ເມືອງນາຊາຍທອງ ສະໜອງເຂົ້າປ້ອນຕະຫຼາດໃນນະຄອນຫຼວງ 23 ພັນກວ່າໂຕນ

85

ເມືອງນາຊາຍທອງ ມີທ່າແຮງດ້ານການຜະລິດກະສິກໍາປ້ອນຕະຫຼາດໃນນະຄອນຫຼວງວຽງຈັນ ໂດຍປະຊາກອນ 75% ແມ່ນທໍາການຜະລິດເປັນສິນຄ້າ, ສະເພາະປີຜ່ານມາສາມາດປ້ອນຕະຫຼາດເຂົ້ານະຄອນຫຼວງວຽງຈັນ 23.484 ໂຕນ, ມີຫົວໜ່ວຍທຸລະກິດ 3.757 ຫົວໜ່ວຍ.

ພາບປະກອບຂ່າວ

ກອງປະຊຸມຄອບຄົວຕົວແບບ ຄັ້ງທີ 8 ຂອງເມືອງນາຊາຍທອງຈັດຂຶ້ນໃນວັນທີ 6 ກຸມພາ 2020 ທີ່ຫ້ອງການປົກຄອງເມືອງນາຊາຍທອງ ໂດຍການເປັນປະທານຂອງ ທ່ານ ພູວຽງ ເພຍເທບ ຮອງເຈົ້າເມືອງນາຊາຍທອງ, ທ່ານ ບຸນລໍ້າ ວົງສຸທິ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້ານະຄອນຫຼວງວຽງຈັນ, ມີເຈົ້າໜ້າທີ່ການຄ້າເມືອງ, ຂະແໜງການອ້ອມຂ້າງ ແລະ ຜູ້ປະກອບການເຂົ້າຮ່ວມ.

ພາບປະກອບຂ່າວ

ທ່ານ ພູວຽງ ເພຍເທບ ໄດ້ກ່າວວ່າ: ຈຸດປະສົງຂອງກອງປະຊຸມເພື່ອສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງານສົ່ງເສີມການຜະລິດເປັນສິນຄ້າ ຂອງຄອບຄົວຕົວແບບທົ່ວເມືອງນາຊາຍທອງ ເຊິ່ງຫ້ອງການອຸດສາຫະກໍາ ແລະ ການຄ້າ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງເປັນຜູ້ຮັບຜິດຊອບທັງເປັນຜູ້ສະຫຼຸບວຽກງານແຕ່ລະດ້ານເພື່ອຖອດຖອນບົດຮຽນ ແລະ ວາງແຜນໃນການຊຸກຍູ້ສົ່ງເສີມພາກທຸລະກິດ ກໍຄືຄອບຄົວຕົວແບບໃຫ້ມີຄວາມເຂັ້ມແຂງ ຈົນສາມາດສ້າງກຸ່ມການຜະລິດ ແລະ ສ້າງເປັນສະຫະກອນສາມາດແຂ່ງຂັນກັບບັນດາຫົວໜ່ວຍທຸລະກິດທັງພາຍໃນ ແລະ ຕ່າງປະເທດ.

ພາບປະກອບຂ່າວ

ທ່ານ ແສງອຸໄທ ດວງມະນີວົງ ຮອງຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງນາຊາຍທອງ ໄດ້ກ່າວວ່າ: ທ່າແຮງເມືອງນາຊາຍທອງ ແມ່ນດ້ານການຜະລິດກະສິກໍາປູກຝັງ – ລ້ຽງສັດເປັນສ່ວນໃຫຍ່ ກວມເອົາ 75% ທົ່ວເມືອງສາມາດຜະລິດເຂົ້ານາແຊງໄດ້ 3.331 ເຮັກຕາ, ນາປີ 7.901ເຮັກຕາ, ຜົນຜະລິດເຂົ້າໄດ້ 48.993 ໂຕນ, ສະເລ່ຍຕໍ່ຫົວຄົນໄດ້ 548 ກິໂລເຂົ້າເປືອກຕໍ່ປີ ມີເຂົ້າຂາຍປ້ອນຕະຫຼາດນະຄອນຫຼວງວຽງຈັນ 23.484 ໂຕນຕໍ່ປີ.

