ເປັນຫຍັງຈຶ່ງຕ້ອງຮຽນພາສາຈີນ?

159

ການຮູ້ພາສາຕ່າງປະເທດໃດໜຶ່ງ ແມ່ນມີທ່າແຮງໃນການຊອກຫາວຽກເຮັດງານທຳຫຼັງຈົບການສຶກສາໃນລະດັບວິຊາຊີບ ເພາະຈະຊ່ວຍສ້າງໂອກາດໃນການຊອກຫາວຽກເຮັດທີ່ດີ ຫຼື ເງິນເດືອນສູງ ເຊິ່ງເປັນຄວາມປາຖະໜາຂອງນັກຮຽນ – ນັກສຶກສາຫຼາຍຄົນ. ຮູ້ພາສາຕ່າງປະເທດຍັງຈະເປັນທ່າແຮງໃນການຮຽນຮູ້ຂໍ້ມູນຈາກປະເທດນັ້ນ ແລະ ຍັງເປັນການຍົກຖານະຕົນເອງໃນສັງຄົມອີກ ເຊິ່ງໃນຍຸກປັດຈຸບັນເປັນຍຸກເຕັກໂນໂລຊີ ແລະ ຍຸກມີການແຂ່ງຂັນສູງ.

ການຮູ້ພາສາຕ່າງປະເທດໃດໜຶ່ງເຮັດໃຫ້ເຮົາສາມາດສື່ສານ, ແລກປ່ຽນບົດຮຽນ ແລະ ຮ່ວມມືກັບປະເທດນັ້ນໆໄດ້ໃນຫຼາຍດ້ານ ແຕ່ເນື່ອງຈາກປັດຈຸບັນທ່າອ່ຽງດ້ານເສດຖະກິດ ແລະ ຄວາມຈຳເປັນຂອງຍຸກ ເຮັດໃຫ້ການຮຽນພາສາຕ່າງປະເທດຂອງບັນດານັກຮຽນ – ນັກສຶກສາໃນ ສປປ ລາວ ມີຄວາມເອນອ່ຽງໄປທາງການຮຽນພາສາຈີນຫຼາຍຂຶ້ນ ເຖິງວ່າພາສາອັງກິດຈະເປັນພາສາບັງຄັບ ເນື່ອງຈາກເປັນພາສາສື່ກາງ, ແຕ່ພາສາຈີນກໍເປັນອີກໜຶ່ງພາສາທີ່ຈຳເປັນໃນການຊອກຫາວຽກເຮັດງານທຳ.

ປັດຈຸບັນປະເທດຈີນ ກຳລັງກ້າວຂຶ້ນມາມີອິດທິພົນລະດັບໂລກນັບມື້ຫຼາຍຂຶ້ນ ສົ່ງຜົນໃຫ້ພາສາຈີນເອງກໍຄ່ອຍໆເລີ່ມຈະກາຍເປັນພາສາທີ່ມີຄວາມສຳຄັນຫຼາຍຂຶ້ນເລື້ອຍໆ, ອີກປະການໜຶ່ງປະເທດຈີນ ເປັນປະເທດທີ່ມີຂະໜາດໃຫຍ່, ມີກຳລັງການຜະລິດສູງ. ສະນັ້ນ, ການຮ່ວມທຸລະກິດກັບຈີນ ຈຶ່ງເປັນເລື່ອງສຳຄັນທີ່ບໍ່ເປັນພຽງແຕ່ການຜະລິດເທົ່ານັ້ນ ແຕ່ຍັງເປັນການສະແດງເຖິງລະບົບເສດຖະກິດທີ່ມີໂອກາດໃນການເຕີບໂຕ ແລະ ຄວາມຈະເລີນກ້າວໜ້າຂອງປະເທດຊາດ. ຈາກສາເຫດດັ່ງກ່າວ ພາສາຈີນ ຈຶ່ງກາຍເປັນພາສາທີ່ມີຄົນສົນໃຈ ແລະ ໃຫ້ຄວາມສຳຄັນຫຼາຍຂຶ້ນ ແລະ ໃນປະເທດເຮົາກໍເຊັ່ນກັນ.

