ເລີ່ມແລ້ວ! ຫຼວງນໍ້າທາເປີດງານວາງສະແດງສິນຄ້າມິນິໄທແລນວີກ

86

ແຂວງຫຼວງນໍ້າທາເປີດງານວາງສະແດງສິນຄ້າມິນິໄທແລນວີກ ໂດຍມີຫ້າງຮ້ານເຂົ້າຮ່ວມທັງໝົດ 51ຮ້ານ ໃນນັ້ນມີສິນຄ້າປະເພດອາຫານ ເຄື່ອງດື່ມ, ເຄື່ອງນຸ່ງຫົ່ມ, ຜະລິດຕະພັນເພື່ອສຸຂະພາບ ແລະ ອື່ນໆອີກຫຼາກຫຼາຍ ງານດັ່ງກ່າວຈະດໍາເນີນໄປເຖິງ 9 ກຸມພາ ນີ້.

ວັນທີ 5 ກຸມພາ 2020 ແຂວງຫລວງນ້ຳທາໄດ້ເປິດງານວາງສະແດງສິນຄ້າມິນິໄທແລນວີກ ໂດຍການເປັນປະທານຂອງທ່ານ ດໍາຣົງ ໄຄຣ້ຄຣວນ ເອກອັກຄະລາດຊະທຸດ ປະຈໍານະຄອນຫລວງວຽງຈັນ, ເຂົ້າຮ່ວມໂດຍທ່ານ ຄໍາໄຫລ ສີປະເສີດ ຮອງເຈົ້າແຂວງໆ ຫລວງນ້ຳທາ, ທ່ານ ນ ປະວິຕາ ມ່ວງສະກຸນ ທີ່ປຶກສາຝ່າຍການຄ້າ ສຳນັກງານສົ່ງເສີມການຄ້າຕ່າງປະເທດ ປະຈໍານະຄອນຫລວງວຽງຈັນ, ມີຜູ້ຕ່າງໜ້າຈາກສະພາການຄ້າແຫ່ງຊາດ, ນາຍົກສະມາຄົມນັກທຸລະກິດໄທໃນ ສປປລາວ ແລະ ຜູ້ຕາງໜ້າຈາກພະແນກການຂອງແຂວງ, ເມືອງ ພ້ອມດ້ວຍມວນຊົນຊາວຫລວງນ້ຳທາເຂົ້າຮ່ວມ.

ໂອກາດດັ່ງກ່າວທ່ານ ນ ປະວິຕາ ມ່ວງສະກຸນ ໃຫ້ຮູ້ວ່າ: ງານວາງສະແດງສີນຄ້າມິນິໄທແລນວີກ ເປັນງານປະຈຳປີທີ່ວາງສະແດງສິນຄ້າ ທີ່ມີຄຸນນະພາບຈາກປະເທດ ແລະ ໄດ້ຈັດຂຶ້ນທີ່ແຂວງຫລວງນ້ຳທາ ໂດຍມີ 38 ບໍລິສັດຊັ້ນນຳ ທີ່ໄດ້ນຳເອົາສິນຄ້າມີຄຸນນະພາບມາວາງສະແດງແລະຈຳໜ່າຍເປັນ ຕົ້ນແມ່ນ: ອາຫານ, ເຄື່ອງດືມ, ເຄື່ອງແຟຊັ່ນ, ສຸຂະພາບ, ຄວາມງາມ, ການສຶກສາ ແລະ ລວມໄປເຖິງອຸປະກອນເຄື່ອງໃຊ້ໃນຄົວເຮືອນ ພ້ອມກັບເຄື່ອງອື່ນໆ ອີກຫລາຍຢ່າງ ລວມທັງໝົດ 51 ຮ້ານ ທ່ານສາມາດເຂົ້າມາຜ່ອນຄາຍ ແລະ ອີ່ມສະບາຍ ກັບອາຫານ ແລະ ສິນຄ້າດ້ວຍລາຄາປະຢັດພ້ອມກັບກິດຈະກຳອື່ນໆ.

ເຊີ່ງເລີ່ມວາງສະແດງ ແລະ ຈຳໜ່າຍແຕ່ວັນທີ 5 – 9 ກຸມພາ 2020, ຈາກນັ້ນ ການນຳທັງສອງຝ່າຍລາວ-ໄທກໍ່ໄດ້ມອບຂອງທີ່ລະນຶກໃຫ້ເຊິ່ງກັນ ແລະ ກັນ ພ້ອມທັງກ່າວເປິດງານວາງສະແດງສີນຄ້າມິນິໄທແລນວີກ ຢ່າງເປັນທາງ.

ຂ່າວ:ບຸນຈັນ ອິນດວງລື, ຂໍ້ມູນຈາກ: Media Laos