ເມືອງເຊບັ້ງໄຟ ສຳຫຼວດແຫຼ່ງທ່ອງທ່ຽວຕາດຄຳໃຫຍ່

344

ໃນລະຫວ່າງວັນທີ 3 – 4 ກຸມພາ 2020 ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງເຊບັ້ງໄຟ ແຂວງຄຳມ່ວນ ພ້ອມຄະນະໄດ້ເຄື່ອນໄຫວສຳຫຼວດແຫຼ່ງທ່ອງທ່ຽວຕາດຄຳໃຫຍ່ ບ້ານບຶງຫົວນາ ພ້ອມທັງມອບໃບຢັ້ງຢືນຄອບຄົວວັດທະນະທຳໃໝ່ ແລະ ເຜີຍແຜ່ກົດໝາຍ 5ສະບັບ ຄື: ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍທ່ອງທ່ຽວ, ກົດໝາຍມໍລະດົກສະຖານ, ກົດໝາຍວ່າດ້ວຍປ້າຍກົດໝາຍສິລະປະການສະແດງໃຫ້ກັບ 3 ບ້ານ ກຸ່ມນາທານ ແລະ ສຳຫຼວດແຫຼ່ງທ່ອງທ່ຽວຖໍ້າບິ້ງ ບ້ານທ່າສີດາ ໂດຍການເຂົ້າຮ່ວມຂອງ ທ່ານ ເກສອນ ພອນມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ, ມີບັນດາພະນັກງານວິຊາການຫ້ອງການ ຖວທ ພ້ອມດ້ວຍອົງການຈັດຕັ້ງ, ເຖົ້າແກ່ແນວໂຮມພາຍໃນ 3 ບ້ານ, ກຸ່ມນາທານ, ບ້ານທ່າສີດາ ແລະ ບ້ານເຊນ້ອຍ ເຂົ້າຮ່ວມ.

ທ່ານ ຂັນແກ້ວ ເພັດປະນົມ ຮອງຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ໄດ້ຂຶ້ນເຜີຍແຜ່ກົດໝາຍ 5 ສະບັບ ຄື: ກົດໝາຍວ່າດ້ວຍສື່ມວນຊົນ, ກົດໝາຍທ່ອງທ່ຽວ, ກົດໝາຍມໍລະດົກສະຖານ, ກົດໝາຍວ່າດ້ວຍປ້າຍ, ກົດໝາຍສິລະປະການສະແດງ, ທ່ານ ນາງ ແກ້ວສອນໄຊ ແພງສະຫວັດ ຫົວໜ້າໜ່ວຍງານຂ່າວ – ສື່ມວນຊົນ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າເມືອງ ວ່າດ້ວຍການມອບໃບຢັ້ງຢືນ, ຜ່ານມາດຖານເງື່ອນໄຂໃນການສ້າງຄົນ, ສ້າງຄອບຄົວ ແລະ ສ້າງບ້ານວັດທະນະທຳໃໝ່. ຈາກນັ້ນ, ໄດ້ມີການມອບໃບຢັ້ງຢືນໃຫ້ກັບຕາງໜ້າ 19 ຄອບຄົວ ໂດຍການເປັນກຽດມອບຂອງ ທ່ານ ຂັນແກ້ວ ເພັດປະນົມ ຮອງຫົວໜ້າຫ້ອງການ ຖວທ ເມືອງ, ຫຼັງຈາກສຳເລັດພິທີແລ້ວຄະນະຫ້ອງການ ຖວທ ພ້ອມດ້ວຍການຈັດຕັ້ງຂອງບ້ານ ໄດ້ພ້ອມກັນໄປສຳຫຼວດແຫຼ່ງທ່ອງທ່ຽວຖໍ້າບິ້ງ ບ້ານທ່າສີດາ ເພື່ອຂຶ້ນແຜນພັດທະນາເປັນແຫຼ່ງທ່ອງທ່ຽວຂອງເມືອງ.

[ ຂ່າວ: ແກ້ວສອນໄຊ ]