ນອກນັ້ນ, ການຮ່ວມມືຂອງລັດຖະບານລາວ ກັບ ສປ ຈີນ ແມ່ນນັບມື້ເພີ່ມຂຶ້ນໃນຫຼາຍຂົງເຂດ, ພິເສດດ້ານເສດຖະກິດ ແລະ ວັດທະນະທຳ – ສັງຄົມ ເຊິ່ງເຫັນວ່າຄົນຈີນນັບມື້ມີບົດບາດໃນດ້ານທຸລະກິດຂອງປະເທດເຮົາ ຫາກຮູ້ພາສາຈີນໄດ້ກໍຖືວ່າມີໂອກາດໃນຄວາມສຳເລັດຕໍ່ຍອດດ້ານການຮ່ວມມືທຸລະກິດໄປອີກຂັ້ນໜຶ່ງແລ້ວ. ການຮຽນຮູ້ພາສາຈີນ ຍັງສາມາດຮຽນຮູ້ – ສຶກສາອະລິຍະທຳຫຼາຍພັນປີຂອງຊາວຈີນ, ພິເສດໄດ້ຮຽນຮູ້ ແລະ ແລກປ່ຽນບົດຮຽນດ້ານທຸລະກິດ ດັ່ງທີ່ເຮົາຮູ້ກັນແລ້ວວ່າຄົນຈີນເປັນຄົນທີ່ມີຫົວທຸລະກິດ.

ໃນ ສປປ ລາວ ການເຂົ້າຮຽນພາສາຈີນ ຕາມບັນດາສະຖາບັນການສຶກສາຕ່າງໆຖືວ່າມີອັດຕາສູງ ເຊິ່ງເຫັນວ່າແຕ່ລະປີທີ່ມີການເປີດຂາຍຟອມສະໝັກຮຽນແມ່ນໄດ້ຮັບຄວາມສົນໃຈຫຼາຍຈາກບັນດານັກຮຽນ – ນັກສຶກສາ ໂດຍສະເພາະແມ່ນສະຖາບັນຂົງຈື. ເຫດຜົນທີ່ພາສາຈີນໄດ້ຮັບຄວາມນິຍົມຫຼາຍແມ່ນຍ້ອນມາຈາກທ່າແຮງທາງດ້ານເສດຖະກິດຂອງ ສປ ຈີນ ນັບມື້ຈະເລີນເຕີບໂຕ ແລະ ມີທ່າອ່ຽງຈະເປັນທີໜຶ່ງຂອງໂລກ. ນອກນັ້ນ, ໃນປະເທດເຮົາຍັງເປັນປະເທດທີ່ມີນັກລົງທຶນຈາກ ສປ ຈີນ ຫຼາຍທີ່ສຸດໃນການລົງທຶນດ້ານເສດຖະກິດ – ສັງຄົມ.

ພາສາຈີນເປັນພາສາທີ່ມີປະຫວັດ ຄວາມເປັນມາທີ່ບໍ່ເໝືອນພາສາໃດໃນໂລກ, ເປັນພາສາທີ່ມີຫຼາກຫຼາຍສຳນຽງທີ່ຜັນປ່ຽນໄປຕາມແຕ່ລະເຂດຂອງປະເທດ ແລະ ມີວິວັດທະນາການມາຍາວນານທີ່ກ່ຽວຂ້ອງກັບອະລິຍະທຳ ແລະ ວັດທະນະທຳຈີນມາແຕ່ບູຮານ ເຊິ່ງການຮູ້ພາສາຈີນ ຍັງຈະຊ່ວຍໃຫ້ເຮົາມີຄວາມຈະເລີນກ້າວໜ້າທາງດ້ານໜ້າທີ່ການງານທີ່ກາຍເປັນສັກກະຍະພາບຂອງຕົນ.

ນອກຈາກນັ້ນ, ການຮູ້ພາສາຈີນຍັງຊ່ວຍເສີມສ້າງອາຊີບໃໝ່ໆໃຫ້ກັບຕົນເອງອີກດ້ວຍ ແລະ ບໍ່ຈຳເປັນຕ້ອງເຮັດວຽກສະເພາະດ້ານການຄ້າ, ທຸລະກິດພຽງຢ່າງດຽວ ແຕ່ຍັງສາມາດປ່ຽນອາຊີບຕາມຄວາມມັກຂອງຕົນເອງ ເຊັ່ນ: ເປັນນັກນຳທ່ຽວໃຫ້ກັບຄົນຈີນທີ່ມາທ່ຽວປະເທດເຮົາ, ເປັນອາຈານສອນພາສາ, ເຮັດວຽກຢູ່ຕາມຂະແໜງການຕ່າງໆທີ່ກ່ຽວຂ້ອງກັບຈີນທີ່ມີລາຍໄດ້ດີ.