ລາຄາຜັກເລີ່ມປັບຂຶ້ນ

215

ລະດູແລ້ງຂອງແຕ່ລະປີ ລາຄາຜັກຈະປັບຂຶ້ນເນື່ອງຈາກການບົວລະບັດຮັກສາຍາກ ເຮັດໃຫ້ຊາວກະສິກອນປູກໜ້ອຍລົງ ໂດຍສະເພາະປີນີ້ໄພແຫ້ງແລ້ງມາກະທົບໃສ່ອີກ ເຮັດໃຫ້ຕົ້ນທຶນການປູກສູງຂຶ້ນ ລາຄາຂາຍຕາມທ້ອງຕະຫຼາດ ກໍເລີ່ມປັບຂຶ້ນໄວກວ່າທຸກໆປີຜ່ານມາ.

ດ້ານຜູ້ປະກອບການຊີ້! ອີກ 2 ເດືອນຕໍ່ໜ້າລາຄາພືດຜັກຈະແພງຂຶ້ນ ເນື່ອງຈາກເປັນໄລຍະການຜະລິດນອກລະດູ, ປະຊາຊົນຜູ້ຜະລິດທົ່ວໄປຍັງຂາດຄວາມຮູ້ກ່ຽວກັບເຕັກນິກການຜະລິດນອກລະດູ, ເຮັດໃຫ້ຜົນຜະລິດຈະມີໜ້ອຍລົງ ບໍ່ສາມາດສະໜອງຕາມຄວາມຕ້ອງການຂອງຕະຫຼາດໄດ້ພຽງພໍ, ຂະນະທີ່ແມ່ຄ້າຂາຍຜັກໃນຕະຫຼາດບອກປັດຈຸບັນນີ້ລາຄາຜັກເລີ່ມແພງຂຶ້ນແລ້ວ.

ທ່ານ ບຸນທ່ຽງ ລັດຕະນະວົງ ຜູ້ອໍານວຍການ ບໍລິສັດ ເມືອງລາວຟູດທ໌ ໃຫ້ສໍາພາດແກ່ທີມຂ່າວ ເສດຖະກິດ – ການຄ້າ ເມື່ອບໍ່ດົນມານີ້ວ່າ: ເປັນເລື່ອງທໍາມະດາທີ່ຄວາມຕ້ອງການສູງແຕ່ຂອດສະໜອງບໍ່ພຽງພໍ ກໍເຮັດໃຫ້ສິນຄ້ານັ້ນປັບຕົວຂຶ້ນ, ເຊັ່ນດຽວກັນກັບພືດຜັກອີກ 2 ເດືອນຕໍ່ໜ້າ ລາຄາຜັກຈະຖີບຕົວສູງຂຶ້ນອີກ ເນື່ອງຈາກເປັນໄລຍະຂອງການຜະລິດນອກລະດູ, ປະຊາຊົນ ຫຼື ຊາວສວນສ່ວນໃຫຍ່ບໍ່ມີຄວາມຮູ້ເຕັກນິກສະເພາະ ເພື່ອຮັບມືກັບການປູກພືດຜັກນອກລະດູ ຈະເຮັດໃຫ້ຜົນຜະລິດມີໜ້ອຍບໍ່ໄດ້ເຕັມເມັດເຕັມໜ່ວຍ ແລະ ບໍ່ສາມາດສະໜອງໄດ້ຕາມຄວາມຕ້ອງການຂອງຕະຫຼາດ. ດັ່ງນັ້ນ, ການແກ້ໄຂບັນຫາດັ່ງກ່າວໃນໄລຍະຍາວຕ້ອງສຸມໃສ່ຍົກລະດັບໃຫ້ປະຊາຊົນມີຄວາມຮູ້ໃນການຜະລິດກະສິກໍາຮູບແບບຕ່າງໆ, ນຳໃຊ້ເຕັກນິກທີ່ທັນສະໄໝ ພ້ອມສຸມໃສ່ພາກທຸລະກິດທີ່ມີທ່າແຮງ ແລະ ພື້ນຖານຜະລິດໄດ້ ເພື່ອສະໜອງສິນຄ້າເຂົ້າຕະຫຼາດ, ແກ້ໄຂບັນຫາຜັກຂາດຕະຫຼາດ ອັນເປັນເຫດເຮັດໃຫ້ລາຄາຜັກແພງຂຶ້ນ.

