້ຕິດເຊື້ອຮອດວັນທີ 5 ກຸມພາ 2020 ເພີ່ມຂຶ້ນເປັນ 28.018 ຄົນ, ເສຍຊີວິດ 563 ຄົນ, ສ່ວນຜູ້ຕິດເຊື້ອທີ່ປິ່ນປົວດີ ແລະ ອອກໂຮງໝໍ 1.153 ຄົນ.