ທ່ານຮູ້ ຫຼື ບໍ່ ການນອນເດິກ ສົ່ງຜົນເສຍຕໍ່ສຸຂະພາບ ຂອງເຮົາແນວໃດ?

137
Schlaflosigkeit mit Uhr in der Nacht. Frau kann nicht schlafen.

ໂດຍສັງຄົມປັດຈຸບັນເຮັດໃຫ້ຫຼາຍໆຄົນຊິນເຄີຍກັນການນອນເດິກ ທັງການຮຽນ, ເຮັດວຽກ, ການໄປສ້າງສັນກັບໝູ່ເພື່ອນໃນເວລາເດິກດື່ນ ທັງຕັ້ງໃຈ ແລະ ບໍ່ຕັ້ງໃຈ ຫຼື ຈໍາເປັນທີ່ຕ້ອງນອນເດິກ. ແຕ່ຢາກໃຫ້ຮູ້ວ່າການນອນເດິກສົ່ງຜົນເສຍກັບສຸຂະພາບຫຼາຍຢ່າງ ຫາກຫຼີກລ້ຽງໄດ້ກໍ່ເຂົ້ານອນໄວ ແລະ ພັກຜ່ອນໃຫ້ພຽງພໍຈະເປັນການດີທີ່ສຸດ.

ຜົນເສຍຂອງການນອນເດິກ

1 ອາລົມແປປວນງຸດງິດງ່າຍ

2 ຮຽນຮູ້ສິ່ງຕ່າງໆໄດ້ຊ້າລົງ

3 ເລືອດໄປລ້ຽງສະໝອງບໍ່ພຽງພໍເປັນສາເຫດຂອງອາການເຈັບຫົວ

4 ຄົນທີ່ນອນບໍ່ລັບມັກຈະເປັນໂລກຕຸ໋ຍໄດ້ ເພາະຈະຢາກອາຫານຢູ່ຕະຫຼອດເວລາ ມີອາການຫິວງ່າຍ

5 ຊ່ຽງຕໍ່ການເປັນຄວາມດັດແລະເແັນໂລກຫົວໃຈ

6 ເຮັດໃຫ້ສາຍຕາຝ້າມົວ ເບິງຫຍັງບໍ່ແຈ້ງ ແລະປະສິດທິພາບໃນການເບິ່ງເຫັນຈະໜ່ອຍລົງ

7 ລະບົບພູມຄຸ່ມກັນອ່ອນແອ ສາມາດເຈັບປ່ວຍໄດ້ງາ່ຍ

8 ເສີຍຊາສະໝອງສັ່ງງານໄດ້ຊ້າກວ່າປົກກະຕິ

9 ເຮັດໃຫ້ການຄິດຫຼ້າຊ້າ ຕັດສິນໃຈຢາກແລະອາດຜິດພາດ

10 ສະມາທິສັ້ນ

11 ຂີ້ຫຼົງຂີ້ລືມ ຈື່ຈໍາຫຍັງໄດ້ໜ່ອຍລົງ

12 ຊ່ຽງກັບການຂັບຂີ່ອາດເກິດອຸບັດເຫດໄດ້ງ່າຍ

13 ການສ້າງຂໍ້ມູນເທຣໂທຼເທີໂຮນຕໍາລົງ ສົ່ງຜົນໃຫ້ຄວາມຕ້ອງການທ່າງເພດຕໍ່າລົງອີກດ້ວຍ.