ທ່ານ ຄໍາພູ ພັນທະບູນ ຊາວສວນຜູ້ປູກຜັກທັງເປັນຫົວໜ້າກຸ່ມກະສິກໍາອິນຊີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຕົ້ນທຶນການປູກຜັກອິນຊີ ແລະ ການປູກຜັກທົ່ວໄປ ແຕກຕ່າງກັນພຽງທຶນຊື້ສານເຄມີກໍາຈັດສັດຕູພືດເທົ່ານັ້ນ, ການປູກແບບທົ່ວໄປ ໂດຍສະເລ່ຍໃນເນື້ອທີ່ 1 ໄລ່ ນໍາໃຊ້ສານເຄມີປະມານ 2 – 3 ເປົາ, ແຕ່ຈະຕ້ອງເພີ່ມຂຶ້ນເທົ່າຕົວໃນໄລຍະເດືອນມີນາ ຫາ ເດືອນພຶດສະພາ ເນື່ອງຈາກອາກາດຮ້ອນຈັດສັດຕູພືດເຂົ້າມາທໍາລາຍໜັກຂຶ້ນ ໂດຍສະເພາະແມ່ນມົດດິນ ອີກທັງຄວາມແຫ້ງແລ້ງເຮັດໃຫ້ຕ້ອງເລັ່ງນໍ້າຫຼາຍກວ່າປົກກະຕິບໍ່ດັ່ງນັ້ນພືດຜັກຈະຕາຍ ເຊິ່ງໄລຍະນີ້ຖືວ່າເປັນໄລຍະທີ່ປູກ ແລະ ບົວລະບັດຍາກທີ່ສຸດ, ບວກກັບຕົ້ນທຶນການໃຊ້ສານເຄມີເພີ່ມຂຶ້ນ ເຮັດໃຫ້ລາຄາຜັກຕ້ອງແພງຂຶ້ນຕາມ.

ນາງ ພອນມະນີ ແມ່ຄ້າຂາຍຜັກໃນຕະຫຼາດວິທະຍາເຂດດົງໂດກ ໃຫ້ສໍາພາດແກ່ທີມຂ່າວຂອງພວກເຮົາໃນວັນທີ 4 ກຸມພາ 2020 ວ່າ: ອາທິດນີ້ລາຄາຜັກເລີ່ມແພງຂຶ້ນ ຈາກທີ່ເຄີຍຊື້ຫອມປ້ອມໃນລາຄາ 3.500 ກີບຕໍ່ກິໂລ ປັດຈຸບັນ ປັບຂຶ້ນ 15.000 ກີບຕໍ່ກິໂລ; ຫອມບົ່ວ ຈາກ 8.000 ກີບຕໍ່ກິໂລ ເປັນ 12.000 ກີບຕໍ່ກິໂລ; ຜັກກາດຊອມ, ຜັກບົ້ງ, ຜັກຫົມ ຈາກ 5.000 ກີບຕໍ່ໂລ ເປັນ 8.000 ກີບຕໍ່ກິໂລ; ໝາກເຜັດ ຈາກ 16.000 ກີບຕໍ່ກິໂລ ເປັນ 25.000 ກີບຕໍ່ກິໂລ ແລະ ໝາກນາວ ຈາກ 8.000 ກີບຕໍ່ກິໂລ ເປັນ 10.000 ກີບຕໍ່ກິໂລ. ທັງນີ້, ສາເຫດອາດມາຈາກກ່ອນໜ້ານີ້ປະມານໜຶ່ງອາທິດຜັກບາງຊະນິດບໍ່ສາມາດສະໜອງຕາມຄວາມຕ້ອງການຂອງຕະຫຼາດ. ດັ່ງນັ້ນ, ລາຄາຜັກຈຶ່ງແພງຂຶ້ນແຕ່ຖ້າທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ປີນີ້ຖືວ່າລາຄາຜັກແພງຂຶ້ນໄວຫຼາຍ ຈາກປົກກະຕິລາຄາຜັກຈະແພງໃນໄລຍະເດືອນມີນາເປັນຕົ້ນໄປ, ແຕ່ກໍດັ່ງທີ່ຮູ້ສິນຄ້າປະເພດນີ້ບໍ່ສາມາດກໍານົດຕາຍຕົວໄດ້ມີການເໜັງຕີງຂຶ້ນ – ລົງຢູ່ຕະຫຼອດ.