ພາບປະກອບຂ່າວ

ຜ່ານມາສາມາດສ້າງຕັ້ງກຸ່ມການຜະລິດ 8 ກຸ່ມ, ສ້າງສະຫະກອນລ້ຽງໄກ່ໄຂ່ ແລະ ປາ 1 ສະຫະກອນ ແລະ ຄອບຄົວຕົວແບບປູກຝັງ – ລ້ຽງສັດເປັນສິນຄ້າ 135 ຄອບຄົວ. ໃນນີ້, ກຸ່ມປູກຜັກມີ 2 ກຸ່ມ, ມີ 51 ຄອບຄົວ ( ທຽບໃສ່ປີຜ່ານມາເພີ່ມຂຶ້ນ 21 ຄອບຄົວ ), ກຸ່ມປູກເຂົ້າເປັນສິນຄ້າມີ 5 ກຸ່ມໃຫຍ່ ມີ 68 ຄອບຄົວ, ທຽບໃສ່ປີຜ່ານມາຫຼຸດລົງ 1 ຄອບຄົວ, ກຸ່ມປູກຜັກອິນຊີມີ 1 ກຸ່ມ ມີ 9 ຄອບຄົວ ທຽບໃສ່ປີຜ່ານມາເພີ່ມຂຶ້ນ 1 ຄອບຄົວ, ສ່ວນສະຫະກອນລ້ຽງໄກ່ໄຂ່ ແລະ ປາ ປະກອບມີ 7 ຄອບຄົວ.

ພາບປະກອບຂ່າວ

ສ່ວນຄອບຄົວຕົວແບບມີ 266 ຄອບຄົວ ແລະ ໄດ້ຂຶ້ນບັນຊີເປັນຄອບຄົວຕົວແບບຂອງນະຄອນຫຼວງແລ້ວ 11 ຄອບຄົວ, ປັດຈຸບັນທົ່ວເມືອງມີຫົວໜ່ວຍທຸລະກິດ 3.757 ຫົວໜ່ວຍ. ໃນນີ້, ຫົວໜ່ວຍຂຶ້ນທະບຽນວິສາຫະກິດຖືກຕ້ອງມີ 1.053 ຫົວໜ່ວຍ, ຍັງບໍ່ໄດ້ແຈ້ງຂຶ້ນທະບຽນ 2.704 ຫົວໜ່ວຍ, ປັດຈຸບັນທົ່ວເມືອງນາຊາຍທອງ ມີຕະຫຼາດທັງໝົດ 13 ແຫ່ງ, ສ່ວນທິດທາງແຜນການໃນຕໍ່ໜ້າສືບຕໍ່ປັບປຸງກຸ່ມປູກເຂົ້າເປັນສິນຄ້າຈໍານວນ 5 ກຸ່ມ, ກຸ່ມປູກຜັກອິນຊີ 1 ກຸ່ມ, ປູກຜັກທີ່ດີ GAP 2 ກຸ່ມ ໃຫ້ມີຄວາມເຂັ້ມແຂງ ແລະ ພັດທະນາຮອບດ້ານ, ສືບຕໍ່ຂະຫຍາຍກຸ່ມການຜະລິດໃຫ້ໄດ້ 3 ກຸ່ມ ຄືກຸ່ມລ້ຽງປາບ້ານນາຍາງ, ກຸ່ມລ້ຽງງົວຊີ້ນ, ກຸ່ມປູກຜັກທີ່ດີບ້ານນາຍາງ; ຮອດປີ 2024 ຈະສ້າງກຸ່ມປູກສາລີບ້ານແສນດິນ, ກຸ່ມຜະລິດຝຸ່ນບົ່ມບ້ານຮ່ອງງົວ, ກຸ່ມປູກເຂົ້າເປັນສິນຄ້າບ້ານນາດີ, ສ້າງຟາມງົວຂະໜາດນ້ອຍ ໃຫ້ໄດ້ 1 – 2 ຟາມ ແລະ ເອົາໃຈໃສ່ປັບປຸງກຸ່ມການຜະລິດທີ່ມີແລ້ວໃຫ້ມີຄວາມເຂັ້ມແຂງ ແລະ ຂະຫຍາຍຕົວທັງປະລິມານ ແລະ ຄຸນນະພາບ.