ດ່ານສາກົນປາກຊັນ ຈະສູ້ຊົນເກັບລາຍຮັບໃຫ້ບັນລຸ 280 ຕື້ກີບ

221

ມີຫຼາຍປັດໄຈທີ່ພາໃຫ້ການຈັດຕັ້ງປະຕິບັດການເກັບລາຍຮັບຂອງດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ບໍ່ບັນລຸຕາມຄາດໝາຍທີ່ວາງໄວ້. ແຕ່ ໃນປີ 2020 ນີ້ ຈະສຸມໃສ່ທຸກທ່າແຮງເກັບລາຍຮັບໃຫ້ບັນລຸຕາມແຜນ ພ້ອມຈະເລັ່ງແກ້ໄຂທຸກຂໍ້ຫຍຸ້ງຍາກທີ່ຖ່ວງດຶງວຽກງານຈັດເກັບລາຍຮັບ.

ພາບປະກອບຂ່າວ

ທ່ານ ໄຊຊະນະ ວົງຊົມພູ ຮອງຫົວໜ້າດ່ານພາສີສາກົນປາກຊັນ ແຂວງບໍລິຄຳໄຊ ໄດ້ກ່າວວ່າ: ການຈັດຕັ້ງປະຕິບັດຈັດເກັບລາຍຮັບເຂົ້າງົບປະມານສົກປີ 2019 ຜ່ານມາແມ່ນພົບຄວາມຫຍຸ້ງຍາກຫຼາຍດ້ານ ເຮັດໃຫ້ການເກັບລາຍຮັບບໍ່ໄດ້ຕາມແຜນການທີ່ກຳນົດໄວ້ 302,6 ຕື້ກີບ, ສິ່ງທີ່ພາໃຫ້ການຈັດຕັ້ງປະຕິບັດບໍ່ໄດ້ຕາມແຜນແມ່ນເນື່ອງຈາກໄພແຫ້ງແລ້ງເຮັດໃຫ້ນໍ້າຂອງແຫ້ງ ອັນພາໃຫ້ການຂົນສົ່ງສິນຄ້າເຂົ້າ – ອອກພົບຄວາມຫຍຸ້ງຍາກເພາະຂົນສົ່ງສິນຄ້າດ້ວຍບັກ, ຜ່ານມາອັດຕາການຫຼຸດຜ່ອນການເສຍພາສີຂາເຂົ້າກໍຫຼຸດລົງເລື້ອຍໆຕາມຂອບຮ່ວມມືຫຼາຍຝ່າຍ ຈຶ່ງພາໃຫ້ອັດຕາພາສີຕົກເປັນ 0 ຫຼາຍຊະນິດສິນຄ້າບວກກັບການອ່ອນຄ່າຂອງເງິນກີບ ເຮັດໃຫ້ການນຳເຂົ້າສິນຄ້າຈາກປະເທດໄທ ຫຼຸດລົງຫຼາຍສົມຄວນ ແລະ ສິນຄ້າທີ່ເປັນຖານລາຍຮັບຂອງດ່ານເຮົາແມ່ນນໍ້າມັນເຊື້ອໄຟ ແລະ ຍານພາຫະນະ ແຕ່ປີ 2019 ການນໍາເຂົ້າສິນຄ້າດັ່ງກ່າວແມ່ນມີຈຳນວນຫຼຸດລົງຫຼາຍ.

ພາບປະກອບຂ່າວ

ທ່ານກ່າວຕື່ມວ່າ: ສຳລັບທິດທາງແຜນການປີ 2020 ດ່ານສາກົນປາກຊັນ ໄດ້ຮັບຕົວເລກມອບໝາຍ 280 ຕື້ກີບ ເພື່ອເຮັດໃຫ້ການປະຕິບັດຕົວເລກງົບປະມານຕົວເລກດັ່ງກ່າວບັນລຸຕາມຄາດໝາຍ ພວກເຮົາຈະສູ້ຊົນນອກຈາກການປະຕິບັດວຽກງານວິຊາສະເພາະແລ້ວ ພວກເຮົາກໍຈະເອົາໃຈໃສ່ວຽກພັກພະນັກງານ, ສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານສະມາຊິກພັກໃນຂົງເຂດຕົນເອງຮັບຜິດຊອບໃຫ້ມີຄວາມຮູ້ – ຄວາມສາມາດ, ເອົາໃຈໃສ່ໃຫ້ພະນັກງານສະມາຊິກພັກໄດ້ໄປຝຶກອົບຮົມວຽກງານວິຊາສະເພາະ, ວຽກງານວິຊາການ, ພ້ອມເອົາໃຈໃສ່ພົວພັນກັບຂະແໜງການທີ່ກ່ຽວຂ້ອງຢູ່ພາຍໃນດ່ານ ແລະ ອຳນາດການປົກຄອງທ້ອງຖິ່ນໃຫ້ເປັນປົກກະຕິ ພ້ອມທັງເອົາໃຈໃສ່ກວດກາສິນຄ້າເຄື່ອງຂອງນຳເຂົ້າສົ່ງອອກ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ ຈຶ່ງຈະເຮັດໃຫ້ການເກັບລາຍຮັບບັນລຸຸຕາມຄາດໝາຍ, ສ່ວນສິນຄ້າທີ່ຈະເປັນພື້ນຖານ ເຮັດໃຫ້ພວກເຮົາເກັບລາຍຮັບໄດ້ຫຼາຍກວ່າໝູ່ກໍຍັງຈະແມ່ນປະເພດນໍ້າມັນເຊື້ອໄຟ ແລະ ຍານພາຫະນະ.

ພາບປະກອບຂ່າວ