ສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາກຸ່ມໂຮງສີເຂົ້າຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານ

112

ກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ຮ່ວມກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ໄດ້ຈັດຝຶກອົບຮົມການສ້າງຄວາມເຂັ້ມແຂງໃຫ້ແກ່ບັນດາກຸ່ມໂຮງສີເຂົ້າ ໃນລະຫວ່າງວັນທີ 3 – 7 ກຸມພາ 2020 ທີ່ເມືອງວຽງຄຳ ແຂວງວຽງຈັນ ພາຍໃຕ້ໂຄງການສົ່ງເສີມຜະລິດເປັນສິນຄ້າ ແລະ ຄ້ຳປະກັນສະບຽງອາຫານຂອງກະຊວງອຸດສາຫະກຳ ແລະ ການຄ້າ ເຊິ່ງເຂົ້າຮ່ວມເປັນປະທານກ່າວເປີດໂດຍ ທ່ານ ສາ ສີລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ແລະ ທ່ານ ວຽງສະຫວັນ ທອງເພັງບັນທະວົງ ຮອງຫົວໜ້າພະແນກ ອຄ ແຂວງວຽງຈັນ ເປັນປະທານຮ່ວມ, ມີສຳມະນາກອນ ຈຳນວນ 27 ທ່ານ ຍິງ 9 ທ່ານ ມາຈາກ 2 ເມືອງ ຄື: ເມືອງທຸລະຄົມ ແລະ ເມືອງໂພນໂຮງ ເຊິ່ງປະກອບດ້ວຍຜູ້ປະກອບກິດຈະການໂຮງສີເຂົ້າ, ຜູ້ປະກອບກິດຈະການ ຊື້ – ຂາຍເຂົ້າ, ກຸ່ມຊາວນາ ແລະ ກຸ່ມຜະລິດແນວພັນເຂົ້າເປັນສິນຄ້າ. ພິເສດມີຜູ້ຊ່ຽວຊານຈຳນວນໜຶ່ງແມ່ນມາຈາກໂຄງການຜະລິດກະສິກຳເປັນສິນຄ້າພາຍໃຕ້ໂຄງການຂອງທະນາຄານໂລກ.

ພາບປະກອບຂ່າວ

ແຂວງວຽງຈັນ ແມ່ນແຂວງໜຶ່ງໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວການຝຶກອົບຮົມຄັ້ງນີ້ແມ່ນເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ບັນດາພາກທຸລະກິດ ໃຫ້ມີຄວາມເຂົ້າໃຈເຖິງຄວາມສຳຄັນໃນການບໍລິຫານຈັດການກຸ່ມ ໃຫ້ມີຄວາມເປັນເອກະພາບ ແລະ ມີຄວາມເຂັ້ມແຂງ, ມີ ຄວາມອາດສາມາດໃນການແຂ່ງຂັນ ແລະ ການເຂົ້າເຖິງຕະຫຼາດທີ່ມີກຳລັງຊື້ສູງ, ການເຂົ້າເຖິງຂໍ້ມູນ – ຂ່າວສານດ້ານຕ່າງໆໂດຍງ່າຍ, ອີກດ້ານໜຶ່ງກໍເພື່ອເຮັດໃຫ້ຊາວກະສິກອນຜະລິດເຂົ້າ ແລະ ຫົວໜ່ວຍທຸລະກິດໃນຂະແໜງການຮ່ວມຕົວເຂົ້າກັນເປັນກຸ່ມເປັນໂອກາດໃນການສ້າງຄວາມເຂັ້ມແຂງ, ແລກປ່ຽນບົດຮຽນໃໝ່ໆ ເຊິ່ງກັນ ແລະ ກັນ, ມີການຂະຫຍາຍຕົວພາຍໃນກຸ່ມຜະລິດເຂົ້າຂາຍດັ່ງກ່າວ ແລະ ມີການພັດທະນາແບບຍືນຍົງດ້ວຍຕົວເຂົາເຈົ້າເອງ.

ພາບປະກອບຂ່າວ

ສ່ວນດ້ານເນື້ອໃນ ແລະ ບົດຮຽນແມ່ນການສ້າງຄວາມເຂັ້ມແຂງໃຫ້ກັບຂະແໜງທຸລະກິດການຜະລິດເຂົ້າ ໂດຍການຝຶກອົບຮົມໃນຫົວຂໍ້ຕ່າງໆທີ່ກຸ່ມຕ້ອງການ ເຊັ່ນ: ການເຂົ້າເຖິງແຫຼ່ງທຶນ, ການອອກແບບ ແລະ ຫຸ້ມຫໍ່ຜະລິດຕະພັນ, ການບໍລິຫານຈັດການຄຸນນະພາບຜະລິດຕະພັນ ເພື່ອກ້າວເຂົ້າໄປຫາການໄດ້ຮັບຢັ້ງຢືນດ້ານມາດຕະຖານ ແລະ ຄຸນນະພາບ ຂອງຜະລິດຕະພັນເຂົ້າໃນແຂວງວຽງຈັນ ໃຫ້ປາກົດຜົນເປັນຈິງໃນການສ້າງເປັນຕົວແບບຂອງການຮ່ວມກຸ່ມທຸລະກິດ Cluster.

ພາບປະກອບຂ່າວ